ຄໍາມ່ວນ ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານສະຫະພັນນັກຮົບເກົ່າ 6 ແຂວງພາກກາງ

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 2 ມີຖຸນາ 2022 ທີ່ເຮືອນຮັບແຂກເລກ 1 ຂອງແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ທ່ານ ພົ/ທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ສົມໃຈ ພານີຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຫົວໜ້າກົມ, ຄະນະ ປກຊ -ປກສ, ຕະຫຼອດຮອດປະທານສະຫະພັນນັກຮົບເກົ່າ 6 ແຂວງພາກກາງຄື : ນະຄອນຫລວງ, ວຽງຈັນ, ບໍລິຄຳໄຊ, ໄຊສົມບູນ, ສະຫວັນນະເຂດ ແລະ ແຂວງຄຳມ່ວນເຂົ້າຮ່ວມ.

ຈຸດປະສົງໃນການດໍາເນີນກອງປະຊຸມເພື່ອຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ຕິດພັນກັບມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ IV ກໍ່ຄື ມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວແຂວງ ຄັ້ງທີ IV ແລະເຜີຍແຜ່ເນື້ອໃນການກະກຽມຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ ທີ່ຈະມາເຖິງໃນມໍ່ໆນີ້, ພ້ອມນັ້ນກອງປະຊຸມຈະໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນຂອງບັນດາ ສະຫະພັນນັກຮົບເກົ່າ ຈາກ 6 ແຂວງພາກກາງ ທີ່ເຂົ້າຮ່ວມ, ຕໍ່ຜົນງານ ແລະການເຄື່ອນໄຫວໃນໄລຍະຜ່ານມາໂດຍສະເພາະແມ່ນວຽກງານແນວຄິດການເມືອງ, ການເຄື່ອນໄຫວດ້ານວຽກງານວິຊາສະເພາະຂອງສະຫະພັນນັກຮົບເກົ່າໃນການເປັນຕົວແທນໃຫ້ແກ່ອົງການປົກຄອງຂັ້ນຕົນເຮັດວຽກງານເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະແຜນພັດທະນາເສດຖະກິດ - ສັງຄົມຂອງລັດ ໃຫ້ແກ່ປວງຊົນ, ການເປັນແບບຢ່າງທີ່ດີໃຫ້ແກ່ມວນຊົນຄົນຮຸ້ນຫຼັງ ໃນການຮັກສາມູນເຊື້ອປະຕິວັດ ຕະຫຼອດຮອດການປະກອບສ່ວນວຽກງານເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປົກປັກຮັກສາ ແລະພັດທະນາປະເທດຊາດ, ການປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າໄປຄຽງຄູ່ກັບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາລວມເຖິງບັນດາຂໍ້ສະດວກ,ຂໍ້ຫຍຸ້ງຍາກ, ຄຳສະເໜີ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ. ນອກນັ້ນ, ຍັງມີວຽກງານການຈັດຕັ້ງປະຕິ ບັດເງິນເດືອນ, ເງິນນະໂຍບາຍ, ຕໍ່ສະມາຊິກນັກຮົບເກົ່າ ໂດຍສະເພາະສະມາຊິກນັກຮົບເກົ່າທີ່ທຸກຍາກ ແລະ ການແກ້ໄຂຄວາມຫຍຸ້ງຍາກດ້ານສະຖານທີ່ເຮັດວຽກຂອງສະຫະພັນນັກຮົບເກົ່າແຂວງ, ເມືອງ, ຄວາມຫຍຸ້ງຍາກດ້ານພາຫະນະ, ງົບປະມານຮັບໃຊ້ ແລະທ່າແຮງຂອງສະຫະພັນນັກຮົບເກົ່າແຂວງ, ເມືອງໃນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງສະມາຊິກນັກຮົບເກົ່າ, ກອງປະຊຸມດັ່ງກ່າວແມ່ນຈະໄດ້ດໍາເນີນໄປເປັນເວລາ 2 ວັນຈິ່ງຈະສໍາເລັດ.