ທ​ຫລ ຊີ້​ແຈງ​ບາງ​ບັນ​ຫາ​ກ່ຽວ​ກັບ​ອັດ​ຕາ​ແລກ​ປ່​ຽນ​ເງິນ​ຕາ​ຕ່າງ​ປະ​ເທດ

ສະ​ພາບ​ການ​ຜັນ​ຜວນ​ຂອງ​ອັດ​ຕາ​ແລກ​ປ່ຽນໄດ້​ສົ່ງ​ຜົນ​ຕໍ່​ລາ​ຄາ​ນໍ້າ​ມັນ ແລະ​ລາ​ຄາ​ສິນ​ຄ້າ​ປະ​ເພດ​ອື່ນໆ​ທີ່​ເໜັງ​ຕີງ​ສູງ​ຂຶ້ນຕໍ່​ບັນ​ຫາ​ດັງ​ກ່າວ ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ​(ທ​ຫລ) ໄດ້​ຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ຜ່ານ​ມາທີ່​ ທ​ຫລ ວ່າ: ພາຍຫຼັງປະເທດເຮົາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ທ້າຍປີ 2019 ເປັນຕົ້ນມາ, ສະພາບການເໜັງຕີງແຮງຂອງຄ່າເງິນຂອງຫຼາຍປະເທດຢູ່ຕະຫຼາດສາກົນ ແລະພາກພື້ນ,  ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກສົມທົບກັບປັດໄຈພາຍໃນປະເທດເຮົາເອງທີ່ຕິດພັນກັບພື້ນຖານໂຄງສ້າງເສດຖະກິດ, ພຶດຕິກໍາ-ຄວາມຊິນເຄີຍຂອງຄົນໃນສັງຄົມລາວໃນການນໍາໃຊ້ສິນຄ້ານໍາເຂົ້າໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ.

ໃນໄລຍະ 4 ເດືອນຕົ້ນປີ 2022, ສະພາບຄວາມຮຸນແຮງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສາກົນ ແລະພາຍໃນໄດ້ມີທ່າອ່ຽງຜ່ອນຄາຍລົງ ແລະເສດຖະກິດພາຍໃນຂອງພວກເຮົາກໍໄດ້ຄ່ອຍເລີ່ມມີທ່າອ່ຽງຟື້ນຕົວດີຂຶ້ນ; ແຕ່ເຖິງຢ່າງໃດກໍຕາມ, ຄ່າເງິນກີບກໍຄືອັດຕາແລກປ່ຽນຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ໂດຍໄດ້ອ່ອນຄ່າ 18,36% ທຽບກັບເງິນໂດລາ  ແລະ 9,4% ທຽບກັບເງິນບາດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຍ້ອນສະພາບປັດໄຈພາຍນອກທີ່ຍັງຜັນຜວນ ແລະ ມີຄວາມບໍ່ແນ່ນອນສູງເປັນຕົ້ນການແຂງຄ່າຂອງເງິນໂດລາຢູ່ຕະຫຼາດສາກົນຢ່າງຕໍ່ເນື່ອງທີ່ໃນໄລຍະ 4 ເດືອນຕົ້ນປີ 2022 ເງິນໂດລາໄດ້ແຂງຄ່າ 8,18% ທຽບໃສ່ເງິນເອີໂຣ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຊຶ່ງເປັນການແຂງຄ່າສຸດໃນຮອບສອງປີ, ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດສາກົນ ທີ່ໄດ້ເພີ່ມຂຶ້ນເຖິງ 65,17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາສົມທົບກັບທ່າອ່ຽງການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະອັດຕາເງິນເຟີ້ໃນຂົງເຂດເສດຖະກິດສໍາຄັນຂອງໂລກ ແລະພາກພື້ນທີ່ລ້ວນແຕ່ສົ່ງຜົນເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນປະເທດສູງຂຶ້ນ.

ບັນຫາສໍາຄັນອີກດ້ານໜຶ່ງທີ່ສົ່ງຜົນກະທົບເຮັດໃຫ້ອັດຕາແລກປ່ຽນຂອງພວກເຮົາມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະຂອງຕະຫຼາດນອກລະບົບ ແມ່ນຍ້ອນສະຕິຕໍ່ກົດໝາຍຂອງບຸກຄົນ ນິຕິບຸກຄົນຈໍານວນບໍ່ໜ້ອຍ ໃນສັງຄົມຍັງບໍ່ສູງ; ການປະຕິບັດກົດໝາຍ, ລະບຽບການ, ມາດຕະການ ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະເງິນລົງທຶນຈາກຕ່າງປະເທດຈໍານວນຫຼາຍພໍສົມຄວນບໍ່ທັນເຂົ້າມາປະເທດຕາມລະບຽບການ; ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດລວມທັງການແລກປ່ຽນເງິນຕາແບບບໍ່ຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ; ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານຫຼຸດລົງໃນສະພາບທີ່ລາຄາສິນຄ້ານໍາເຂົ້າ ທີ່ຈໍາເປັນຕໍ່ການດໍາລົງຊີວິດໄດ້ເພີ່ມຂຶ້ນສູງຫຼາຍນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ.

ທ່ານ ສອນ​ໄຊ ສິດ​ພະ​ໄຊ ກ່າວ​ຕື່ມ​ວ່າ: ທະນາຄານແຫ່ງ ສປປ ລາວ ເຊື່ອໝັ້ນວ່າ: ຖ້າພວກເຮົາທຸກຄົນທຸກພາກສ່ວນທຸກສາຍອາຊີບບໍ່ວ່າຈະເປັນທັງພາກລັດ ແລະເອກະຊົນກໍາໄດ້ສະພາບຄວາມເປັນຈິງ ແລະຕັດສິນໃຈເປັນຈິດໜຶ່ງໃຈດຽວກັນຮ່ວມມືກັນແກ້ໄຂ, ເຊື່ອແນ່ວ່າພວກເຮົາຈະສາມາດຜ່ານຜ່າບັນຫາອັດຕາແລກປ່ຽນ ທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ບໍ່ວ່າຈະເປັນສະພາບການອ່ອນຄ່າແຮງ ແລະໄວຂອງຄ່າເງິນກີບກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະອັດຕາແລກປ່ຽນຢູ່ນອກລະບົບໄດ້.

ເພື່ອເປັນແຮງຍູ້ດັນແກ້ໄຂບັນຫາດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການຈໍານວນໜຶ່ງເພື່ອຄຸ້ມຄອງປະລິມານເງິນເຂົ້າສູ່ລະບົບເສດຖະກິດໃຫ້ຢູ່ໃນລະດັບທີ່ເໝາະສົມໂດຍສະເພາະຕິດພັນກັບການຄຸ້ມຄອງປະລິມານເງິນ, ຍົກສູງຄຸນຄ່າຂອງເງິນກີບ ແລະຄຸນນະພາບຂອງສິນເຊື່ອຂອງລະບົບທະນາຄານໃຫ້ແທດເໝາະກັບສະພາບຄວາມຕ້ອງການໃນການນໍາໃຊ້ເພື່ອການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການບໍລິໂພກຊົມໃຊ້ ແລະນໍາເຂົ້າສິນຄ້າສູງຂຶ້ນເກີນຄວາມຈໍາເປັນຜ່ານການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາຈໍານວນໜຶ່ງເປັນຕົ້ນການດັດປັບອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ, ດັດປັບອັດຕາເງິນແຮຝາກບັງຄັບ ແລະອອກພັນທະບັດຂອງທະນາຄານແຫ່ງ ສປປ ລາວ ໃນລະດັບທີ່ເໝາະສົມ.

ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະທຸກພາກສ່ວນຮັບຜິດຊອບດໍາເນີນມາດຕະການທີ່ເຂັ້ມຂຸ້ນກວ່າເກົ່າຕໍ່ບຸກຄົນ, ນິຕິບຸກຄົນ ທີ່ເຄື່ອນໄຫວດ້ານເງິນຕາຕ່າງປະເທດແບບບໍ່ສອດຄ່ອງກັບລະບຽບກົດໝາຍ; ໂດຍຈະເຂັ້ມງວດການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕົວແທນດ້ວຍການນໍາໃຊ້ມາດຕະການບໍລິຫານທີ່ເຄັ່ງຄັດຫຼາຍຂຶ້ນຜ່ານທັງກົນໄກກວດກາໂດຍກົງຂອງທະນາຄານແຫ່ງ ສປປ ລາວ ແລະຜ່ານການຊີ້ນໍາໃຫ້ທະນາຄານທຸລະກິດໃຫ້ເພີ່ມທະວີຄວາມຮັບຜິດຊອບ ໃນການປະກອບສ່ວນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມກວ່າເກົ່າ ແລະຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຕ່ລະທະນາຄານທຸລະກິດໃຫ້ມີການເຄື່ອນໄຫວສອດຄ່ອງກັບລະບຽບທີ່ທະນາຄານແຫ່ງ ສປປ ລາວ ກໍານົດອອກ ແລະກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະເຄັ່ງຄັດຫຼາຍຂຶ້ນ, ພ້ອມທັງປະຕິບັດມາດຕະການຕໍ່ຜູ້ລະເມີດໃຫ້ໄປຕາມລະບຽບກົດໝາຍກໍຄືຂະບວນການຍຸຕິທໍາຢ່າງເປັນຮູບປະທໍາຫຼາຍຂຶ້ນເວົ້າລວມເວົ້າສະເພາະກໍແມ່ນຈະຢຸດຕິການອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາຕົວແທນທີ່ມີການປະກາດອັດຕາແລກປ່ຽນ ແລະຊື້-ຂາຍເງິນຕາ ແບບບໍ່ສອດຄ່ອງກັບລະບຽບກົດໝາຍ; ຄຽງຄູ່ກັນນີ້,​ ກໍຈະເຂັ້ມງວດກວດກາ ແລະປະຕິບັດມາດຕະການຕໍ່ການໃຫ້ບໍລິການແລກປ່ຽນເງິນຕາຢ່າງເປີດເຜີຍໂດຍບໍ່ໄດ້ຮັບອະນຸຍາດ ຫຼືມີການເຄື່ອນໄຫວທີ່ເປັນລັກສະນະສ້າງຄວາມປັ່ນປ່ວນດ້ານອັດຕາແລກປ່ຽນເປັນການສ້າງຄວາມບໍ່ສະຫງົບ ແລະສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຊາດຂັດກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຫຼືເປັນການເຄື່ອນໄຫວລະເມີດກົດໝາຍຕາມທີ່ໄດ້ລະບຸໄວ້ໃນປະມວນກົດໝາຍອາຍາ ແລະບັນດານິຕິກໍາລຸ່ມກົດໝາຍກ່ຽວຂ້ອງ.

ຄຽງຄູ່ກັບບັນດາມາດຕະການທີ່ທະນາຄານແຫ່ງ ສປປ ລາວ ກໍຄືບັນດາກະຊວງ ຂະແໜງການຂອງພາກລັດກໍາລັງຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫາທີ່ຕິດພັນກັບອັດຕາແລກປ່ຽນ ແລະການເພີ່ມຂຶ້ນສູງຂອງລາຄາສິນຄ້າ, ໃນສະພາບເງື່ອນໄຂທີ່ເສດຖະກິດຂອງສາກົນ ແລະພາຍໃນຍັງຫຍຸ້ງຍາກບໍ່ທັນຢູ່ໃນສະພາບປົກກະຕິຄືດັ່ງປະຈຸບັນ, ພວກເຮົາທຸກຄົນຄວນຍົກສູງສະຕິຕໍ່ລະບຽບກົດໝາຍ, ບໍ່ເຂົ້າຮ່ວມບໍ່ສົມຮູ້ຮ່ວມຄິດບໍ່ຊຸກຍູ້ສົ່ງເສີມການແລກປ່ຽນເງິນຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍ ທີ່ຈະເປັນການສ້າງຄວາມບໍ່ສະຫງົບຕໍ່ສະພາບອັດຕາແລກປ່ຽນ; ເຊີດຊູນໍ້າໃຈຊາດສົ່ງເສີມການຜະລິດທີ່ເປັນທ່າແຮງຂອງຊາດ, ອຸດໜູນຜະລິດຕະພັນຂອງລາວ, ຫຼຸດຜ່ອນການບໍລິໂພກຊົມໃຊ້ສິນຄ້າ-ການບໍລິການທີ່ບໍ່ຈໍາເປັນ ແລະຟູມເຟືອຍເພື່ອຊ່ວຍກັນປະຢັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ, ຊ່ວຍໃຫ້ມີລາຍຮັບທີ່ເປັນເງິນຕາຕ່າງປະເທດເຂົ້າປະເທດເຂົ້າລະບົບທະນາຄານຫຼາຍຂຶ້ນ, ເພື່ອປະກອບສ່ວນເຮັດໃຫ້ຖານະເງິນຕາຕ່າງປະເທດຂອງຊາດເຂັ້ມແຂງຂຶ້ນຫຼຸດຜ່ອນແຮງກົດດົນຕໍ່ອັດຕາແລກປ່ຽນ.​