ສະໝຸນໄພຊ່ວຍບຳລຸງສຸຂະພາບ ແລະຫຼຸດນ້ຳຕານໃນເລືອດ

    ສະໝຸນໄພຊ່ວຍບຳລຸງສຸຂະພາບ ແລະຫຼຸດນ້ຳຕານໃນເລືອດຮັກສາໄດ້ ໂດຍວິທີທຳມະ ຊາດດ້ວຍສະໝຸນໄພທີ່ມີສັບພະຄຸນ ອັນລົ້ນເຫຼືອດັ່ງຕໍ່ໄປນີ້:

  1. ໂສມ: ດ້ວຍສັບພະຄຸນອັນ ໜ້າອັດສະຈັນທີ່ສາມາດຕໍ່ສູ້ກັບໂລກໄພໄຂ້ເຈັບຕ່າງໆໄດ້ເຮັດໃຫ້ ໂສມເປັນສະໝຸນໄພທີ່ໄດ້ຮັບການ ຂະໜານນາມວ່າເປັນສະໝຸນໄພ ທີ່ລ້ຳຄ່າກິນໂສມສາມາດຊ່ວຍຫຼຸດ ຜ່ອນການດູດຊຶມຂອງຄາໂບໄຮ ເດຣດ ແລະເພີ່ມການເຮັດວຽກຂອງເຊວຊ່ວຍໃຫ້ເຊວສາມາດດູດທາດ ນ້ຳຕານໄປໃຊ້ງານໄດ້ຫຼາຍຂຶ້ນ.
  2. ເຄືອຕົດໝາ: ມີສັບພະຄຸນອັນລົ້ນຫຼາຍ ໂດຍສະເພາະສານສະກັດຂອງໃບເພາະສາມາດຫຼຸດລະ ດັບນ້ຳຕານໃນເລືອດທັງຊ່ວຍເພີ່ມການຫຼັ່ງຂອງສານອິນຊູລີນໃນຮ່າງກາຍ, ມີສານຕ້ານອະນຸມູນອິດສະຫຼະ ແລະຊ່ວຍຫຼຸດໄຂມັນໃນເລືອດນອກນັ້ນຍັງຊ່ວຍລ້າງພິດ, ແກ້ທ້ອງບິດ, ຖອກທ້ອງ, ຖ່າຍພະຍາດ, ແກ້ອາການອ່ອນເພຍ, ຕົກເລືອດ ຫຼື ແກ້ອາການປວດເມື່ອຍອີກດ້ວຍ.
  3. ຮຽບຮຽງໂດຍ: ເມືອງໝື່ນ