ແກ໊ດເຈ໊ດກັນນ້ຳ 7 ອຸປະກອນເຕັກໂນໂລຊີ ສຸດລ້ຳທີ່ຄວນຫາມາໃຊ້

  ສຳລັບຜູ້ຊາຍການທີ່ໄດ້ ຄອບຄອງແກ໊ດເຈ໊ດ (Gedget) ຫຼື ອຸປະກອນເຕັກໂນໂລຊີທັນສະ ໄໝກໍຖືເປັນຄວາມສຸກຢ່າງໜຶ່ງຊຶ່ງປະຈຸບັນອຸປະກອນໄຮເທກເຫຼົ່ານີ້ກໍຍັງໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງໂດຍໜຶ່ງໃນຟັງຊັນທີ່ກຳລັງ ມາແຮງ ແລະຖືກໃຫ້ຄວາມສົນໃຈ ກໍຄືລະບົບກັນນ້ຳ  (Water Proof)ທີ່ອຳນວຍຄວາມສະດວກໃຫ້ກັບຜູ້ ໃຊ້ ແລະເຮັດໃຫ້ສິ່ງປະດິດເຫຼົ່ານັ້ນ ເບິ່ງງາມຂຶ້ນທັນຕາ ວັນນີ້ຂໍເອົາໃຈຄົນໜຸ່ມທີ່ມັກອຸປະກອນໄຮເທກດ້ວຍ 7 ແກ໊ດເຈ໊ດສຸດລ້ຳທີ່ ຄວນລອງຫາມາໃຊ້ກັນ 1.Bragi The Dash Pro ຫູຟັງໄຮ້ສາຍຂະໜາດພົກພາທີ່ມາພ້ອມຟັງຊັນປ້ອງກັນນ້ຳໄດ້ເລິກເຖິງ 1 ແມັດເຮັດໃຫ້ໃສ່ລອຍນ້ຳໃສ່ແລ່ນ ຫຼື ຂີ່ລົດຖີບລົດຈັກໄດ້ຢ່າງສະບາຍໃຈບໍ່ຕ້ອງກັງວົນວ່ານ້ຳຈະເຂົ້າມີ ເມມໂມຣີໃນຕົວສາມາດເປີດເພງຟັງໄດ້ ໂດຍບໍ່ຈຳເປັນຕ້ອງເຊື່ອມຕໍ່ກັບສະມາດໂຟນແບັດເຕີຣີຫຼິ້ນ ໄດ້ເຖິງ 5 ຊົ່ວໂມງບັນເທີງໄດ້ຢ່າງ ເຕັມທີ່  ລາຄາປະມານ 400 ໂດລາ ສະຫະລັດ 2. Apple Watch Series 3 ສະມາດວອຊທີ່ສາ ມາດໃສ່ຊິມເພື່ອໃຊ້ງານເປັນໂທລະສັບໄດ້ໃນຕົວມາພ້ອມຟີເຈີສຳລັບ ອອກກຳລັງກາຍຢ່າງຄວບຄຸມລວມທັງແອພພລິເຄຊັນທີ່ເກືອບຈະຄືສະມາດໂຟນທຸກຢ່າງ ແລະ ທີ່ສຳຄັນກັນນ້ຳໄດ້ເປັນຢ່າງດີລາຄາປະມານ 340 ໂດລາ3. JBL Pulse 3 ລຳໂພງບລູທູດແບບພົກພາທີ່ສາມາດຈັບໂຍນລົງໄປເປີດໃນນ້ຳໄໄຟ LED 360 ອົງສາ ແບດເຕີຣີໃຊ້ງານໄດ້ 12 ຊົ່ວໂມງລາຄາຢູ່ທີ່ 256,85 ໂດລາ4. Polaroid Cube Wi-Fi Lifestyle ActionCamera ກ້ອງຖ່າຍຮູບຂະໜາດນ້ອຍແຕ່ດີມີຄວາມທົນທານສາມາດກັນນ້ຳໄດ້ຖ່າຍພາບວິວ ແລະວິດີໂອໃນ ຄວາມຄົມຊັດລະດັບ FullHD ມາພ້ອມເລນມູມກວ້າງສາມາດ ເກັບພາບວິວໄດ້ດີແຖມຍັງຕໍ່ Wi-Fi  ໄດ້ດ້ວຍລາຄາຢູ່ທີ່ປະມານ 171,42 ໂດລາ 5.Tech21EvoXplorer Case ເຄສສະ ມາດໂຟນທີ່ຊ່ວຍປ້ອງກັນການກະ ແທກຝຸ່ນລະອອງແລະປ້ອງກັນນ້ຳໄດ້ເປັນຢ່າງດີ ໂດຍອອກແບບມາ ໃຫ້ມີຄວາມບາງກະທັດຮັດໄດ້ຍິນ ສຽງຊັດເຈນ ແລະທີ່ສຳຄັນສາ ມາດກົດປຸ່ມຕ່າງໆໄດ້ງ່າຍອີກດ້ວຍ ລາຄາປະມານ  85,71 ໂດລາ 6.GlobalZero Venture 30 Power Bank ພາວເວີແບງ ຫຼື ແບັດເຕີຣີສຳຮອງສຳລັບສາກສະ ມາດໂຟນແທບເລັດຫຼືກ້ອງຖ່າຍ ຮູບສາມາດເຕີມພະລັງງານຜ່ານ ແສງອາທິດໄດ້ສາກໄດ້ໄວໃຊ້ຕໍ່ ເນື່ອງໄດ້ອອກແບບມາໃຫ້ກັນນ້ຳຝຸ່ນລະອອງໄດ້ທົນທານສຸດໆລາ ຄາປະມານ 100 ໂດລາ7.Sony NW-WS413 ຫູຟັງອອກກຳລັງກາຍທີ່ຖືກອອກແບບໃຫ້ປ້ອງກັນນ້ຳ ແລະຝຸ່ນລະອອງຈຶ່ງພ້ອມທີ່ຈະໄປກັບທ່ານທຸກທີ່ບໍ່ວ່າຈະແລ່ນ ລອຍນ້ຳຂີ່ລົດຖີບຫຼືຫຼິ້ນຟິດເນສ ຟັງເພງແບັດເຕີຣີໃຊ້ດົນເຖິງ 12 ຊົ່ວໂມງລາຄາຢູ່ທີ່  99,71 ໂດລາ.

ນສພ ເສດຖະກິດ-ສັງຄົມ