ບົ່ງຕົວແຕ່ງຕັ້ງເລຂາ ຮອງເລຂາໜ່ວຍພັກຫ້ອງການຄະນະກໍາມະການ ປກຊ - ປກສ

ພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ ແລະ ຮອງເລຂາໜ່ວຍພັກຫ້ອງການຄະນະກໍາມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2022 ໂດຍການເປັນປະທານຂອງ ທ່ານ ພັນໂທ ວິລະສິນ ມິດຕະພອນ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງ, ມີຄະນະພັກອົງການ 5 ຫ້ອງ, ຫົວໜ້າ, ຮອງຫົວໜ້າຫ້ອງການປກຊ - ປກສ ແຂວງ, ພະແນກການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ພັນໂທ ບຸນມາ ສິງມະນີວອນ ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງທະຫານແຂວງໄດ້ຂື້ນຜ່ານຂໍ້ຕົກລົງເລກທີ 073 ຂອງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ,ລົງວັນທີ 5 ພຶດສະພາ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກຫ້ອງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ຊຶ່ງໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ໄມທົນ ຈັນດາລາ ເປັນເລຂາໜ່ວຍພັກຫ້ອງການ ປກຊ - ປກສ ແຂວງ, ສະຫາຍ ພັນໂທ ຫຸມເພັງ ທໍາມະວົງຈິດ ເປັນຮອງເລຂາ ໜ່ວຍພັກ ຫ້ອງການປກຊ - ປກສ ແຂວງ ຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ່ 2 ມາດຕາທີ່ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກແທນຕໍາແໜ່ງຫ່ວາງ ແລະ ປະຕິບັດຕາມມະຕິຕົກລົງເລກທີ 167 ຂອງຄະນະປະຈໍາພັກແຂວງຫຼວງພະບາງ, ລົງວັນທີ 21 ຕຸລາ 2021 ວ່າດ້ວຍການອະນຸມັດຍົກຍ້າຍໜ່ວຍພັກຫ້ອງການ ປກຊ - ປກສ ແຂວງໄປຂື້ນກັບຄະນະພັກກອງບັນຊາການທະຫານແຂວງ.

ຕອນທ້າຍພິທີ ທ່ານ ພັນໂທ ວິລະສິນ ມິດຕະພອນ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງ, ໄດ້ມີຄໍາເຫັນຮຽກຮ້ອງໃຫ້ພະນັກງານທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ຍົກສູງບົດບາດການສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ - ນັກຮົບມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ໄປພ້ອມກັບການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ແລະ ລະບຽບກົດໝາຍຂອງລັດໃຫ້ເຂັ້ມງວດ ເພື່ອສ້າງກໍາລັງແຮງສັງລວມໃນການປັບປຸງກໍ່ສ້າງກອງ 3 ປອດ, ໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ, ຕິດພັນກັບການສ້າງນັກຮົບ ແລະກົມກອງວັດທະນະທໍາ, ພ້ອມກັນນີ້ກໍຕ້ອງຍົກສູງບົດບາດການຊີ້ນໍາ - ນໍາພາ, ແບບແຜນວິທີເຮັດວຽກໃຫ້ເປັນແຜນການ, ແຜນງານອັນລະອຽດ ບົນພື້ນຖານແມ່ນຮັກສາໄດ້ຄວາມສາມັກຄີພາຍໃນໝູ່ຄະນະເປັນປຶກແຜນແໜ້ນໜາ, ຍູ້ແຮງສົ່ງເສີມການເພີ່ມພູນຜະລິດຜົນປູກຝັງ - ລ້ຽງສັດ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.