ສູນກາງແນວລາວສ້າງຊາດ ຈະຈັດຫຼາຍກິດຈະກຳສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

ໃນໂອກາດ ສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ລາວ-ຫວຽດ ນາມ ປີ 2022 ນີ້, ສູງກາງແນວລາວສ້າງຊາດ ຈະຈັດໃຫ້ມີຫລາກຫລາຍກິດຈະກຳໃຫ້ມີບັນຍາກາດອັນຄຶກຄື້ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບແນໃສ່ເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໂດຍສະເພາະການພົວພັນຮ່ວມມືໃນຂົງເຂດວຽກງານແນວລາວສ້າງຊາດ ຂອງສອງປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ.

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 6 ມິຖຸນາ 2022 ຜ່ານມານີ້ວ່າ: ເພື່ອສະເຫຼີມສະຫຼອງ ສາມັກຄີ ມິດຕະພາບ ລາວ-ຫວຽດນາມ ກໍຄື ສອງວັນປະຫວັດສາດ ລາວ-ຫວຽດນາມ(ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ) ທີ່ຈະມາເຖິງໃນມໍ່ໆນີ້, ສູນກາງແນວລາວສ້າງຊາດ ຈະຈັດຫຼາຍກິດຈະກຳ ເປັນຕົ້ນ ຈັດກອງປະຊຸມທາງໄກຮ່ວມກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ, ຄະນະກຳມະການຊົນເຜົ່າ ແລະ ຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ ຫວຽດນາມ; ແລກປ່ຽນ ການຢ້ຽມຢາມ ແລະ ພົບປະກັບຝ່າຍຫວຽດນາມຢູ່ທີ່ຊາຍແດນດ່ານລາວບາວ ແຂວງສະຫວັນນະເຂດ; ຈັດຕັ້ງປາຖະກະຖາ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ພ້ອມທັງເລົ່າມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ, ພ້ອມທັງ ຈະຈັດການແຂ່ງຂັນ ຂຽນບົດຄວາມກ່ຽວກັບປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ຈັດງານວາງສະແດງຮູບພາບ-ວັດຖຸພັນ ແລະ ງານວາງສະແດງເທສະການອາຫານລາວ-ຫວຽດນາມ ຕື່ມອີກ.

ພ້ອມນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງສອງວັນປະຫວັດສາດດັ່ງກ່າວເຊິ່ງໃນໄລຍະຜ່ານມາສອງຊາດລາວ ແລະ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫລ່, ຮ່ວມທຸກຮ່ວມສຸກ, ເພີ່ມພູນຄູນສ້າງເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ກາຍເປັນຊັບສິນອັນລໍ້າຄ່າ, ແຫລ່ງພະລັງປະເສີດທີ່ສຸດ, ແມ່ນປັດໄຈສຳຄັນຍິ່ງ ເພື່ອຮັບປະກັນຜົນສຳເລັດຂອງການປະຕິວັດແຕ່ລະປະເທດ. ດ້ວຍກາລະໂອກາດ ແລະ ເງື່ອນໄຂເອື້ອອຳນວຍນັ້ນ, ສອງຊາດລາວ-ຫວຽດນາມ ໄດ້ສ້າງສາຍພົວພັນການທູດນຳກັນຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962 ນີ້ແມ່ນເຫດການປະຫວັດສາດສໍາຄັນ ໄດ້ເປັນຂີດໝາຍທີ່ສໍາຄັນຍິ່ງໃນສາຍພົວພັນລະຫວ່າງສອງປະເທດ, ເປັນການຢືນຢັນເຖິງຄວາມຕິດພັນດ້ານຊະຕາກຳຂອງສອງຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຍາດເອກະລາດຊົນຊາດ ແລະ ທ້ອນໂຮມປະເທດຊາດ. ພາຍຫລັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ເພື່ອເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບໃຫ້ກ້າວສູ່ລວງເລິກ ສອງປະເທດໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18 ກໍລະກົດ 1977, ໃນນັ້ນໄດ້ເນັ້ນໜັກສາຍພົວພັນພິເສດລາວ-ຫວຽດນາມ, ຄວາມສາມັກຄີສູ້ຮົບ ແລະມິດຕະພາບທີ່ບໍ່ມີສິ່ງໃດໆສາມາດເຮັດສັ່ນສະເທືອນໄດ້ລະຫວ່າງປະຊາຊົນລາວ ແລະຫວຽດນາມ,ຄວາມຮັກແພງຖານສະຫາຍອັນຍິ່ງໃຫຍ່ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ຜ່ານການທົດສອບຮ່ວມທຸກຮ່ວມສຸກມາໃນຫລາຍສິບປີ, ຮ່ວມສູ້ຮົບ, ຮ່ວມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ພ້ອມກັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການສ້າງສາປະເທດຊາດ ເປັນມູນເຊື້ອໜຶ່ງທີ່ປະເສີດ, ເປັນກຳລັງແຮງຊະນະເລີດຂອງສອງຊາດ, ສອງພັກ. ໃນໄລຍະ 45 ປີ ຜ່ານມາ, ສົນທິສັນຍາສະບັບນີ້ ໄດ້ກາຍເປັນພື້ນຖານອັນໜັກແໜ້ນ ທາງດ້ານການເມືອງ, ນິຕິກໍາອັນສໍາຄັນ ເພື່ອປັບປຸງ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງສອງປະເທດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບໃຊ້ຢ່າງແຂງແຮງໃຫ້ແກ່ພາລະ ກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ.

ໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ຂອງສອງປະເທດທີ່ໄດ້ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກດ້ານຕ່າງໆໃຫ້ອົງການແນວລາວສ້າງຊາດ ແລະ 4 ພາກສ່ວນຄູ່ຮ່ວມງານຂອງຫວຽດນາມໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຄວາມຮັບຜິດຊອບບົນພື້ນຖານການພົວພັນຮ່ວມມືອັນເອກອ້າງທະນົງໃຈ ແລະສາມາດຍາດໄດ້ຜົນສຳເລັດອັນສະຫງ່າງາມ.