ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະຖອນຄືນຈຳນວນໜຶ່ງ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ແລະກະຊວງການເງິນເປີດເຜີຍຜົນການຈັດຕັ້ງປະຕິບັດດຳລັດ ວ່າດ້ວບລົດຂອງລັດ ສະບັບເລກທີ 599/ລບ ແລະນິຕິກຳທີ່ກ່ຽວຂ້ອງເຫັນວ່າມີຄວາມຄືບໜ້າດີສົມຄວນໂດຍທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະສຳເລັດການເຜີຍແຜ່ເນື້ອໃນຂອງດຳລັດ ແລະນິຕິກຳທີ່ກ່ຽວຂ້ອງໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ. ພ້ອມດຽວກັນນັ້ນ, ກໍໄດ້ເລັ່ງສັງລວມຂຶ້ນບັນຊີລົດຂອງລັດທີ່ກະຊວງ-ອົງການຂອງຕົນຄຸ້ມຄອງ ແລະນຳໃຊ້ເປັນຕົ້ນຈຳນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ; ລວມທັງແຜນການຈັດສັນລົດຄືນໃໝ່ ແລະແຜນການສະສາງລົດເກົ່າທີ່ໝົດອາຍຸການໃຊ້ງານ ແລະໄດ້ຖອນຄືນລົດຈຳນວນໜຶ່ງທີ່ເກີນກໍານົດໃນດຳລັດ ເລກທີ 599/ລບ.

ສະເພາະ ຫສນຍ ກໍໄດ້ສົມທົບກັບກະຊວງການເງິນດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນໃຫ້ຂະແໜງການ, ອົງການ ຈຳນວນໜຶ່ງ; ໄດ້ສົມທົບກັນກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະຄາດໝາຍທາງດ້ານເວລາ ໃນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດດໍາລັດ 599/ລບ ແລະໄດ້ແຕ່ງຕັ້ງຄະນະລົງເຜີຍແຜ່ເອກະສານກ່ຽວກັບການຄຸ້ມຄອງພາຫະນະຂອງລັດຢູ່ບັນດາແຂວງໃນທົ່ວປະເທດ. ໃນຕໍ່ໜ້າຖ້າພາກສ່ວນໃດບໍ່ທັນສຳເລັດການຂຶ້ນບັນຊີສະຖິຕິລົດກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ການຈັດຕັ້ງປະຕິບັດດຳລັດສະບັບນີ້ ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະລັດໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງໃນການຄຸ້ມຄອງ ແລະນຳໃຊ້ຊັບສິນຂອງລັດ ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະສັງຄົມຫລາຍຂຶ້ນ, ສິ່ງສຳຄັນແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນວຽກງານດັ່ງກ່າວຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.

ຂໍ້ມູນ. ຫສນຍ ພາບປະກອບຂ່າວ