ກະຊວງອຸດສາຫະກໍາ ແລະການຄ້າຫຼວງພະບາງຊີ້ແຈງ ບັນຫານໍ້າມັນເຊື້ອໄຟບໍ່ພຽງພໍຢູ່ພາຍໃນແຂວງ

ໃນວັນທີ 25 ພຶດສະພາ 2022 ທ່ານ ຄໍາຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຫຼວງພະບາງ ວ່າ: ເພື່ອຜັນຫຍາຍດໍາລັດ ເລກທີ 474/ນຍ ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການແນໃສ່ກໍານົດພາລະບົດບາດ ແລະລະບຽບການໃນການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການ, ໂດຍສະເພາະແມ່ນສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສິນຄ້າທີ່ເປັນປັດໃຈພື້ນຖານໃຫ້ແກ່ການຜະລິດ ແລະສິນຄ້າກະສິກໍາປະເພດສະບຽງອາຫານ, ການຂຶ້ນລາຄາສິນຄ້າທຸກຄັ້ງ ຕ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອເປັນການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງຜູ້ດໍາເນີນທຸລະກິດ ແລະ ຜູ້ບໍລິໂພກ, ຈໍາກັດການສວຍໃຊ້ໂອກາດຂື້ນລາຄາສິນຄ້າ, ກັກຕຸນສິນຄ້າໄວ້ ເພື່ອຫວັງເອົາກໍາໄລໂດຍພາລະການ, ເອົາລັດເອົາປຽບທາງດ້ານລາຄາຜູ້ທີ່ມາຊື້ສິນຄ້າ ແລະມາໃຊ້ບໍລິການຈາກຜູ້ດໍາເນີນທຸລະກິດບໍລິການຕ່າງໆ ທີ່ລະເມີດ, ຝ່າຝືນລະບຽບການທີ່ກ່ຽວຂ້ອງກັບລາຄາສິນຄ້າ ແລະການບໍລິການ, ຊຶ່ງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຄວາມບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ອີກບັນຫາໜຶ່ງຕໍ່ກັບສະພາບນໍ້າມັນມີລັກສະນະຂາດເຂີນ ເຮັດໃຫ້ຜູ້ຊົມໃຊ້ນໍ້າມັນໄດ້ຮັບຜົນກະທົບໄປທົ່ວປະເທດເວົ້າລວມ, ໂດຍສະເພາະແຂວງຫຼວງພະບາງນັ້ນທ່ານກໍໄດ້ຊີ້ແຈງຕື່ມວ່າ: ເນື່ອງຈາກວ່າບໍລິສັດຜູ້ນໍາເຂົ້າ ນໍ້າມັນເຊື້ອໄຟ 13 ບໍລິສັດ, ໄດ້ພົບບັນຫາທີ່ຈະນໍາເອົາເງິນຕາຕ່າງປະເທດ ໄປຊື້ນໍ້າມັນເຊື້ອໄຟເຂົ້າມາເພາະວ່ານໍ້າມັນທີ່ໃຊ້ກັນທຸກມື້ນີ້ 100% ແມ່ນນໍາເຂົ້າຈາກຕ່າງປະເທດ, ໃນນັ້ນນໍາເຂົ້າຫຼາຍກວ່າໝູ່ແມ່ນຈາກປະເທດໄທ 80%, ຫວຽດນາມ 10% ແລະອີກ 10% ແມ່ນນໍາເຂົ້າຈາກປະເທດສິງກະໂປ. ເຮັດໃຫ້ພົບຄວາມຫຍຸ້ງຍາກຫຼາຍສົມຄວນ, ທ່າມກາງວິກິດດັ່ງກ່າວນີ້ຈິ່ງເຮັດໃຫ້ແຂວງຫຼວງພະບາງກໍຄືບັນດາແຂວງຢູ່ໃນຂອບເຂດທົ່ວປະເທດມີການຂາດເຂີນນໍ້າມັນເຊື້ອໄຟ. ສະເພາະແຂວງຫຼວງພະບາງ ມີ 37 ປໍ້າ, ກວມ 12 ເມືອງ, ໃນນີ້ມີ 5 ບໍລິສັດ ທີ່ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ມີ 1 ບໍລິສັດ ເປັນຜູ້ຈໍາໜ່າຍນໍ້າມັນຢູ່ພາຍໃນແຂວງ.

ປັດຈຸບັນສະພາບການນໍາເຂົ້ານໍ້າມັນ ເຫັນໄດ້ວ່າຍັງມີລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາມາດຄໍ້າປະກັນໃຫ້ແກ່ການນໍາໃຊ້ນໍ້າມັນຢູ່ພາຍໃນປະເທດ. ເພື່ອດຸ່ນດ່ຽງໃນການຊົມໃຊ້ໃນແຕ່ລະວັນ, ເຊິ່ງປັດຈຸບັນລັດວິສາຫະກິດນໍ້າມັນເຊື້ອໄຟລາວກໍາລັງສຸມໃສ່ດັດສົມເພື່ອກະຈາຍນໍ້າມັນໄປໃຫ້ຜູ້ຊົມໃຊ້ຢູ່ພາຍໃນປະເທດ ແລະບັນດາແຂວງ, ເຖິງວ່າຈະບໍ່ພຽງພໍແຕ່ກໍເປັນການແກ້ໄຂ, ໂດຍສະເພາະແມ່ນຢູ່ເທດນະຄອນຫຼວງພະບາງ, ສ່ວນເມືອງອື່ນໆນັ້ນກໍຍັງມີຄວາມຂາດເຂີນພໍສົມຄວນ, ນອກຈາກນີ້ຍັງມີປໍ້ານໍ້າມັນ ປຕທ, ປໍ້ານໍ້າມັນ ໜໍ່ແສງ ຍັງເປັນຕົວຊ່ວຍ ແລະໃນແຕ່ລະວັນແມ່ນຍັງບໍ່ສາມາດກໍານົດໄດ້ເນື່ອງຈາກວ່າຜູ້ປະກອບການເອງບໍ່ສາມາດໃຫ້ຄໍາຕອບໄດ້ຢ່າງຊັດເຈນວ່າ ແຕ່ລະວັນຈະມີນໍ້າມັນເຊື້ອໄຟມາລົງໃນບໍລິມາດເທົ່າໃດ, ເພື່ອເຮັດໃຫ້ສັງຄົມຊົມໃຊ້ຢ່າງພຽງພໍ.

ທ່ານຍັງໄດ້ກ່າວຕື່ມວ່າ: ຕໍ່ກັບບັນຫາດັ່ງກ່າວນີ້ທາງແຂວງຫຼວງພະບາງກໍຄືພະແນກອຸດສາຫະກໍາ ແລະການຄ້າແຂວງກໍໄດ້ສົມທົບກັບກະຊວງອຸດສາຫະກໍາ ແລະການຄ້າ ໃນການສ້າງຍຸດທະສາດໃນການແກ້ໄຂບັນຫາດັ່ງກ່າວໃນໄລຍະສັ້ນ, ກາງ ແລະ ໄລຍະຍາວ ແລະສືບຕໍ່ຊຸກຍູ້ໃຫ້ກັບບໍລິສັດທີ່ກໍາລັງຈະສ້າງຕັ້ງໂຮງກັ່ນນໍ້າມັນທີ່ຕັ້ງຢູ່ແຂວງຊຽງຂວາງໃນໄວໆນີ້, ເຊິ່ງສາມາດຜະລິດໄດ້ 10.000 ລ້ານລິດຕໍ່ປີ, ນອກຈາກນີ້ ກໍຍັງມີການຊຸກຍູ້ກົນໄກ ຈາກທະນາຄານກາງ ແລະທະນາຄານທຸລະກິດທີ່ຈະເປັນຜູ້ຊ່ວຍເຫຼືອໃຫ້ຜູ້ປະກອບການນໍາເຂົ້ານໍ້າມັນເຊື້ອໄຟເພື່ອໃຫ້ໄດ້ເງິນຕາຕ່າງປະເທດໄປຊື້ນໍ້າມັນຈາກບັນດາປະເທດໃຫ້ໄດ້ໄວທີ່ສຸດ, ເພາະວ່າປັດຈຸບັນແມ່ນບັນດາທ້ອງຖິ່ນແມ່ນກຽມເຂົ້າສູ່ການຜະລິດຕາມລະດູການ.

ນອນນີ້ກໍຍັງມິຜູ້ທີ່ສວຍໂອກາດຊື້ນໍ້າມັນແອັດຊັງ ມາຮ່າຍໃສ່ກະຕຸກຂາຍຕາມແຄມທາງ ແລະ ມີລາຄາສູງກວ່າໃນປໍ້າ ອັນເປັນການເອົາລັດເອົາປຽບຜູ້ຊົມໃຊ້. ຕໍ່ກັບບັນຫານີ້, ທາງພະແນກອຸດສາຫະກຳ ແລະການຄ້າ ແຂວງຫຼວງພະບາງ ກໍໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ລົງເຮັດວຽກໃນກວດກາຕົວຈິງ, ສາມາດຍຶດ ແລະ ສ້າງບົດບັນທຶກກັບຜູ້ສວຍໂອກາດຊື້ນໍ້າມັນໄວ້ກັກຕຸນ ແລະຮ່າຍຂາຍເກີນລາຄາໄດ້ຈໍານວນໜຶ່ງ ແລະ ໄດ້ອອກແຈ້ງການໃຫ້ແຕ່ລະເມືອງຖ້າພົບເຫັນການກັກຕຸ່ນ ແລະຮ່າຍນໍ້າມັນໃສ່ຕຸກຂາຍແມ່ນໃຫ້ປະຕິບັດຕາມລະບຽບການ.

ໂອກາດນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງພາກລັດ, ເອກະຊົນ ແລະຜູ້ຊົນໃຊ້ທົ່ວໄປຈົ່ງຊ່ວຍກັນປະຢັດມັດທະຍັດບໍ່ໃຊ້ຟຸມເຟືອຍ ໂດຍສະເພາະໃນຍຸກເຂົ້າຍາກໜາກແພງຄືແບບນີ້, ຮຽກຮ້ອງເຖິງຜູ້ປະກອບການ ແລະປະຊາຊົນຢ່າແຕກຕື່ນ, ຫຼົງເຊື່ອຂ່າວບິດເບື່ອນຄວາມຈິງທີ່ສ້າງຄວາມວຸ້ນວາຍໃຫ້ສັງຄົມ ແລະການຈັດຕັ້ງພັກ-ລັດ,ຈົ່ງມີຄວາມເຊື່ອໝັ້ນຕໍ່ການນໍາພັກ-ລັດ ພ້ອມກັນປະຕິບັດຕໍ່ລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ.

ຂ່າວ: ເພັດສາຄອນ ສິມມະວົງ