ການນຳຂັ້ນສູງພັກກອມມູນິດຫວຽດນາມ ຢ້ຽມຢາມບໍລິຄຳໄຊ

ໃນວັນທີ 01 ມິຖຸນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ສະຫາຍ ນາງ ເຈືອງທິມາຍ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມແຂວງບໍລິຄຳໄຊ,ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ລາຍງານສະພາບການໂດຍຫຍໍ້ຂອງແຂວງບາງດ້ານເປັນຕົ້ນວຽກງານດ້ານເສດຖະກິດພາຍໃນແຂວງ ປີ 2021 ລວມຍອດຜະລິດຕະພັນພາຍໃນ (GPP) ໄດ້ 6.670,5 ຕື້ກີບ, ອັດຕາການຂະຫຍາຍຕົວ 4,77% ລາຍຮັບສະເລ່ຍຕໍ່ຫົວຄົນ 20,9 ລ້ານກີບ ຫຼື ເທົ່າກັບ 2.225 ໂດລາ, ທົ່ວແຂວງມີເສັ້ນທາງເຂົ້າເຖິງທຸກບ້ານໃນນັ້ນທຽວໄດ້ສອງລະດູ ກວມເອົາ 84%, ທຽວໄດ້ລະດູດຽວ ກວມເອົາ 16% ສາມາດຊົມໃຊ້ໄຟຟ້າຖາວອນ ກວມເອົາ 100%, ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງມິດຕະພາບລາວ - ໄທ ແຫ່ງທີ V ບໍລິຄຳໄຊ - ບຶງການ ປະຈຸບັນ ສັນຍາກໍ່ສ້າງຂົວ ປະຕິບັດໄດ້ 9,79%, ສັນຍາກໍ່ສ້າງອາຄານດ່ານ ແລະທາງເຊື່ອມຕໍ່ ປະຕິບັດໄດ້ 49,6 % ແລະ ຄາດໝາຍສູ້ຊົນຈະໃຫ້ສຳເລັດໃນທ້າຍປີ 2023 ແລະເປີດການນໍາໃຊ້.

ຄາດໝາຍພັດທະນາແບບຍືນຍົງດ້ານການສຶກສາສາມາດບັນລຸ 9 ຄາດໝາຍ, ປະຕິບັດໄດ້ຄົງທີ່ 1 ຄາດໝາຍ, ປະຕິບັດບັນດາຕົວຊີ້ບອກດ້ານສາທາລະນະສຸກບັນລຸ 10 ຕົວຊີ້ບອກ ແລະຍັງບໍ່ບັນລຸ 1 ຕົວຊີ້ບອກ.

ມາຮອດປະຈຸບັນໄດ້ຮັບວັກຊີນ ຕ້ານໂຄວິດ - 19 ຈາກສູນສຸກຂະພາບແມ່ ແລະເດັກ ທັງໝົດ 536.716 ໂດຣ໌ ໄດ້ສັກໃຫ້ປະຊາກອນ ເຂັມ 1 ໄດ້ 73,8%, ເຂັ້ມ 2 ໄດ້ 65,4%, ເຂັມ 3 ໄດ້ 18,8% ແລະ ເຂັ້ມ 4 ໄດ້ 1,4% ທຽບໃສ່ປະຊາກອນ. ມີຜູ້ຕິດເຊື້ອສະສົມ 5.345 ຄົນ, ປິ່ນປົວຫາຍດີ 5,305 ຄົນ, ກຳລັງປິ່ນປົວ 4 ຄົນ, ເສຍຊີວິດສະສົມ 36 ຄົນ, ທົ່ວແຂວງມີຄອບຄົວວັດທະນະທຳ 47.940 ຄອບຄົວ ເທົ່າກັບ 89,56%, ມີບ້ານວັດທະນະທໍາໄດ້ 274 ບ້ານ ເທົ່າກັບ 96,47%, ສາມາດດຶງດູດນັກທ່ອງທ່ຽວເຂົ້າມາແຂວງບໍລິຄຳໄຊໄດ້ 76.773 ເທື່ອຄົນ.

ແຂວງບໍລິຄຳໄຊ ໄດ້ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນວຽກງານໃນແຕ່ລະດ້ານໃຫ້ເຂົ້າສູ່ລວງເລິກໃນຂົງເຂດຕ່າງໆ ກັບບັນດາແຂວງ ສສ ຫວຽດນາມ ໂດຍສະເພາະແຂວງຮ່າຕິ້ງ ເຊິ່ງເປັນແຂວງແຮກສ່ຽວ, ແຂວງເຫງະອານ, ແຂວງເລິມດົງ, ນະຄອນດາໜັງ ແລະບັນດາທ້ອງຖິ່ນອື່ນໆ.

ໄລຍະຜ່ານມາ ໄດ້ມີການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ເປັນຕົ້ນແມ່ນຊ່ວຍເຫຼືອສົມທົບທຶນກໍ່ສ້າງໂຮງຮຽນ, ໂຮງໝໍ, ເຮືອນມິດຕະພາບໃຫ້ຄອບຄົວທຸກຍາກ ແລະ ໂຄງການຕ່າງໆ ນັບທັງການຊ່ວຍເຫຼືອດ້ານອຸປະກອນການແພດຕ້ານພະຍາດ ໂຄວິດ - 19 ລວມມູນຄ່າຫຼາຍກວ່າ 40 ກວ່າຕື້ດົງ, 396 ລ້ານກີບ ແລະ 50 ພັນໂດລາ, ແຂວງບໍລິຄຳໄຊ ໄດ້ມອບເງິນ 03 ຄັ້ງ ຊ່ວຍແຂວງຮ່າຕິ້ງ ໃນການສ້າງເຮືອນມິດຕະພາບໃຫ້ຄອບຄົວອະດີດ ທະຫານອາສາສະໝັກຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ຢູ່ລາວ, ຊ່ວຍຜູ້ຖືກໄພພິບັດນໍ້າຖ້ວມ ແລະ ຊ່ວຍປະກອບສ່ວນຕ້ານພະຍາດ ໂຄວິດ- 19 ລວມມູນຄ່າ 30 ພັນໂດລາ, ຊ່ວຍທຶນກໍ່ສ້າງບຸກຄະລາກອນໃຫ້ ແຂວງຮ່າຕິ້ງ ແລະ ແຂວງເຫງະອານ ມາຮຽນກຽມພາສາ ແລະ ວິຊາສະເພາະ ຢູ່ມະຫາວິທະຍາໄລແຫ່ງຊາດລາວ 3 - 5 ທຶນ/ປີ.

ວຽກງານຊອກຫາ ແລະຂຸດຄົ້ນອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ນັບແຕ່ປີ 1999 - 2022 ສາມາດຊອກຫາ ແລະຂຸດຄົ້ນ ໄດ້ທັງໝົດ 535 ອັດຖິ ເຊິ່ງໄດ້ສຳເລັດການຈັດພິທີມອບ - ຮັບ ແລະຈັດສົ່ງກັບຄືນປະເທດຢ່າງສົມກຽດ.

ພ້ອມນີ້ ສະຫາຍ ຮ່ວາງຈູງຢຸງ ກຳມະການຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຮ່າຕິ້ງ ຍັງໄດ້ມອບຄອມພິວເຕີຕັ້ງໂຕະຈຳນວນ 10 ຊຸດ ໃຫ້ແຂວງບໍລິຄຳໄຊ ເພື່ອປະກອບສ່ວນເຂົ້າໃນວຽກງານ ເປັນກຽດຮັບໂດຍສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ. ຈາກນັ້ນໃນເວລາຕໍ່ມາການນຳແຂວງບໍລິຄຳໄຊຍັງໄດ້ຈັດພິທີບາສີຂວັນໃຫ້ແກ່ການນໍາຂັ້ນສູງຂອງພັກກອມມູນິດຫວຽດນາມ ຕາມຮີດຄອງປະເພນີລາວ.