ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງຂອງຄະນະກວດກາສູນກາງພັກ ແຕ່ປີ 2022-2026 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 5-7 ກໍລະກົດນີ້ ທີ່ສະໂມສອນຄະນະກວດກາສູນກາງພັກ ແລະອົງການກວດກາແຫ່ງລັດໂດຍການເປັນປະທານຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ,ມີຄະນະພັກ,ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ທິດທາງແຜນການໃນຕໍ່ໜ້າ, ເຊື່ອມຊຶມມະຕິເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຜ່ານມະຕິເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ຮ່າງບົດທາບທາມຕຳແໜ່ງ, ເຊື່ອມຊຶມ ຄຳແນະນຳ ເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງ ພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.

ສະຫາຍ ຄຳພັນ ພົມມະທັດ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຕີລາຄາການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະທີ່ຜ່ານມາ ແລະ ສືບຕໍ່ຈັດຕັ້ງປະຕິບັດການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນຊຸມປີຕໍ່ໜ້າ ຕາມມະຕິ 032/ກມສພ ແລະ ຄຳແນະນຳເລກທີ 292/ຄຈສພ ກ່ຽວກັບສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງແຕ່ລະຂັ້ນ, ໃນນັ້ນຈະໄດ້ດຳເນີນການຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ ແລະສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແຕ່ນີ້ ຮອດປີ 2026, ເຊື່ອມຊຶມກຳແໜ້ນບັນດາເນື້ອໃນມະຕິວ່າດ້ວຍມາດຕະຖານພະນັກງານຳພາ-ຄຸ້ມຄອງ, ມະຕິວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະທາບທາມເປົ້າໝາຍເຂົ້າໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຄຸ້ມຄອງໃນຊຸມປີຕໍ່ໜ້າ.