ເຊກອງ ຈັດງານວາງສະແດງສິນຄ້າປີສາມັກຄີມິດຕະພາບ ລາວ-ຫວຽດນາມ

ແຂວງເຊກອງ ຈັດງານວາງສະແດງສິນຄ້າ ເພື່ອສ້າງຂະບວນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ຂຶ້ນໃນລະຫວ່າງວັນທີ 29 ມິຖຸນາ ຫາ 3 ກໍລະກົດ 2022 ທີ່ສູນການຄ້າແຂວງເຊກອງໂດຍມີຜູ້ຜະລິດ-ຜູ້ປະກອບການ 100 ກວ່າຫົວໜ່ວຍເຂົ້າຮ່ວມ.

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງໃຫ້ສຳພາດໃນວັນທີ 28 ມິຖຸນານີ້ວ່າ: ສໍາລັບຜູ້ປະກອບການເຂົ້າຮ່ວມໃນງານຄັ້ງນີ້ແມ່ນມາຈາກ 4 ແຂວງພາກໃຕ້ ສປປ ລາວຄື: ແຂວງເຊກອງ, ສາລະວັນ, ຈຳປະສັກ, ອັດຕະປື ແລະ 4 ແຂວງພາກກາງ ສສ ຫວຽດນາມ ຄື: ກວາງນາມ, ນະຄອນດານັງ, ເທື່ອທຽນເຫ້ວ, ກອນຕູມ, ມາຮອດປະຈຸບັນມີຈຳນວນທີ່ແຈ້ງເຂົ້າຮ່ວມທັງໝົດ 110 ຫົວໜ່ວຍ, ລວມມູນຄ່າທັງໝົດ 3,5 ຕື້ກວ່າກີບ ໃນນີ້, ລວມມູນຄ່າສິນຄ້າພາຍໃນປະເທດ 900 ລ້ານກວ່າກີບ ແລະລວມສິນຄ້ານຳເຂົ້າຈາກຕ່າງປະເທດ 2,6 ຕື້ກວ່າກີບ.

ທ່ານຮອງເຈົ້າແຂວງຍັງໃຫ້ຮູ້ຕື່ມວ່າ: ການຈັດງານຄັ້ງນີ້ນອກຈາກເປັນການສ້າງຂະບວນການສະເຫລີມສະຫລອງ 2 ວັນສໍາຄັນທາງປະຫວັດສອງຊາດລາວ-ຫວຽດນາມແລ້ວ, ຍັງເປັນການຊຸກຍູ້, ສົ່ງເສີມ ແລະສະໜັບສະໜູນໃຫ້ຜູ້ຜະລິດ, ຜູ້ປະກອບການ, ນັກທຸລະກິດ, ພໍ່ຄ້າຊາວຂາຍໄດ້ມີການພົວພັນແລກປ່ຽນ-ຮ່ວມມືດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວລະຫວ່າງ 4 ແຂວງພາກໃຕ້ ສປປ ລາວ ກັບ 4 ແຂວງພາກກາງ ສສ ຫວຽດນາມເວົ້າສະເພາະ, ເວົ້າລວມແມ່ນສອງຊາດລາວ-ຫວຽດນາມ ແລະພິເສດເພື່ອເປັນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງເຊກອງ ພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ແລະທັງເປັນການໂຄສະນາທ່າແຮງດ້ານພື້ນຖານໂຄງລ່າງກໍຄືສູນການຄ້າເພື່ອເປັນການດຶງດູດເອົາຜູ້ປະກອບການ, ນັກທຸລະກິດ, ພໍ່ຄ້າຊາວຂາຍໃຫ້ເຂົ້າມານຳໃຊ້-ຊົມໃຊ້ສະຖານທີ່ດັ່ງກ່າວເພື່ອເປັນບ່ອນຊື້-ຂາຍ, ແລກປ່ຽນສິນຄ້າ ຕາມວັດຖຸປະສົງຂອງພັກ ແລະລັດຖະບານ ກໍຄື ແຂວງເຊກອງ ໃຫ້ນັບມື້ມີການຫັນປ່ຽນຢ່າງຕັ້ງໜ້າ. ນອກນັ້ນ, ພາຍໃນງານຍັງໄດ້ມີການສະແດງສິລະປະ-ວັນນະຄະດີ ແລະການສະແດງຄອນເສີດ ຈາກນັກຮ້ອງທີ່ມີຊື່ສຽງຂອງ ສປປ ລາວ.