ສສກ ມອບບັດພະນັກງານ-ລັດຖະກອນໃຫ້ 400 ກວ່າທ່ານ ຢ່າງເປັນທາງການ

ກະຊວງສຶກສາທິການ ແລະກິລາ (ສສກ) ໄດ້ຈັດພິທີມອບບັດພະນັກງານ-ລັດຖະກອນໃຫ້ແກ່ພະນັກງານ-ລັດຖະກອນ ຈຳນວນ 401 ທ່ານ ຢ່າງເປັນທາງການ ເມື່ອວັນທີ 30 ມິຖຸນາ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ພະນັກງານອາວຸໂສບໍານານ, ຕະຫຼອດຮອດພະນັກງານທີ່ໄດ້ຮັບບັດເຂົ້າຮ່ວມ.


ໃນພິທີ, ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ກ່າວວ່າ: ການອອກບັດພະນັກງານ-ລັດຖະກອນ ເປັນບັນຫາໜຶ່ງທີ່ສຳຄັນມີຜົນປະໂຫຍດຫຼາຍເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນ ພະນັກງານ-ລັດຖະກອນ ຜູ້ທີ່ມີໜ້າ ຫຼື ບໍ່ມີໜ້າຕົວຈິງຂອງບັນດາກະຊວງ, ອົງການປົກຄອງຂັ້ນສູນກາງ ແລະອົງການປົກຄອງທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບການ, ຫັນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍ, ລະບຽບການ ແລະທັນສະໄໝເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະເງິນນະໂຍບາຍຕ່າງໆຖືກຕ້ອງຕາມຕົວຈິງ, ນອກຈາກເປັນບັດພະນັກງານ-ລັດຖະກອນແລ້ວຍັງສາມາດນຳໃຊ້ເປັນບັດ ATM, ບັດປະກັນສັງຄົມ ເພື່ອເປັນບ່ອນອີງໃຫ້ອົງການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ແຂວງ ແລະ ເມືອງມີຄວາມສະດວກ ແລະພາກສ່ວນຕ່າງໆທີ່ມີສ່ວນກ່ຽວຂ້ອງລວມທັງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ.
ນອກຈາກນັ້ນ, ບັນດາພະນັກງານທີ່ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຄຳແນະນຳກ່ຽວກັບການອອກບັດພະນັກງານ-ລັດຖະກອນ (ສະບັບປັບປຸງ) ເລກທີ 01/ພນ ລົງວັນທີ 25 ກຸມພາ 2021 ແລະຮັບຟັງຄຳແນະນຳວິທີການແຈກຢາຍບັດ.

ສຳລັບການມອບ-ຮັບບັດພະນັກງານ-ລັດຖະກອນ ສສກ ຄັ້ງນີ້, ແມ່ນມີທັງໝົດ 401 ທ່ານ ຈາກ 25 ພາກສ່ວນ. ສ່ວນຜູ້ທີ່ບໍ່ມີລາຍຊື່ຮັບໃນຄັ້ງນີ້ແມ່ນຍັງຢູ່ໃນຂັ້ນຕອນກວດກາຂໍ້ມູນຄືນໃໝ່. ສະນັ້ນ, ແມ່ນໃຫ້ລໍຖ້າຮັບຊຸດຕໍ່ໄປ.