ສະພາການຄ້າ ແລະອຸດສາຫະກໍາ ຫຼວງພະບາງສະຫຼຸບວຽກງານ 3 ຝ່າຍປະຈໍາປີ 2021

ແຫລ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ສະພາການຄ້າ ແລະອຸດສາຫະກໍາ ແຂວງຫຼວງພະບາງ ຈັດກອງປະຊຸມສະຫຼຸບວຽກງານ 3 ຝ່າຍຄື ສະພາການຄ້າ ແລະ ອຸດສາຫະກໍາ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະຫະພັນກໍາມະບານແຂວງ ປະຈໍາປີ 2021, ພ້ອມທັງວາງທິດທາງແຜນ ການປີ 2022 ແລະ ປະກອບຄຳຄິດຄຳເຫັນເພື່ອແກ້ໄຂບັນຫາຂໍ້ຄົງຄ້າງໃຫ້ບັນລຸຕາມແຜນການທີ່ວາງໄວ້.

ທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະອຸດສາຫະກໍາ ແຂວງຫລວງພະບາງ ໄດ້ກ່າວວ່າ: ໃນ 1 ປີຜ່ານມາສະພາການຄ້າ ແລະອຸດສາຫະກໍາແຂວງໃນນາມຕາງຫນ້າຜູ້ໃຊ້ແຮງງານໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍຄວາມປອດໄພ ແລະສຸຂະພາບແຮງງານ, ຜັນຂະຫຍາຍຍຸດທະສາດການປ້ອງກັນສັງຄົມແຫ່ງຊາດ ສຳລັບແຮງງານນອກລະບົບຂັ້ນທ້ອງຖິ່ນ, ວຽກງານປະກັນສຸຂະພາບປະຈໍາປີ 2020 ແລະ ແຜນການປີ 2021-2025 ໄດ້ປຶກສາຫາລືກ່ຽວກັບການກໍານົດຄ່າແຮງງານຂັ້ນຕໍ່າຂອງຜູ້ອອກແຮງງານລາວໃນທົ່ວປະເທດ ເພື່ອສະເໜີຕໍ່ກອງປະຊຸມ 3 ຝ່າຍ ລະຫວ່າງສູນກາງສະຫະພັນກໍາມະບານລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະສະພາການຄ້າ ແລະອຸດສາຫະກໍາແຫ່ຊາດລາວ.

ພ້ອມນີ້ຍັງໄດ້ລະດົມ-ຊຸກຍູ້ ຜູ້ປະກອບການທຸລະກິດຕ່າງໆ ພາຍໃນແຂວງຫລວງພະບາງ ໃຫ້ເຂົ້າເປັນສະມາຊິກຂອງສະພາການຄ້າ ແລະອຸດສາຫະກໍາແຂວງ, ໄດ້ອອກໃບຢັ້ງຢືນແຫລ່ງກໍາເນີດສິນຄ້າປະເພດຕ່າງໆລວມ 12 ລາຍການ ໃຫ້ພາກທຸລະກິດໃນການສົ່ງອອກສິນຄ້າໄປຕ່າງປະເທດເປັນຕົ້ນ ເຄືອເລືອດ 248,9 ໂຕນ, ໝາກກ້ວຍຫອມ35,439 ໂຕນ, ປໍສາ 186,66 ໂຕນ, ຢາງພາລາ 6,859 ໂຕນ, ເຟີນີເຈີ 10,093 ໂຕນ, ຊີມັງ 100 ໂຕນ, ຖ່ານດໍາ 879,5 ໂຕນ, ເຂົ້າໜຽວ 380 ໂຕນ, ຫັດຖະກໍາແຜ່ນແພ 382,98 ກິໂລກະລາມ, ໝາກເດືອຍ 468  ໂຕນ, ກາເຟ 5,52 ໂຕນ, ຢາສູບ 1.718ໂຕນ.

ສໍາລັບວຽກງານຄຸ້ມຄອງແຮງງານປັດຈຸບັນ, ໄດ້ມີການຄຸ້ມຄອງແຮງງານຢູ່ຫົວໜ່ວຍແຮງງານຕ່າງໆທົ່ວແຂວງຫຼວງພະບາງທັງໝົດ 2.034 ຫົວໜ່ວຍ, ໃນນີ້ ຫົວໜ່ວຍທີ່ຖືໃບທະບຽນວິສະຫະກິດ ມີຈຳນວນ 715 ຫົວໜ່ວຍ, ມີແຮງງານທັງໝົດ 137.789 ຄົນ, ຍິງ 69.647 ຄົນ. ມີແຮງງານຕ່າງປະເທດ 7.231  ຄົນ, ຍິງ 1.464 ຄົນ, ໄດ້ລົງຊຸກຍູ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ 6 ຫົວໜ່ວຍ ແລະ ດ້ານວຽກງານສະຫະພັນກໍາມະບານ ແຂວງຫຼວງພະບາງ ໄດ້ຮັບຄໍາຮອງຂອງກໍາມະກອນທີ່ບໍ່ໄດ້ຮັບຜົນປະໂຫຍດ 12 ສະບັບ, ໃນນັ້ນໄດ້ແກ້ສໍາເລັດ 8 ສະບັບ, ສາມາດທວງເງິນໄດ້897.173.000 ກີບ, ສ້າງບົດບັນທຶກນໍາສົ່ງໃຫ້ອົງການທີ່ກ່ຽວຂອ້ງ.

ທ່ານ ບຸນທ່ຽງ ສຸລິວັນ ຍັງໃຫ້ຮູ້ອີກວ່າ: ສໍາລັບທິດທາງແຜນການ ແລະ ວິທີແກ້ໄຂໃນຕໍ່ໜ້າສືບຕໍ່ໃຫ້ຄະນະກໍາມະການ 3 ຝ່າຍ ລົງເຜີຍແຜ່ກົດໝາຍແຮງງານ, ເຜີຍ ແຜ່ຄວາມຮູ້ທາງດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ, ລົງກວດກາແຮງງານເພື່ອເກັບກໍາສະຖິຕິແຮງງານ, ລົງໄກ່ເກ່ຍຂໍ້ຄັດແຍ່ງລະຫວ່າງລູກຈ້າງ ແລະ ນາຍຈ້າງຕາມການສະເຫນີ, ລົງຊຸກຍູ້ບັນດາຫົວໜ່ວຍແຮງງານທີ່ມີແຮງງານລາວ ແລະແຮງງານຕ່າງປະເທດໃຫ້ມີສັນຍາແຮງງານລະຫວ່າງລູກຈ້າງ ແລະນາຍຈ້າງພ້ອມທັງແນະນໍາຫົວໜ່ວຍແຮງງານໃຫ້ມີກົດລະບຽບພາຍໃນຕື່ມອີກ.

ຂ່າວ-ພາບ: ສີສຸວັນ