ປະກາດເມືອງບົວລະພາ ເປັນເມືອງຈົບຊັ້ນມັດທະຍົມຕົ້ນບຳລຸງ

  ການປະກາດຈົບຊັ້ນມັດທະ ຍົມຕົ້ນລະບົບບຳລຸງເມືອງບົວລະພາ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 15 ມີນາ 2019 ໂດຍມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ແກ້ວອຸດອນ ບຸດສິງ ຂອນເຈົ້າເມືອງໆບົວລະພາ, ມີບັນ ດາທ່ານໃນຄະນະປະຈຳພັກແຂວງ, ຫົວໜ້າພະແນກສຶກສາທິການ  ແລະກີລາແຂວງ, ຫ້ອງການສຶກສາທິການ ແລະກີລາເມືອງ, ບັນດາ ການນທັງ10ຕົວເມືອງໃນທົ່ວ ແຂວງ, ຂະແໜງ ການທີ່ກ່ຽວຂ້ອງ ຕະຫຼອດເຖິງພະນັກງານຄູ-ອາຈານ ແລະປະຊາຊົນພາຍໃນເມືອງບົວລະພາເຂົ້າຮ່ວມ.

  ທ່ານ ສຸບັນ ສຸວັນນະວົງ ຫົວໜ້າຫ້ອງການສຶກສາ ແລະກີລາເມືອງບົວລະພາໄດ້ສະຫຼຸບເຖິງການ ຈັດຕັ້ງການຮຽນ-ການສອນບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມ ຕອນຕົ້ນໃນທົ່ວເມືອງ.ຊຶ່ງໃນທົ່ວ ເມືອງປະກອບມີ 11 ກຸ່ມບ້ານ, ມີ 4 ຈຸດສຸມ, ປະຊາກອນໃນເກນອາ ຍຸ 15-45 ປີມີ  24.322  ຄົນ. ໃນນີ້ຮຽນຈົບຊັ້ນປະຖົມແລ້ວ  24.262 ຄົນ ກວມເອົາ 99,75% ແລະໄດ້ ປະກາດເມືອງຈົບຊັ້ນປະຖົມບຳລຸງໃນວັນທີ 31 ມັງກອນ 2014 ທີ່ຜ່ານມາ. ສຳລັບການຮຽນ-ການ ສອນໃນຊັ້ນມັດທະຍົມຕົ້ນບຳລຸງ ແມ່ນໄດ້ກຳນົດຄາດໝາຍພ້ອມວາງ ເງື່ອນໄຂໄປຕາມເຂດທີ່ມີຄວາມ ພ້ອມຂອງບ້ານໃນແຕ່ລະສົກຮຽນ. ໃນທົ່ວເມືອງມີປະຊາຊົນໃນເກນ ອາຍຸ 15-35 ປີ ຈໍານວນ 7.144  ຄົນ. ໃນນັ້ນຮຽນຈົບມໍຕົ້ນສາຍສາ ມັນແລ້ວ 5.063 ຄົນ ສຳລັບກຸ່ມເປົ້າໝາຍທີ່ຍັງບໍ່ທັນຈົບແມ່ນໄດ້ ເຂົ້າຮຽນບຳລຸງ ແລະເສັງຈົບຊັ້ນ ບຳລຸງໄດ້ 1.921 ຄົນ ກວມເອົາ 92,37% ຂອງຈຳນວນປະຊາຊົນທີ່ບໍ່ທັນຈົບມໍຕົ້ນສາຍສາມັນ.

   ສຳລັບວຽກງານການສຶກສາ ຂອງເມືອງບົວລະພາໃນປະຈຸບັນ ແມ່ນເລັ່ງໃສການຈັດຕັ້ງການຮຽນ-ການສອນໃຫ້ກຸ່ມເປົ້າໝາຍທີ່ດ້ອຍ ໂອກາດທາງການສຶກສາ ໂດຍສະ ເພາະຊາວໜຸ່ມທີ່ປະລະການຮຽນຈາກສາຍສາມັນໃຫ້ໄດ້ຮັບການ ສຶກສາຢ່າງທົ່ວເຖິງເພື່ອເສີມສ້າງ ຄວາມຮັບຮູ້, ຄວາມສາມາດເພື່ອເຮັດໃຫ້ເຂົາເຈົ້າໄດ້ມີອະນາຄົດ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ.ໃນໂອກາດດັ່ງກ່າວທ່ານຮອງລັດຖະມົນຕີກະ ຊວງສຶກສາທິການ ແລະກີລາກໍ່ໄດ້ ມອບໃບຢັ້ງຢືນຈົບຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງໃຫ້ແກ່ເມືອງ ບົວລະພາຊຶ່ງເປັນເມືອງທີ 10 ແລະເປັນເມືອງສຸດທ້າຍຂອງແຂວງ ຄຳມ່ວນ, ເປັນເມືອງທີ່ 126 ໃນຂອບເຂດທົ່ວປະເທດ.ຈາກນັ້ນກໍ່ ໄດ້ພ້ອມກັນຕັດແຖບຜ້າ ແລະລັ່ນ ຄ້ອງເພື່ອຢັ້ງຢືນເຖິງການປະກາດເມືອງບົວລະພາຈົບຊັ້ນມັດທະຍົມຕົ້ນບຳລຸງຢ່າງເປັນທາງການ.

ນສພ ເສດຖະກິດ-ສັງຄົມ