ເຊກອງ-ນະຄອນດານັງ ເຊັນບົດບັນທຶກແຜນການຮ່ວມມື 2023-2027

ກອງປະຊຸມພົບປະແລະເຊັນບົດບັນທຶກຊ່ວຍຈໍາແຜນການຮ່ວມມືໃນໄລຍະ 2023-2027 ລະຫວ່າງຄະນະຜູ້ແທນຂັ້ນສູງ ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2022 ທີ່ຫ້ອງວ່າການແຂວງເຊກອງເຊິ່ງຝ່າຍແຂວງເຊກອງ ສປປ ລາວ ລົງນາມໂດຍທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງເຊກອງ ແລະ ຝ່າຍນະຄອນດານັງ ສສ ຫວຽດນາມ ລົງນາມໂດຍທ່ານ ໂຮ່ ກີ໋ ມິ່ງ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດານັງ. ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ແລະທ່ານ ຫງວ້ຽນ ວັນ ກວາງ ກໍາມະການສູນກາງພັກກອມມູຍນິດຫວຽດນາມ, ເລຂາພັກນະຄອນດານັງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນດານັງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມການນໍາທັງສອງແຂວງໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບຈຸດພິເສດ, ການນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ພາຍໃນແຂວງຂອງຕົນໃນໄລຍະຜ່ານມາໃຫ້ກັນ ແລະ ກັນໄດ້ຮັບຊາບ ແລະ ພ້ອມກັນສະເໜີແຜນການຮ່ວມມືໃນຕໍ່ໜ້າ ແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ໂດຍສະເພາະແຂວງເຊກອງ ກັບ ນະຄອນດານັງ ໃນໄລຍະປີ 2023-2027 ເຊິ່ງການຮ່ວມມືສອງຝ່າຍເຫັນດີບາງເນື້ອໃນຄື: ເຫັນດີສືບຕໍ່ສ້າງເງື່ອນໄຂໃຫ້ຄະນະຜູ້ແທນແຕ່ລະຂັ້ນ ໄດ້ພົບປະແລກປ່ຽນຄະນະຜູ້ແທນນໍາກັນເປັນປົກກະຕິແນໃສ່ເພີ່ມທະວີຄວາມເຂົ້າໃຈ, ພົບປະຖອດຖອນບົດຮຽນໃນຂົງເຂດວຽກງານການພັດທະນາເສດຖະກິດ-ສັງຄົມ, ວຽກງານສຶກສາ, ສາທາລະນະສຸກ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດນະຄອນດານັງມາສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການລົງທຶນຢູ່ແຂວງເຊກອງຕາມທ່າແຮງບົ່ມຊ້ອນຕົວຈິງ.

ແຕ່ລະປີນະຄອນດານັງຈະສືບຕໍ່ຊ່ວຍຮັບກໍ່ສ້າງຊັບພະຍາກອນມະນຸດໃຫ້ແຂວງເຊກອງໂດຍການໃຫ້ທຶນການສຶກສາຊ່ວຍເຫຼືອ 100% ປະລິນຍາຕີ 10 ທຶນ/ປີ, ປະລິນຍາໂທ 5 ທຶນ/ປີ, ປະລິນຍາເອກ 1 ທຶນ/ປີ; ໃຫ້ທຶນການສຶກສາທຶນສົມທົບ 50% ຊັ້ນປະລິນຍາຕີ 6 ທຶນ/ປີ, ປະລິນຍາໂທ 6 ທຶນ/ປີ; ໃຫ້ທຶນການສຶກສາຢູ່ວິທະຍາໄລສ້າງຄູດານັງແກ່ລູກຫຼານສະມາຄົມຊາວຫວຽດນາມຢູ່ແຂວງເຊກອງ (ທຶນຊ່ວຍເຫຼືອ 100%) 2 ທຶນ/ປີ ແລະຊ່ວຍເຫຼືອດ້ານອື່ນໆໃນຂົງເຂດການສຶກສາ.