5 ຄຸນປະໂຫຍດຈາກ ວາສະລີນ

ເມື່ອນຶກເຖິງວາສະລີນຫຼາຍທ່ານ ອາດນຶກ ເຖິງການບຳລຸງຜິວແຕ່ທ່ານຮູ້ ຫຼື ບໍ່ວ່າວາສະລີນນັ້ນນອກຈາກຊ່ວຍບຳລຸງຜິວໃຫ້ຊຸ່ມຊື່ນແລ້ວຍັງມີປະໂຫຍດດ້ານອື່ນໆອີກຫຼາຍຢ່າງເຊັ່ນ:

  1. ໃຊ້ທາຜິວແຫ້ງ: ເຮົາສາມາດໃຊ້ວາສະລີນທາຜິວບໍລິເວນທີ່ແຫ້ງແຕກບໍ່ວ່າຈະເປັນສົ້ນນ່ອງ ຫຼື ຂໍ້ສອກຮັບຮອງວ່າຜິວກັບມານຸ້ມແນ່ນອນ.
  2. ຈັດແຕ່ງຊົງຜົມ ແລະຂົນຄິ້ວ: ເຮົາສາມາດໃຊ້ວາສະລີນທາລົງໄປເທີງປາຍຜົມທີ່ແຫ້ງແຕກກອບໄດ້ ແລະຍັງສາມາດໃຊ້ວາສະລີນທາໄປທີ່ຂົນຄິ້ວເພື່ອໃຫ້ມັນລຽງງາມໄດ້ອີກດ້ວຍ.
  3. ໃຊ້ລຶບຄາບສີທີ່ເປື້ອນເສື້ອຜ້າ: ໃຊ້ວາສະລີນທາລົງບໍລິເວນຜ້າເປື້ອນສີໃໝ່ຈະສາມາດລຶບສີອອກໄດ້.
  4. ກຽມຜິວກ່ອນສີດນ້ຳຫອມ: ຜິວໜັງທີ່ມີຄວາມຊຸ່ມຊື່ນຈະຮັບກິ່ນໄວ້ໄດ້ດີ ແລະເກັບກັກກິ່ນໄວ້ໄດ້ດົນຍິ່ງຂຶ້ນເພາະສະນັ້ນກ່ອນສີດນ້ຳຫອມກໍ່ຢ່າລືມທາວາສະລີນລົງເທີງຜິວໜັງກັນກ່ອນເດີ.
  5. ໃຊ້ຂັດເຄື່ອງໜັງ: ບໍ່ວ່າຈະເປັນເກີບໜັງ, ກະເປົາໜັງ ຫຼື ສາຍແອວໜັງເຮົາກໍ່ໃຊ້ວາສະລີນຂັດໄດ້.

    ຮຽບຮຽງໂດຍ: ຟ້າ

    ນສພ ເສດຖະກິດ-ສັງຄົມ