8 ແຂວງພາກເໜືອທາບທາມຄໍາເຫັນ ແລະເຊຶ່ອມນິຕິກຳຂອງຂະແໜງການຕ່າງປະເທດ

ວັນທີ 2 ມິຖຸນາ 2022 ທີ່ຫ້ອງປະຊຸມພະແນກກະສິກຳ ແລະປ່າໄມ້ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນ ແລະ ເຜີຍແຜ່ ນິຕິກຳຂະແໜງການການຕ່າງປະເທດ ຕໍ່ບັນດາ 8 ແຂວງພາກເໜືອ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ພັນດານຸວົງ ຄະນະປະຈຳພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈຳພັກແຂວງຮອງເຈົ້າແຂວງ ແຂວງຫຼວງພະບາງເຂົ້າຮ່ວມ. 

ກອງປະຊຸມໃນຄັ້ງນີ້ເພື່ອເປີດໂອກາດໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງ 8 ແຂວງພາກເໜືອ ໄດ້ປະກອບຄໍາຄິດຄຳເຫັນໃສ່ຮ່າງນິຕິກຳ 2 ສະບັບຄື: ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ເຮັດໃຫ້ເນື້ອໃນຂອງນິຕິກຳໝາຍນີ້ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຊຶ່ງການປຶກສາຫາລືຄັ້ງນີ້ ແມ່ນການດໍາເນີນຂັ້ນຕອນການທາບທາມຄັ້ງທຳອິດຕໍ່ຮ່າງນິຕິກໍາດັ່ງກ່າວຢູ່ຂັ້ນທ້ອງຖິ່ນ ແລະ ຄະນະຮັບຜິດຊອບຈະໄດ້ສືບຕໍ່ນໍາເອົາຮ່າງນິຕິກຳ,ໄປທາບທາມຄຳເຫັນກັບບັນດາຂະແໜງການທີ່ກ່ຽວຂ້ອງຢູ່ພາກກາງ ແລະ ພາກໃຕ້,ຕາມຂັ້ນຕອນຂອງການສ້າງນິຕິກຳ, ເພື່ອໃຫ້ສໍາເລັດພາຍໃນເດືອນມິຖຸນາ 2022 ນີ້. ຫຼັງຈາກນັ້ນ, ຄະນະຮັບຜິດຊອບ ກໍຈະໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຮ່າງນິຕິກຳທັງສອງສະບັບ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນກວ່າເກົ່າ. ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ມີແຜນຈະນຳເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານ ປະຈຳເດືອນສິງຫາ 2022 ແລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ເພື່ອພິຈາລະນາ ໃນທ້າຍປີ 2022 ນີ້. ສໍາລັບຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ແມ່ນມີແຜນຈະນຳເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານ ປະຈຳເດືອນກໍລະກົດ 2022.

ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານໜັງສືຜ່ານແດນຂອງ ສປປ ລາວ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວ, ອໍານວຍຄວາມສະດວກໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກ ສປປ ລາວ, ພັກເຊົາ ຫຼື ອາໄສຢູ່ຕ່າງປະເທດ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມສາມາດເຊື່ອມໂຍງກັບສາກົນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ສຳລັບຮ່າງດຳລັດວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າເພື່ອຮັບໃຊ້ການພັດທະນາເສດຖະກິດ ແມ່ນກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ຮັບປະກັນການປະຕິບັດນະໂຍບາຍການຕ່າງປະເທດ ແລະເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດຂອງ ສປປ ລາວ ກັບສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດຊາດ. ການສ້າງຮ່າງນິຕິກຳທັງສອງສະບັບນີ້ ຈະເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາລະບົບນິຕິກຳຂອງຂະແໜງການຕ່າງປະເທດ,ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດ ດ້ວຍກົດໝາຍຢ່າງໜັກແໜ້ນເທື່ອລະກ້າວພ້ອມທັງການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ,ຕາມມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສໍາເລັດ ແລະທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໂດຍສະເພາະການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.

ນອກຈາກການທາບທາມຄຳເຫັນໃສ່ຮ່າງນິຕິກຳ 2 ສະບັບຂອງຂະແໜງການຕ່າງປະເທດ, ກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງການຕ່າງປະເທດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງສະບັບປັບປຸງ ປີ 2022 ເພື່ອໃຫ້ບັນດາແຂວງສາມາດກຳໄດ້ເນື້ອໃນ, ເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະຜັນຂະຫຍາຍເປັນນິຕິກຳສະເພາະຂອງແຂວງເພື່ອນຳໃຊ້ເປັນບ່ອນອີງໃນການກຳນົດຕຳແໜ່ງງານຂອງພະແນກການຕ່າງປະເທດແຂວງ ແລະນະຄອນຫຼວງ. ກອງປະຊຸມດັ່ງກ່າວນີ້ດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.

ຂ່າວ: ເພັດສາຄອນ ສິມມະວົງ