ລາວ ມຸ່ງສູ່ການຫັນເປັນ ດີຈີຕອນ ໃນວຽກງານພັດທະນາສີມືແຮງງານ

 ຈັດກອງປະຊຸມປຶກສາຫາລື ການຫັນເປັນດີຈີຕອນ ໃນວຽກງານພັດທະນາສີມືແຮງງານ (ອຸດສາ ຫະກຳ 4.0) ໂດຍເປັນປະທານຂອງ ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະ ນາສີມືແຮງງານ ແລະ ທ່ານ ຢູຕົງ ຫລິວ ຫົວໜ້າໂຄງການ ILO-China ພ້ອມດ້ວຍຂະແໜງການ ທີ່ຕິດພັນກັບການກໍ່ ສ້າງກຳລັງແຮງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ຜູ້ທີ່ມີປະສົບການໃນການດໍາເນີນທຸລະກິດ ແລະ ການບໍລິການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການແນະ ນຳ ກ່ຽວກັບວຽກງານດີຈີຕອນ ໃນການການພັດທະນາທັກສະການນຳໃຊ້ ແລະ ເຄື່ອງມືອຸດສາຫະກຳ 4.0 ຈາກຊ່ຽວຊານດ້ານອຸດສາຫະ ກຳ 4.0 ຈາກມະຫາວິທະຍາໄລວູຊີ ສປ ຈີນ; ພ້ອມນີ້ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບທ່າແຮງບັນຫາສິ່ງທ້າທາຍ ລະບົບດີຈີຕອນ 4.0 ໃນ ສປປ ລາວ ຮ່ວມກັບບັນດາຜູ້ຊ່ຽວຊານຈາກຕ່າງປະເທດ ທີ່ມີປະສົບການ ທີ່ມາສະເໜີແນວຄວາມຄິດ ແລະ ບົດຮຽນທີ່ເຂົາເຈົ້າມີຜົນສຳເລັດ ໃນການຫັນເປັນດີຈີຕອນ ໃນຍຸກຫັນເປັນທັນສະໄໝ.

ທ່ານ ບຸນມາ ສິດທິໂສມ ໄດ້ກ່າວວ່າ: ໃນປັດຈຸບັນ, ໂລກຂອງເຮົາກ້າວເຂົ້າສູ່ດີຈີຕອນຢ່າງເຕັມຮູບແບບ ເຮັດໃຫ້ກິດຈະກໍາທາງດ້ານເສດຖະກິດ ແລະ ສັງຄົມ ມີຂະບວນການທີ່ວ່ອງໄວ, ເທັກໂນໂລຊີຕ່າງໆ ໄດ້ຕິດພັນກັບຊີວິດຄົນເຮົາຫລາຍຂຶ້ນ; ພ້ອມກັນນັ້ນ ມັນຍັງໄດ້ປ່ຽນແປງໂຄງສ້າງຮູບແບບກິດຈະກໍາທາງເສດຖະກິດ ແລະ ຂະບວນການທາງສັງຄົມອື່ນໆ ໄປຢ່າງສິ້ນເຊີງ. ບັນດາປະເທດທີ່ທັນສະໄໝໃນໂລກ ກໍໄດ້ນໍາເອົາເຕັກໂນໂລຊີ ດີຈີຕອນ ມາໝູນໃຊ້ເປັນເຄື່ອງມືສໍາຄັນໃນການຂັບເຄື່ອນການພັດທະນາປະເທດ.

ສໍາລັບ ສປປ ລາວ ໄດ້ມີແນວທາງນະໂຍບາຍ ການຫັນເປັນອຸດສະຫະກໍາ 4.0 ແລະ ທັນສະໄໝເທື່ອລະກ້າວ ໂດຍສະເພາະ ການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບພະ ຍາກອນມະນຸດ ໃຫ້ມີຄຸນນະພາບ ເພື່ອນໍາພາປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ. ສະ ນັ້ນ, ພວກເຮົາຈະຕ້ອງມີການປະສົມປະສານ ກົນໄກຕ່າງໆ ທັງພາກລັດ ແລະ ເອກະຊົນ ໃຫ້ຂັບເຄື່ອນໄປໃນທິດທາງດຽວກັນ ເພື່ອເອື້ອອໍານວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍມີຄວາມຫວັງ ຢາກນໍາໃຊ້ເທັກໂນໂລຊີ ດີຈີຕອນ ເຂົ້າມາມີບົດບາດໃນທຸກພາກສ່ວນ.

ຂໍ້ມູນ: ກະຊວງ ຮສສ