3 ພາກສ່ວນ ຮ່ວມຊຸກຍູ້ນັກກີລາເປຕັງລາວ ກຽມລ່າຫຼຽນຄໍາຊີເກມ ທີ່ ສສ ຫວຽດນາມ

ບໍລິສັດ ທີເຄ ກຣຸບ ຈໍາກັດ, ບໍລິສັດ ສຸກປະເສີດ ກໍ່ສ້າງ ຄົບວົງຈອນ ແລະບໍລິສັດ ພາມີໄຊ ສຳຫຼວດອອກແບບ ແລະກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ຮ່ວມກັນສະໜັບສະໜູນຄະນະນັກກີລາເປຕັງທີມຊາດລາວຊຸດກຽມລ່າຫຼຽນຄຳງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບພາກສ່ວນລະ 5 ລ້ານກີບ ລວມທັງໝົດ 15 ລ້ານກີບ ເພື່ອຊຸກຍູ້ ແລະໃຫ້ກໍາລັງໃຈນັກກີລາສ້າງຜົນງານໃຫ້ອອກມາໄດ້ຕາມເປົ້າໝາຍ.

  ພິທີມອບ-ຮັບການສະໜັບສະໜູນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ 2022 ທີ່ສະໜາມກິລາເປຕັງແຫ່ງຊາດລາວວິທະຍາເຂດດົງໂດກ, ເປັນການກ່າວມອບຂອງ ທ່ານ ສຸລະລັກ ພົງປະຈິດ ຜູ້ຊ່ວຍປະທານບໍລິສັດ ທີເຄກຣຸບ ຈຳກັດ, ທ່ານ ນາງ ວັນສີ ສຸວັນນະແສງ ປະທານບໍລິສັດ ສຸກປະເສີດ ກໍ່ສ້າງ ຄົບວົງຈອນ ແລະ ທ່ານ ກອງຊາຍ ຫຼວງບັນດິດ ຜູ້ອຳນວຍການ ບໍລິສັດ ພາມີໄຊ ສຳຫຼວດອອກແບບ ແລະ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ແລະ ກ່າວຮັບແມ່ນ ທ່ານ ສຸລະສິດ ຄຳວົງສາ ຄະນະຄູຝຶກນັກກິລາເປຕັງທີມຊາດລາວ, ມີທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ແລະ ທ່ານ ສີຈັນ ຈິດຕະປັນຍາ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະກີລາພ້ອມດ້ວຍພາກສ່ວນກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ການແຂ່ງຂັນກິລາເປຕັງໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ຄາດວ່າມີ 10 ປະເທດ ເຂົ້າຮ່ວມປະກອບມີເຈົ້າພາບຫວຽດນາມ, ໄທ, ກຳປູເຈຍ, ສິງກະໂປ, ບຣູໄນ, ມຽນມາ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ ແລະ ສປປ ລາວ, ໃນນັ້ນ ຈະມີການຊີງໄຊທັງໝົດ 8 ລາຍການ ຄື: ປະເພດທີມຄູ່ຍິງ, ທີມຄູ່ຊາຍ, ທີມຄູ່ປະສົມ, ທີມຊຸດຍິງ, ທີມຊຸດຊາຍ, ທີມຊຸດປະສົມ ຍິງ 2 ຊາຍ 1, ຊຸດຕິ້ງຍິງ ແລະຊຸດຕິ້ງຊາຍຂະນະທີ່ທັບນັກກິລາເປຕັງທີມຊາດລາວສົ່ງນັກກິລາຮ່ວມຊີງໄຊທຸກລາຍການ.