ມອບ-ຮັບຫົວໜ້າກອງບັນຊາການ ປກສ ເມືອງໝື່ນ

   ວັນທີ 19 ມີນາ 2019 ຫ້ອງການ ປກສ ເມືອງໝື່ນ ແຂວງ ວຽງຈັນໄດ້ເປີດກອງປະຊຸມພິທີ ມອບ-ຮັບຫົວໜ້າກອງບັນຊາການ ປກສ ເມືອງໝື່ນຂຶ້ນຢ່າງເປັນທາງການຢູ່ທີ່ສະໂມສອນຫ້ອງການ ປກສ ເມືອງໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ພັອ ທອງເຄນບຸນໝັ້ນຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກເມືອງຮອງເຈົ້າເມືອງ-ເມືອງໝື່ນ, ມີທ່ານ ພັທ ບຸນເຄນ ໄຊຍະບົວພາຄະນະປະຈຳພັກເມືອງຫົວໜ້າກອງບັນຊາການ ປກສ ເມືອງພ້ອມທັງພະນັກງານທົ່ວກອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ພັທ ລັງສີ ສຸຂະລິວົງ ຮອງກອງບັນຊາການ ປກສ ເມືອງ ໃຫ້ກຽດຂຶ້ນຜ່ານບົດສະຫຼຸບການ ເຄື່ອນໄຫວວຽກງານປ້ອງກັນ ຄວາມສະຫງົບປະຈຳປີ 2018 ແລະທິດທາງແຜນການປະຕິບັດ ບັນດາວຽກຈຸດສຸມປີ 2019 ຈາກ ນັ້ນກອງປະຊຸມກໍ່ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີປ້ອງກັນຄວາມ ສະຫງົບສະບັບເລກທີ 305/ປກສ ລົງວັນທີ 27 ກຸມພາ 2019, ວ່າດ້ວຍການໂຍກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງວຽງຈັນ, ຂໍ້ຕົກລົງຂອງ ລັດຖະມົນຕີປ້ອງກັນຄວາມສະ ຫງົບສະບັບເລກທີ 306/ປກສ ລົງວັນທີ 27 ກຸມພາ 2019 ວ່າ ດ້ວຍ: ການແຕ່ງຕັ້ງນາຍຕໍາຫຼວດທີ່ ຂຶ້ນກັບ ປກສ ແຂວງວຽງຈັນ, ໃນນັ້ນໄດ້ໂຍກຍ້າຍທ່ານ ພັທບຸນເຄນໄຊຍະບົວພາ ຫົວໜ້າກອງບັນຊາ ການ ປກສ ເມືອງໝື່ນ ໄປເປັນຫົວໜ້າກອງບັນຊາການ ປກສ ເມືອງ ຫີນເຫີບ, ແຕ່ງຕັ້ງ ພັທ ອາພິນັນ ສ້າງຄຳຈາກຫ້ອງ 509 ປກສ ແຂວງວຽງຈັນມາເປັນຫົວໜ້າ ກອງບັນຊາການ ປກສ ເມືອງໝື່ນ,ໄດ້ແຕ່ງຕັ້ງ ພຕ ໜູວັນບີວ່າງຫົວໜ້າພະແນກສັນຕິບານມາເປັນຮອງກອງບັນຊາການ ປກສ ເມືອງສ່ວນຫົວໜ້າ ແລະຮອງທີ່ມີຢູ່ແລ້ວແມ່ນ ຮັກສາໄວ້ຄືເກົ່າ.

  ທ້າຍກອງປະຊຸມຍັງໄດ້ຮັບຟັງ ການໂອ້ລົມຂອງທ່ານ ພັອ ທອງເຄນ ບຸນໝັ້ນຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງສະຫາຍຫົວ ໜ້າກອງບັນຊາການຜູ້ເກົ່າ ແລະ ຮຽກຮ້ອງໃຫ້ຜູ້ຮັບໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າວຽກງານແນໃສ່ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບມີຄວາມໜັກແໜ້ນເຂັ້ມແຂງ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມປອດໄພເຕົ້າໂຮມ ຄວາມສາມັກຄີພາຍໃນ ແລະພາຍນອກໃຫ້ເປັນປຶກແຜນ, ສືບຕໍ່ປົກປັກຮັກສາ ແລະເສີ່ມຂະຫຍາຍມູນເຊື້ອທີ່ດີງາມຂອງຕົນສຸມເຫື່ອແຮງສະຕິປັນຍາເຂົ້າໃນການປັບປຸງກໍ່ສ້າງ ກອງບັນຊາການ ປກສ ເມືອງໝື່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເປັນກ້າວໆ.

ຮຽບຮຽງໂດຍ: ເມືອງໝື່ນ