ຄວາມຄືບໜ້າ ການປະຕິບັດດຳລັດ ວ່າດ້ວຍລົດຂອງລັດ

ໃນວັນທີ 17 ພຶດສະພາ 2022 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບ ກະຊວງການເງິນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ພາຍຫຼັງທີ່ໄດ້ເຜີຍແຜ່ດຳລັດດັ່ງກ່າວ ໃນທ້າຍເດືອນມີນາ 2022 ທີ່ຜ່ານມາ ໂດຍການເປັນປະທານຮ່ວມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຫົວໜ້າຫ້ອງວ່າການ, ຫ້ອງການກະຊວງ, ອົງການຈັດຕັ້ງພັກ-ລັດ ແລະມະຫາຊົນຂັ້ນສູນກາງ ເຂົ້າຮ່ວມ.

ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳກໍ່ຄືມາດຕະການທີ່ລັດຖະບານໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນອັນລະອຽດເຊິ່ງເນື້ອໃນຈິດໃຈຂອງດຳລັດດັ່ງກ່າວແມ່ນເປັນການຍົກສູງປະສິດທິຜົນຄຸ້ມຄອງລາຍຈ່າຍງົບປະມານຂອງລັດດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນໂດຍການຄຸ້ມຄອງລົດຂອງລັດໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາໂດຍສະເພາະການຫຼຸດຈຳນວນລົດລົງ, ການຖອນຄືນ, ການດຸ່ນດ່ຽງ ດັດສົມລົດປະຈຳຕຳແໜ່ງ, ດັດປັບການເບີກຈ່າຍນໍ້າມັນ, ການຫັນມາໃຊ້ລົດໄຟຟ້າ ໃຫ້ຫຼາຍຂຶ້ນ ແລະອື່ນໆ.

ເມື່ອສົມທຽບດຳລັດສະບັບນີ້ກັບລະບຽບການນໍາໃຊ້ລົດລັດໃນເມື່ອກ່ອນເຫັນວ່າຈະສາມາດຫຼຸດຈຳນວນລົງ ແລະຖອນຄືນລົດປະຈໍາຕຳແໜ່ງການນຳລະດັບສູງປະເພດ I ຫາ ປະເພດ IV ທີ່ເກີນກໍານົດໃນດຳລັດ 599/ລບ; ດຸ່ນດ່ຽງດັດສົມລົດ ຈາກບ່ອນທີ່ມີຫຼາຍໄປໃຫ້ພາກສ່ວນທີ່ຍັງຂາດເຂີນບໍ່ພຽງພໍ; ດັດປັບການເບີກຈ່າຍນໍ້າມັນເຊື້ອໄຟໃຫ້ຫຼຸດລົງ;ສົ່ງເສີມຫັນໄປນຳໃຊ້ລົດໄຟຟ້າ ຫຼືລົດທີ່ນຳໃຊ້ພະລັງງານສະອາດທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມມະຕິ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າໃນ ສປປ ລາວ; ສໍາລັບພະນັກງານຕຳແໜ່ງຂັ້ນຫົວໜ້າກົມ ແລະ ຮອງຫົວໜ້າກົມລົງມາ ແມ່ນບໍ່ມີລົດປະຈຳຕຳແໜ່ງ, ແຕ່ໃຫ້ນຳໃຊ້ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ໂດຍມີການຕິດກາໝາຍ (ສະຕິກເກີ) ຢ່າງຄັກແນ່.

ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການລາຍຄວາມຄືບໜ້າໃນການຈັດຕັ້ງປະຕິບັດດຳລັດສະບັບດັ່ງກ່າວໂດຍສະເພາະຜົນສຳເລັດ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະຂໍ້ສະເໜີຈາກບັນດາຜູ້ຕາງໜ້າກະຊວງ ແລະອົງການທຽບເທົ່າຂັ້ນສູນກາງເພື່ອເປັນຂໍ້ມູນສັງລວມລາຍງານຂໍທິດຊີ້ນຳຈາກຂັ້ນເທິງຕໍ່ການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປເຊິ່ງເຫັນວ່າມີຄວາມຄືບໜ້າດີສົມຄວນ, ໃນນັ້ນ ທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະສຳເລັດການເຜີຍແຜ່ເນື້ອໃນຂອງດຳລັດ ແລະນິຕິກຳທີ່ກ່ຽວຂ້ອງໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ. ພ້ອມກັນນັ້ນກຳລັງເລັ່ງສັງລວມຂຶ້ນບັນຊີລົດຂອງລັດທີ່ກະຊວງ-ອົງການຂອງຕົນຄຸ້ມຄອງ ແລະນຳໃຊ້ເປັນຕົ້ນ ຈຳນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ, ລວມທັງ ແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າທີ່ໝົດອາຍຸການໃຊ້ງານ ແລະ ໄດ້ຖອນຄືນລົດຈຳນວນໜຶ່ງ ທີ່ເກີນກໍານົດ ໃນດຳລັດ ເລກທີ 599/ລບ, ສະເພາະ ຫສນຍ ກໍໄດ້ສົມທົບກັບກະຊວງການເງິນດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນໃຫ້ຂະແໜງການ, ອົງການ ຈຳນວນໜຶ່ງ, ຄຽງຄູ່ກັນນີ້ໄດ້ສົມທົບກັນກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະ ຄາດໝາຍທາງດ້ານເວລາໃນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດດຳລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະນະລົງເຜີຍແຜ່ເອກະສານກ່ຽວກັບການຄຸ້ມຄອງພາຫະນະຂອງລັດຢູ່ບັນດາແຂວງໃນທົ່ວປະເທດໂດຍແບ່ງອອກເປັນ 03 ຄະນະ, ມີຮອງລັດຖະມົນຕີກະຊວງການເງິນເປັນຫົວໜ້າ ຂອງແຕ່ລະຄະນະ ແລະມີຄາດໝາຍໃຫ້ສໍາເລັດພາຍໃນເດືອນ ພຶດສະພາ 2022.

ໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ສະເໜີໃຫ້ບັນດາຫ້ອງການເປັນໃຈກາງໃນການສືບຕໍ່ຈັດຕັ້ງປະຕິບັດດຳລັດສະບັບນີ້ຂອງກະຊວງ, ອົງການຂອງຕົນໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນ, ພ້ອມທັງຄົ້ນຄວ້າວິທີການ ທີ່ເໝາະສົມໃນການແກ້ໄຂບັນຫາຄົງຄ້າງ,ຂໍ້ຫຍຸ້ງຍາກຕ່າງໆ ສະເໜີຕໍ່ຄະນະພັກ-ຄະນະນຳຂອງຕົນບົນພຶ້ນຖານສອດຄ່ອງກັບ ດຳລັດ 599/ລບ. ນອກຈາກນັ້ນ, ຖ້າພາກສ່ວນໃດບໍ່ທັນສຳເລັດການຂຶ້ນບັນຊີສະຖິຕິລົດກໍ່ໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດແລ້ວສັງລວມລາຍງານໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ການຈັດຕັ້ງປະຕິບັດດຳລັດສະບັບນີ້ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະລັດໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງໃນການຄຸ້ມຄອງ ແລະນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະສັງຄົມຫຼາຍຂຶ້ນ, ສິ່ງສຳຄັນ ແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ