ເປີດໂຕ SONYXPERIA10 XPERIA10+ ແລະXPERIA L3

  ນອກຈາກມືຖືລະດັບທອບຂອງ Sony Xperia1 ທີ່ມາແທນຕະກູນ XZ ມາເຖິງລຸ້ນຂອງ X peria XZ ທີ່ຕໍ່ໄປນີ້ຈະເອີ້ນວ່າ X peria10 ແລXperia 10Pl us.

- Sony Xpreria 10: ສຳລັບລາຍລະອຽດຂອງ Xperia 10 ລຸ້ນປົກກະຕິກັນກ່ອນກັບໜ້າຈໍໃຫຍ່ ອະລັງການເຖິງ 6 ນີ້ວອັດຕາສ່ວນ 21:9 ພ້ອມກັບຄວາມລະອຽດ 1080+ ແລະມີກ້ອງຄວາມລະ ອຽດ 13+5 ລ້ານພິກເຊລພ້ອມ ກັບຂຸມພະລັງ Qualcomm Snapdragon 630  ພ້ອມກັບ RAM 3GB ແລະມາພ້ອມກັບ RAM 64GB ແລະມີແບດເຕີຣີຂະໜາດ 2780 mAhຮອງຮັບລະບົບ Fast Charge ໃຊ້ລະບົບປະຕິບັດການ Android 9.0 Pie. -Sony X peria 10 Plus: ອັບເກຣດໃຫ້ໜ້າຈໍໃຫຍ່ຂຶ້ນເປັນຂະໜາດ 6,5 ນິ້ວຄວາມລະອຽດ 21:9 ພ້ອມກັບ ຄວາມລະອຽດ  2520x1080 ພິກເຊລອັດຕາສ່ວນ 21:9 ຖືວ່າໃຫຍ່ພໍສົມຄວນສ່ວນກ້ອງຫຼັງຄວາມລະອຽດ 12 ລ້ານພິກເຊລ +5 ລ້ານພິກເຊລສາມາດຊູມໄດ້ 2 ເທົ່າ ແລະ ມີ 4K ພ້ອມກັບປ້ອງກັນລະບົບກັນສັ່ນ Steady Shot ແລະກ້ອງໜ້າໄດ້ 8 ລ້ານພິກເຊລເທົ່າກັບ Xpreia 1 ຂຸມພະລັງຂອງເຄື່ອງເລືອກໃຊ້ Qualcomm Snapdragon636, RAM 4GB, ຄວາມຈຳໃນຕົວ 64GB ພ້ອມກັບ ສາມາດໃສ່ກາດຈໍຄວາມຈຳ Micro SD  ໄດ້ສູງສຸດ 512GB ແລະໃຫ້ແບດເຕີຣີຂະໜາດ 3000 mAhໃຊ້ລະບົບປະຕິບັດການ Android 9.0 Pie.-Sony Xperia L3: ປິດທ້າຍກັບລຸ້ນນ້ອຍສຸດ Sony Xperia L3 ອາດຈະມີຄວາມແຕກຕ່າງຢູ່ແດ່ມາພ້ອມກັບຄວາມລະ ອຽດ 5,7 ນິ້ວຄວາມລະອຽດ HD+ ມາພ້ອມກັບອັດຕາສ່ວນ 18:9 ສ່ວນກ້ອງຫຼັງຈະໃຫ້ຄວາມລະອຽດ 13+2 ລ້ານພິກເຊລແຕ່ການຖ່າຍ ວິດີໂອຮອງຮັບຄວາມລະອຽດ 4K ກ້ອງໜ້າ 8 ລ້ານພິກເຊລ.

  ຂຸມພະລັງທີ່ເລືອກໃຊ້ຄື MediaTEK Heilo P22 Octa Core ໃຫ້ RAM 3GB ມາພ້ອມກັບຄວາມ ຈຳໃນຕົວ 32GB ສາມາດເພີ່ມຄວາມຈຳ ແລະໃຊ້ລະບົບປະຕິບັດ ການ Android 8.0 ທັງໝົດຍັງ ບໍ່ບອກເວລາຈຳໜ່າຍ ແລະລາຄາ ຕ້ອງຕິດຕາມກັນຕໍ່ໄປ.

ນສພ ເສດຖະກິດ-ສັງຄົມ