ໂຮງຮຽນປະຖົມສົມບູນສີຖານໃຕ້ ຈັດກິດຈະກຳແຂ່ງຂັນ ເລົ່າເຖິງໂທດຂອງສີ່ງເສບຕິດ

  ວັນທີ 19 ມີນາ 2019 ພຣະອາຈານບຸນຍາດ ຄຳຜຸ ລົງ ເຄື່ອນໄຫວຕ້ານສີ່ງເສບຕິດຢູ່ໂຮງ ຮຽນປະຖົມສົມບູນສີຖານໃຕ້ເພື່ອ ໂຄສະນາເຜີຍແຜ່ຜົນອັນຕະລາຍ ຂອງສີ່ງເສບຕິດໃຫ້ນັກຮຽນຮັບຮູ້ ແລະເຂົ້າໃຈເຖິງໂທດກຳຂອງ ສີ່ງ ເສບຕິດ ໂດຍມີບັນດາຄູ-ອາຈານ ແລະນ້ອງນັກຮຽນມາຈາກໂຮງ ຮຽນປະຖົມສົມບູນສີຖານໃຕ້ ແລະ ໂຮງຮຽນປະຖົໃສົມບູນໂຄກຊາຍເຂົ້າຮ່ວມ.

  ການເຄື່ອນໄຫວຕ້ານສີ່ງເສບ ຕິດໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ນ້ອງ ນັກຮຽນທັງຫຼາຍທີ່ມາຈາກສອງ ໂຮງຮຽນຮັບຮູ້ເຖິງໂທດຂອງຢາສູບ ແລະອັນຕະລາຍຂອງສິ່ງເສບຕິດຕ່າງໆ, ບໍ່ຢາກໃຫ້ນັກຮຽນໄປ ລອງເສບສີ່ງເສບຕິດຕ່າງໆເປັນ ຕົ້ນຢາມ້າ, ຢາບ້າ, ກັນຊາ ແລະ ອື່ນໆ. ເພື່ອໃຫ້ນ້ອງນັກຮຽນຫັນມາ ຕັ້ງໃຈສຶກສາຮໍ່າຮຽນ, ປະຕິບັດຕົນ ໃນທາງທີ່ດີ ແລະຮູ້ບຸນຄຸນພໍ່ແມ່ຄູ- ອາຈານ.

  ການເຄື່ອນໄຫວໃນຄັ້ງນີ້ແມ່ນ ໄດ້ຈັດກິດຈະກຳແຂງຂັນເລົ່າເຖິງ ໂທດອັນຮ້າຍແຮງຂອງສີ່ງເສບຕິດ ແລະມອບຂອງຂວັນລາງວັນໃຫ້ ຜູ້ທີ່ໄດ້ທີ 1 ຫາທີ 8. ຊຶ່ງມີນ້ອງ ນັກຮຽນທີ່ມາຈາກ 2 ໂຮງຮຽນ ເຂົ້າແຂງຂັນທັງໝົດ 10 ຄົນ, ໂດຍແບ່ງອອກເປັນ 2 ຂັ້ນຕອນຄື: ຂັ້ນທຳອິດໃຫ້ບັນດານ້ອງນັກຮຽນເລົ່າເຖິງໂທດກຳຂອງຢາສູບວ່າໃຜເລົ່າ ໄດ້ດີ, ຫຼັງຈາກນັ້ນຄັດອອກ 2 ຄົນ ແລະໃຫ້ 8 ຄົນທີ່ເຫຼືອມາຈັບສະ ຫຼາກເອົາວ່າໃຜຈະໄດ້ທີ່ໜຶ່ງ. ຊຶ່ງຜົນຈັດສະຫຼາກເຫັນວ່າທ້າວ ພອນ ສະຫວັນ ນັກຮຽນຫ້ອງ ປ4 ຂອງ ໂຮງຮຽນປະຖົມສົມບູນສີຖານໃຕ້ ເປັນຜູ້ໄດ້ທີໜຶ່ງໄປຄອງ. ນອກນັ້ນ, ຍັງມີການມອບຂອງຂວັນໃຫ້ແກ່ ບັນດາຄູ-ອາຈານທີ່ມາຈາກທັງ ສອງໂຮງຮຽນ ແລະມອບປື້ມຂຽນ ໃຫ້ນ້ອງນັກຮຽນທີ່ມາຮ່ວມງານ ທັງຫຼາຍອີກດ້ວຍ.

ນສພ ເສດຖະກິດ-ສັງຄົມ