ຄະນະນັກສຶກປະລິນຍາໂທ ສາຂາບໍລິຫານ ການເງິນ ມຊ ເຄື່ອນໄຫວທັດສະນະຢູ່ເມືອງໂຂງ

  ເມື່ອບໍ່ດົນມານີ້ຄະນະຄູອາຈານ ແລະນັກສຶກສາປະລິນຍາ ໂທສາຂາບໍລິຫານການເງິນຈາກມະຫາວິທະຍາໄລແຫ່ງຊາດ  (ມຊ) ຈຳນວນ 37 ທ່ານ ໄດ້ເດີນທາງ ມາທັດສະນະສຶກສາຢູ່ທີ່ບ້ານທ່າຄໍ້ ເມືອງໂຂງ ແຂວງຈຳປາສັກການເດີນທາງມາທັດສະນະຄັ້ງນີ້ໄດ້ຖືກ ຕ້ອນຮັບຢ່າອົບອຸ່ນຈາກທ່ານ ຄຳສິງ ບຸຈະເລີນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມກະ ດັນ, ມີບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງການອ້ຂ້າງ ເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານທ່າຄໍ້ພ້ອມດ້ວຍເຖົ້າແກ່ແນວໂຮມພາຍ ໃນບ້ານກໍ່ໄດ້ເຂົ້າຮ່ວມຮັບຕ້ອນ ຢ່າງພ້ອມພຽງ.

  ໂອກາດນີ້ທ່ານນາຍບ້ານທ່າຄໍ້ ພັນຊະນະສີຫາບຸດກໍ່ໄດ້ລາຍງານ ສະພາບລວມຈຸດພິເສດຂອງບ້ານ ແລະຍົກໃຫ້ເຫັນໂດຍສັງເຂບບາງ ດ້ານວ່າ: ບ້ານທ່າຄໍ້  ຫ່າງຈາກຕົວ ເມືອງມາທາງທິດຕາເວັນອອກສ່ຽງໃຕ້ປະມານ 25 ກິໂລແມັດ, ຂຶ້ນກັບກຸ່ມກະດັນ ແລະເປັນບ້ານທີ່ມີແຫຼ່ງທ່ອງທ່ຽວທຳມະຊາດນັ້ນ ກໍ່ຄືນ້ຳຕົກຕາດຄອນພະເພັງ, ມີພົນ ລະເມືອງທັງໝົດ 1 ພັນກວ່າຄົນ, ຍິງ 900 ກວ່າຄົນ, ມີ 276 ຫຼັງ  ຄາເຮືອນ, ມີ 249 ຄອບຄົວ, ໃນ ນັ້ນມີຈຳນວນຄອບຄົວຮັ່ງມີ 56 ຄອບຄົວ, ຄອບຄົວປານກາງມີ  100 ກວ່າຄອບຄົວ, ຄອບຄົວກຸ້ມກິນ  60 ຄອບຄົວ ສາມາດເວົ້າໄດ້ວ່າລືບ ລ້າງຄວາມທຸກຍາກໄດ້ 100%, ທ່າແຮງຂອງປະຊາຊົນພາຍໃນ ບ້ານແມ່ນຖືເອົາອາຊີບເຮັດນາ ເປັນຕົ້ນຕໍ,  ຖືເອົາການປູກຝັງ-ລ້ຽງສັດ, ຄ້າຂາຍ ແລະບໍລິການທ່ອງທ່ຽວເປັນອາຊີບສຳຮອງອັນທີ່ພົ້ນເດັ່ນພາຍໃນບ້ານແມ່ນການສ້າງ ກອງທຶນພັດທະນາບ້ານກອງທຶນ ພັດທະນາບ້ານທ່າຄໍ້ແມ່ນໄດ້ສ້າງຕັ້ງຂຶ້ນໃນປີ 2008  ເບື້ອງຕົ້ນມີ ສະມາຊິກຈຳນວນ 89 ຄົນ, ຍິງ 47  ຄົນ,  ມີຈຳນວນເງິນທ້ອນພຽງແຕ່ 49 ລ້ານກວ່າກີບ, ຕົກມາ ຮອດປີ 2018 ໄດ້ມີຈຳນວນສະມາຊິກເພີ່ມຂຶ້ນເປັນ  304  ຄົນ,  ຍິງ 187  ຄົນ, ມີຈຳນວນເງິນທ້ອນທັງ ໝົດ 3  ຕື້ກວ່າກີບ, ໄດ້ປ່ອຍເງິນໃຫ້ ສະມາຊິກກູ້ຢືມຈຳນວນເກືອບ 2  ຕື້ກີບ ແລະໄດ້ຮັບດອກທັງໝົດ 465 ລ້ານກວ່າກີບ.

  ທ່ານ  ຄຳສິງ ບຸນຈະເລີນ ໃຫ້ຮູ້ຕື່ມວ່າ: ການເດີນທາງມາທັດສະ ນະສຶກສາຂອງຄະນະຄູອາຈານ ແລະນັກສຶກສາປະລິນຍາໂທສາຂາບໍລິຫານການເງິນຮຸ່ນທີ  12 ສົກສຶກສາ 2018-2019 ມະຫາວິທະຍາໄລແຫ່ງຊາດຄັ້ງນີ້ກໍ່ເພື່ອເກັບກຳຂໍ້ມູນພາກສະໜາມທີ່ກ່ຽວຂ້ອງ ກັບວຽກງານດ້ານບໍລິຫານການ ເງິນຂອງກອງທຶນບ້ານ ຊ່ຶງຈະເປັນການຊ່ວຍໃຫ້ນັກສຶກສານຳໃຊ້ທິດສະດີເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງແລະເປັນເປົ້າໝາຍການພັດທະນາດ້ານການຮຽນ- ການສອນຂອງມະຫາວິທະຍາໄລ ແຫ່ງຊາດກໍ່ຄືກະຊວງສຶກສາທິ ການ ແລະກີລາ.

 

ໂດຍ: ພຸດທະສິນ