ໄຊຍະບູລີ ສະຫລຸບວຽກງານອົງການປົກຄອງປະຈໍາ 6 ເດືອນ ຕົ້ນປີ 2022

ກອງປະຊຸມອົງການປົກຄອງ ປະຈໍາ 6 ເດືອນຕົ້ນປີ ແລະທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ຈັດຂຶ້ນໃນວັນທີ 30 ມິຖຸນາ 2022 ໂດຍການເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານຮອງເຈົ້າແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ເຈົ້າເມືອງ, ຮອງເຈົ້າເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.

ໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນຄວ້າຊອກຫາສາເຫດ ແລະວິທີການແກ້ໄຂ ຈຸດອ່ອນ, ຂໍ້ຄົງຄ້າງເພື່ອຈະໄດ້ປັບປຸງເຮັດໃຫ້ມີຜົນໄດ້ຮັບດີຂຶ້ນກວ່າເກົ່າ ເປັນຕົ້ນ ສິ່ງຫຍໍ້ທໍ້ຕ່າງໆເຊັ່ນ: ບັນຫາການຄ້າ-ຂາຍ ແລະ ເສບສິ່ງເສບຕິດ, ຂີ້ລັກ-ງັດແງະ, ລັກຊັບພົນລະເມືອງ, ອຸບັດເຫດຕາມທ້ອງຖະໜົນ ແລະອາຊະຍາກໍາອື່ນໆ ເຊິ່ງເປັນສິ່ງທ້າທາຍ ແລະເປັນໄພຂົ່ມຂູ່ຕໍ່ການນໍາພາຂອງອົງການປົກຄອງແຂວງພວກເຮົາ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງບົດລາຍງານກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022, ລາຍງານກ່ຽວກັບການຊຸກຍູ້ຕິດຕາມການເກັບກູ້ພືດລະດູແລ້ງ ແລະແຜນການກະກຽມປູກພືດລະດູຝົນ, ຕິດພັນກັບການເຝົ້າລະວັງການລະບາດຂອງພະຍາດພືດ-ສັດ,ລາຍງານກ່ຽວກັບການຕິດຕາມກວດກາການນໍາເຂົ້າ-ສົ່ງອອກສິນຄ້າ, ການຄຸ້ມຄອງລາຄາສິນຄ້າ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟຢູ່ພາຍໃນແຂວງ, ລາຍງານກ່ຽວກັນປ້ອງກັນພະຍາດທີ່ມັກເກີດຕາມລະດູການຕິດພັນກັບການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ.

ໂດຍລວມແລ້ວແຂວງໄຊຍະບູລີ ແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດສືບຕໍ່ຂະຫຍາຍຕົວເຊິ່ງສະແດງອອກ ໃນ 6 ເດືອນຕົ້ນປີ 2022 ສາມາດຈັດເກັບລາຍຮັບໄດ້ 509,32 ຕື້ກວ່າກີບ, ເທົ່າກັບ 45,26%, ສາມາດດຶງດູດເອົາການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດໄດ້ 5 ໂຄງການ, ມູນຄ່າ 163,4 ຕື້ກີບ, ສົ່ງອອກສິນຄ້າໄດ້ 84,55 ລ້ານໂດລາ ແລະຄຸ້ມຄອງການນໍາເຂົ້າສິນຄ້າໃນລະດັບ 67,16 ລ້ານໂດລາ. ພ້ອມດຽວກັນກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາຢ່າງຕັ້ງໜ້າ, ໄປຄຽງຄູ່ກັບການເຝົ້າລະວັງການລະບາດຂອງພະຍາດສັດ,ພະຍາດຄົນ, ສັດຕູພືດ,ໄພທໍາມະຊາດ ແລະອື່ນໆ.