ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນຳການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ

ໃນຕອນບ່າຍ ວັນທີ 22 ມິຖຸນາ 2022, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ໄດ້ເປັນປະທານກອງປະຊຸມ ພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ຢູ່ແຂວງຫລວງນ້ຳທາ ຜ່ານລະບົບທາງໄກ ໂດຍມີຜູ້ຕາງໜ້າກະຊວງ, ອົງການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງ ແຂວງຫລວງນໍ້າທາ ພ້ອມດ້ວຍ ຄະນະຮັບຜິດຊອບພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນ ເຂົ້າຮ່ວມ.

ການປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ໃນການພັດທະນາເຂດເສດ ຖະກິດພິເສດ ບໍ່ເຕ່ນແດນງາມ ກໍຄືຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຜົນກອງປະຊຸມ ຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ຈາກຜູ້ພັດທະນາເຂດດັ່ງກ່າວ; ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດ ຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ການປະຕິບັດກົດໝາຍ ແລະ ລະ ບຽບການ ໃນການພັດທະນາເຂດ ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ, ການຄຸ້ມຄອງເຂດ,ການກຳນົດຂອບເຂດໂຄງການຄືນໃໝ່, ການລ້ອມຮົ້ວອ້ອມເຂດ, ການອະນຸມັດການລົງທຶນ, ການຈັດຕັ້ງປະຕິບັດເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ ແລະ ບໍ່ຫານ ສປ ຈີນ, ການຄຸ້ມຄອງ ແລະ ສົ່ງເສີມແຮງງານລາວ; ການນຳເຂົ້າທຶນ ແລະ ນຳໃຊ້ເງິນຕາຕ່າງປະເທດ, ການເກັບພັນທະອາກອນ ແລະ ການນຳເຂົ້າ-ສົ່ງອອກສິນຄ້າ, ການຄຸ້ມຄອງແຮງງານຕ່າງປະເທດ ແລະ ການສ້າງໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ, ການອະນຸມັດປຸກສ້າງ ຢູ່ພາຍໃນເຂດ, ການລົບລ້າງປ້າຍໂຄສະນາ ແລະ ທະບຽນພາຫະນະ ທີ່ບໍ່ຖືກຕ້ອງ, ກວດກາຄືນ ການນຳໃຊ້ລະບົບໂທລະຄົມມະນາຄົມ, ການຄຸ້ມຄອງທີ່ດິນ ແລະ ສິ່ງແວດລ້ອມ, ການອອກແບບ ແລະ ຈັດສັນຜັງເມືອງ, ການສະເໜີລົງ ທຶນກິດຈະການໂຮງຮຽນ, ໂຮງໝໍ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ປະທານກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງກ່ຽວຂ້ອງ ແຕ່ງຕັ້ງພະນັກງານຂະແໜງການຂອງຕົນ ລົງສົມທົບກັບທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຕົນ ໃຫ້ມີຜົນ ສຳເລັດເປັນກ້າວໆ; ໃຫ້ຂະແໜງການກ່ຽວຂ້ອງ ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຕ່າງໆ ຕໍ່ການພັດທະນາເຂດ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງຕື່ມ; ໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເປັນໃຈກາງ ຕິດຕາມ, ກວດກາ ແລະ ຊຸກຍູ້ການພັດທະນາເຂດ ໃຫ້ສາມາດດຳເນີນແຜນການທີ່ກຳນົດໄວ້; ສິ່ງສຳຄັນ ໃຫ້ຜູ້ພັດທະນາ ສືບຕໍ່ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ມີຄວາມຄືບໜ້າໄວກວ່າເກົ່າໃຫ້ກາຍເປັນຕົວເມືອງໃໝ່, ເປັນເຂດທີ່ໜ້າຢູ່, ໜ້າທ່ອງທ່ຽວ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເປັນບ່ອນສ້າງວຽກເຮັດງານທຳ, ເປັນຖານເກັບລາຍຮັບທີ່ສຳຄັນ ເຂົ້າງົບປະມານແຫ່ງລັດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໂດຍ ລວມຂອງປະເທດ ກໍຄືແຂວງຫລວງນໍ້າທາ ໃຫ້ມີການພັດທະນາ ຫລາຍຂຶ້ນກວ່າເກົ່າ.

 ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຢ້ຳໃຫ້ຜູ້ພັດທະນາ ສືບຕໍ່ສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາຄົງຄ້າງຕ່າງໆ ທີ່ໄດ້ປຶກສາຫາລືກັນ ໃນກອງປະຊຸມຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະ ກິດພິເສດບໍ່ເຕ່ນແດນງາມ ໃຫ້ສຳເລັດເປັນກ້າວໆ.