ດື່ມນໍ້າໝາກແຕງ 2 ຈອກທຸກວັນ ຊ່ວຍປ້ອງກັນໂລກຫົວໃຈ-ເບົາຫວານ

  ປົກກະຕິແລ້ວນໍ້າຈະມີປະໂຫຍດຕໍ່ສຸຂະພາບຫຼາຍລວມເຖິງການຫຼຸດນໍ້າໜັກມີຕົວຢ່າງຫຼວງຫຼາຍທີ່ພິສູດໃຫ້ເຫັນເຖິງຄວາມສຳເລັດນີ້ແຕ່ມື້ນີ້ພິເສດກວ່ານໍ້າທຳມະດາເພາະເຮົາຈະມາແນະນຳເຄັດລັບດີໆທີ່ ສາມາດເຜົາຜານໄຂມັນ, ຊ່ວຍປ້ອງກັນພະຍາດຫົວໃຈ ແລະປ້ອງກັນພະຍາດເບົາຫວານມາຝາກຈະເຮັດແນວໃດນັ້ນໄປອ່ານພ້ອມກັນເລີຍ.

  ສິ່ງທີ່ຕ້ອງກຽມ: ຄວນໃຊ້ໝາກແຕງທີ່ປອດສານ ພິດນໍາເອົາໝາກແຕງມາລ້າງໃຫ້ສະອາດດີແລ້ວໄປຕັດເປັນວົງມົນເອົາໝາກແຕງລົງໃສ່ໃນພາຊະນະແກ້ວທີ່ບັນຈຸນໍ້າສອງລິດນໍາໄປແຊ່ຕູ້ເຢັນ 10 ນາທີ.ດື່ມນໍ້າໝາກແຕງດີຫຼາຍຢ່າງສຳລັບການປົກປ້ອງສຸຂະພາບ ຂອງຫົວໃຈເພາະມັນເຮັດວຽກໄດ້ດີໃນການຫຼຸດຄວາມດັນເລືອດສູງ  ແລະຍັງໃຫ້ສານອາຫານທີ່ຈຳ ເປັນຕໍ່ກ້າມເນື້ອດັ່ງນັ້ນຖ້າຫາກຕ້ອງການມີກ້າມຂະ ໜາດໃຫຍ່ໃຫ້ດື່ມນໍ້າໝາກແຕງຢ່າງໜ້ອຍ 2 ຈອກ ຕໍ່ວັນ.

ເຄື່ອງດື່ມນີ້ຍັງເໝາະສຳລັບຄົນທີ່ເປັນພະຍາດ ອື່ນໆເຊັ່ນ: ພະຍາດເບົາຫວານ, ພະຍາດຕາແດງ ແລະພະຍາດອັນໄຊເມີ ຊຶ່ງໝາກແຕງຍັງອຸດົມໄປດ້ວຍ ສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍບໍາລຸງສະໝອງປ້ອງກັນການພັດທະນາຂອງພະຍາດ ແລະຫຼຸດ ຄວາມຄຽດ.

 ໝາກແຕງຍັງສາມາດເສີມສ້າງກະດູກເນື່ອງ ຈາກມີວິຕາມິນ k ປະລິມານສູງ, ມີຊິລິເກຕໍຢູ່ຫຼາຍ ເຮັດໃຫ້ເຄື່ອງດື່ມນີ້ເໝາະສຳລັບການຄືນຄວາມຊຸມຊື່ນປັບສີຜີວ ແລະຊ່ວຍຮັກສາສີວໄດ້ອີກດ້ວຍ, ນໍ້າໝາກແຕງໄດ້ກາຍເປັນເຄື່ອງດື່ມລ້າງພິດທີ່ມີພະລັງຊ່ວຍຂັບສານພິດອອກຈາກຮ່າງກາຍເພາະເສັ້ນໃຍຂອງໝາກແຕງມີປະລິມານສູງ.

ຮຽບຮຽງໂດຍ: ແກ້ວ