ສັບພະຄຸນ ແລະຄຸນປະໂຫຍດຂອງຜັກຕັງໂອ

ສັບພະຄຸນ ແລະຄຸນປະໂຫຍດຂອງຜັກຕັງໂອຜັກຕັ້ງໂອເປັນຜັກລະດູດຽວໃນໄລຍະຕົ້ນອ່ອນມີລຳຕົ້ນສັ້ນໆເມື່ອເຖິງໄລຍະອອກດອກລຳຕົ້ນຂະຫຍາຍຍາວຂຶ້ນກາຍເປັນຊໍ່ດອກ,ໃບຕັງໂອອອກເປັນໃບດ່ຽວລຽນສະລັບຕາມລຳຕົ້ນຂະໜາດໃບກວ້າງ 3-5 ຊັງຕີແມັດ, ຍາວ 5-10 ຊັງຕີແມັດ ໃບລຽບ ແລະບາງ,  ຂອບໃບຈະເປັນຫຼ່ຽມວັກລົງເລິກແລະໃບຍາວແຕ່ກ້ານໃບເຖິງປາຍໃບເມື່ອເຕີບໂຕຮອດໄລຍະການອອກດອກໃບຈະນ້ອຍຍາວ ແລະເປັນຫຼ່ຽມວັກລົງເລິກຫຼາຍຂຶ້ນ, ດອກຍາວເປັນວົງມົນສີຂຽວ, ກີບດອກມີສີເຫຼືອງອ້ອມດອກປະມານ 12-14 ກີບ, ແຕ່ລະກີບເປັນປາຍກີບຄ້າຍຄືກັບຮູບຫົວໃຈມີຂະໜາດດອກປະມານ 3-8 ຊັງຕີແມັດ ທາງກາງດອກມີເກສອນຜູ້ກ້ານຍາວສີເຫຼືອງອ້ອມຮອບຈຳນວນຫຼາຍ, ທາງກາງດ້ານໃນສຸດເປັນເກສອນຕົວແມ່ ແລະຖານດອກ ຮັງໄຂ່. ສະນັ້ນ, ຜັກຕັງໂອຈິງມີສັບພະຄຸນຊ່ວຍຮັກສາພະຍາດໄດ້ຫຼາຍຢ່າງເຊັ່ນ.

  1. ຊ່ວຍຕ້ານເຊື້ອມະເຮັງ.
  2. ຊ່ວຍແກ້ອາການຮ້ອນໃນ.
  3. ຕ້ານເລືອດອອກຕາມວ່າງແຂ້ວ.
  4. ປ້ອງກັນໂລກກະດູກເຊື່ອມ.
  5. ຊ່ວຍຍ່ອຍອາຫານ ແລະກະຕຸ້ນການເຮັດວຽກຂອງກະເພາະອາຫານ.

 ຜັກຕັງໂອສາມາດນຳມາຮັບປະທານໄດ້ທັງສຸກ ແລະດິບ ແລະຍັງມີປະໂຫຍດຫຼວງຫຼາຍ, ມີສັບພະຄຸນທາງຢາເຊັ່ນ: ສາມາດຕ້ານເຊື້ອມະເຮັງໂດຍຕ້ອງຮັບປະທານແບບດິບໆ ເພາະຈະໄດ້ອະນຸມູນອິດສະຫຼະຫຼາຍກວ່າຮັບປະທານສຸກ.

ຮຽບຮຽງໂດຍ:ຟ້າ

ນສພ ເສດຖະກິດ-ສັງຄົມ