ປີນີ້ ລາວຕັ້ງເປົ້າຜະລິດເຂົ້າ 3,7 ລ້ານໂຕນ ເພື່ອຄໍ້າປະກັນດ້ານສະບຽງອາຫານ

ໃນວັນທີ 20 ມິຖຸນາ 2022 ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນໃນປັດຈຸບັນນີ້ໂດຍໄດ້ຍົກໃຫ້ເຫັນແຜນຈຸດສຸມຄໍ້າປະກັນດ້ານສະບຽງອາຫານໃນປະເທດໃຫ້ພຽງພໍ. ໃນນີ້ຈະສຸມໃສ່ຜະລິດເຂົ້າໃຫ້ໄດ້ 3,7 ລ້ານໂຕນ; ຂະນະດຽວກັນ, ການສະໜອງຊີ້ນ, ປາ, ໄຂ່ ແມ່ນບໍ່ໃຫ້ຫລຸດ 68,2 ກິໂລຕໍ່ຄົນຕໍ່ປີ. ພ້ອມນັ້ນ ຈະສຸມໃສ່ປັດໄຈການຜະລິດພາຍໃນໃຫ້ຫລາຍຂຶ້ນເພື່ອຫລຸດຜ່ອນການນໍາເຂົ້າ ໂດຍສະເພາະແມ່ນຝຸ່ນຊີວະພາບເຊິ່ງປັດຈຸບັນສາມາດສະໜອງໄດ້ພຽງ 6 ແສນໂຕນ, ແຕ່ຄວາມຕ້ອງການແມ່ນສູງເຖິງ 2 ລ້ານໂຕນ ໄປຄຽງຄູ່ການສົ່ງເສີມການຜະລິດປຸຍ, ແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດໃຫ້ຫລາຍຂຶ້ນ.

ທ່ານ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ກ່າວຕື່ມວ່າ: ລົດຖະບານ ຈະເນັ້ນສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ໂດຍສະເພາະຕາມລາຍການສິນຄ້າທີ່ສໍາເລັດການເຈລະຈາເຕັກນິກເປີດຕະຫລາດກັບປະເທດຄູ່ຄ້າແລ້ວ ຄື: ສປ ຈີນ 14 ລາຍການ, ສສ.ຫວຽດນາມ 16 ລາຍການ, ຣາຊະອານາຈັກໄທ 15 ລາຍການ; ສ່ວນສະຫະພາບເອີຣົບ ແມ່ນເປີດໄດ້ທຸກສິນຄ້າ. ນອກນີ້, ຈະເລັ່ງສ້າງເງື່ອນໄຂ, ປັດໄຈ ແລະ ສະແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຜະລິດ ເຊັ່ນ: ການເຂົ້າເຖິງແຫລ່ງທຶນດອກເບ້ຍເໝາະສົມ, ການສະໜອງຂໍ້ມູນຄວາມຕ້ອງການຂອງຕະຫລາດໃນແຕ່ລະໄລຍະ, ປັບປຸງນະໂຍບາຍການນໍາເຂົ້າແນວພັນພືດ, ສັດ, ຢາປ້ອງກັນພະຍາດ, ຢາປາບສັດຕູພືດ, ປຸຍ ແລະກົນຈັກ ທີ່ເຮົາບໍ່ສາມາດຜະລິດໄດ້. ພ້ອມນັ້ນກໍສືບຕໍ່ປັບປຸງບັນດາສູນ, ສະຖານີບໍລິການເຕັກນິກດ້ວຍການສຸມງົບປະມານ ແລະ ຫັນເອົາພະ ນັກງານລົງປະຈໍາເປັນບ່ອນຜະລິດ ແລະສະໜອງແນວພັນ, ຖ່າຍທອດເຕັກນິກໃຫ້ບັນດາຊາວກະສິກອນກໍຄືກຸ່ມຜູ້ປະກອບການ.

ໃນຂະນະດຽວກັນຕ້ອງເລັ່ງປັບປຸງ, ຄຸ້ມຄອງພັດທະນາໂຄງລ່າງ ແລະເຕັກນິກການຜະລິດຕິດພັນກັບການປຸງແຕ່ງໃຫ້ໄດ້ມາດຕະຖານເພື່ອຫັນໄປສູ່ລະບົບທັນສະໄໝ, ພ້ອມທັງສ້າງຖານການຜະລິດຢູ່ເຂດຊົນນະບົດເພື່ອເປັນຕະຫລາດແຮງານ ແລະຕະຫລາດວັດຖຸດິບ ເຊັ່ນ: ໂຮງສີ, ໂຮງອົບ, ໂຮງຄັດເມັດ,ລານຕາກ, ສາງເຢັນ, ສາງແຫ້ງ, ໂຮງງານຜະລິດຝຸ່ນ, ປຸຍ, ໂຮງງານອາຫານສັດ, ໂຮງຂ້າສັດ ແລະ ສູນຄ່ຽນຖ່າຍຢູ່ຕາມສະຖານີລົດໄຟຕ່າງໆ. ນອກນີ້ກໍຍັງຄຸ້ມຄອງບັນດາໂຄງການຊົນລະ ປະທານໃນຂອບເຂດທົ່ວປະເທດເພື່ອໃຫ້ສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໃຫ້ໄດ້ສອງລະດູ.