ໂຊຈິນ ຕັດສິນໃຈເຊັນສັນຍາກັບຄ້າຍໃໝ່ ເນັ້ນສາຍການສະແດງ

ໂຊຈິນ ນັກຮ້ອງສາວຈາກສະມາຊິກວົງເກີລກຣຸບ Girl’s Day ຂອງ ສ ເກົາຫຼີ ໄດ້ຕັດສິນ ໃຈເຊັນສັນຍາກັບຄ່າຍໃໝ່ NoonCompanyເປັນທີ່ຮຽບຮ້ອຍແລ້ວ ໂດຍທາງຕົ້ນສັງກັດໃໝ່ເປີດເຜີຍວ່າມີຄວາມຍິນດີທີ່ຈະໄດ້ຮ່ວມງານກັບພັກໂຊຈິນຊຶ່ງມີຄວາມງົດງາມທີ່ຫຼາກຫຼາຍທັງໃນດ້ານກິດຈະກຳ, ທາງດ້ານດົນຕີ ແລະການສະແດງ ຊຶ່ງເຮົາຈະໃຫ້ການສະໜັບສະໜູນໃນສັກກະຍະພາບທີ່ບໍ່ມີທີ່ສິ້ນສຸດ ຢ່າງເຕັມທີ່.

ພັກໂຊຈິນປາກົດຕົວໃນຖານະ ສະມາຊິກວົງເກີລກຣຸບ Girl’s Dayໃນປີ 2010 ໄດ້ຮັບຄວາມຮັກ ແລະການສະໜັບສະໜູນຈາກແຟນເພງ ຈຳນວນຫຼາຍນອກຈາກງານດ້ານ ດົນຕີແລ້ວລາວຍັງມີຄວາມສາ ມາດໃນດ້ານການສະແດງອີກດ້ວຍ ໂດຍລາວມີຜົນງານການສະແດງໃນຮູບເງົາເລື່ອງ “The Greatest Marriage” ໃນປີ 2014 ແລະ“The Family Is Coming” ໃນປີ 2015 ນອກຈາກນີ້ໃນປີທີ່ຜ່ານມາລາວຍັງມີຜົນງານຮູບເງົາ ເລື່ອງສັ້ນສະແດງຮ່ວມກັບກຽມ ຢອງໃນຮູບເງົາເລື່ອງ “Essenceof Happiness” ທາງຊ່ອງ J TBC ອີກດ້ວຍ, ແຟນໆຮູບເງົາຕ້ອງລໍຖ້າ ຕິດຕາມໂຊຈິນໃນເສັ້ນທາງໃໝ່ ໃນຖານະນັກສະແດງກັນໄດ້ໃນໄວໆ ນີ້.