ຄຳມ່ວນ ສູ້ຊົນປ່ອຍປາໃຫ້ໄດ້ 2,8 ລ້ານໂຕ

ວັນທີ 12 ກໍລະກົດ 2022 ແຂວງຄໍາມ່ວນ ໄດ້ຈັດພິທີປ່ອຍປາເນື່ອງໃນວັນປ່ອຍປາແຫ່ງຊາດ ແລະວັນອະນຸລັດສັດນໍ້າ-ສັດປ່າ ຢູ່ທີ່ທ່າຝຣັ່ງ ບ້ານທອກນາຍໍ ເມືອງທ່າແຂກ ເປັນກຽດເຂົ້າຮ່ວມມີທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ, ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາພະແນກການ, ຂະແໜງການອ້ອມຂ້າງ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີດັ່ງກ່າວແມ່ນໄດ້ຜ່ານປະຫວັດຄວາມເປັນມາຂອງວັນປ່ອຍປາ ແລະ ປົກປັກຮັກສາສັດນໍ້າ-ສັດປ່າ (13 ກໍລະກົດ) ຊຶ່ງແມ່ນວຽກໜຶ່ງທີ່ສຳຄັນນັບຕັ້ງແຕ່ວັນສະຖາປະນາ ສປປ ລາວ ພັກ-ລັດຖະບານກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານກະສິກຳ ແລະປ່າໄມ້ ເປັນເປົ້າໝາຍຕົ້ນຕໍເວົ້າສະເພາະກໍ່ຄືວຽກງານການຜະລິດ, ການປູກ, ການລ້ຽງ, ການປົກປັກຮັກສາ, ການຄຸ້ມຄອງສັດນໍ້າ-ສັດປ່າໃຫ້ມີຄວາມຍືນຍົງໂດຍຕະຫຼອດມາ. ກອງປະຊຸມກະສິກຳ ແລະ ປ່າໄມ້ທົ່ວປະເທດ ຄັ້ງທີ 01 ປີ 1989 ເປັນຕົ້ນມາ ລັດຖະບານກໍ່ໄດ້ອອກດໍາລັດວ່າດ້ວຍການປະກາດສ້າງຕັ້ງວັງສະຫງວນແຫ່ງຊາດ,ຈາກນັ້ນໃນວັນທີ 24 ທັນວາ 2007 ສະພາແຫ່ງຊາດໄດ້ຮັບຮອງ, ປະກາດນຳໃຊ້ກົດໝາຍສັດນໍ້າ-ສັດປ່າ ແລະ ປີ 2009 ກໍ່ໄດ້ປະກາດຮັບຮອງນໍາໃຊ້ກົດໝາຍວ່າດ້ວຍການປະມົງ ແລະໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດເພື່ອປູກຈິດສຳນຶກໃຫ້ປະຊາຊົນເຂົ້າໃຈ ແລະໃຫ້ຄວາມສຳຄັນໃນການປົກປັກຮັກສາສັດນໍ້າ-ສັດປ່າໃຫ້ມີຄວາມອຸດົມສົມບູນ.

ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ ໄດ້ກ່າວວ່າ: ສະເພາະພິທີປ່ອຍປາໃນມື້ນີ້ໂດຍແມ່ນທາງພະແນກກະສິກຳ ແລະປ່າໄມ້ແຂວງ ສົມທົບກັບເມືອງທ່າແຂກ ແລະພາກສ່ວນບໍລິສັດ ຈັດພິທີປ່ອຍປາຢູ່ທີ່ທ່າຝຣັ່ງ ບ້ານທອກນາຍໍ ເມືອງທ່າແຂກ ເຊິ່ງປາທີ່ປ່ອຍໃນມື້ນີ້ແມ່ນຈຳນວນ 50.000 ໂຕ ໂດຍໄດ້ຮັບການປະກອບສ່ວນຈາກຫຼາຍພາກສ່ວນທັງພາກລັດ ແລະເອກະຊົນ ລວມມີ ປາປາກ, ປາມະນີການ ແລະປາໂລຮູ ເຊິ່ງແມ່ນສະນິດປາທີ່ກິນພືດ ແລະ ຂະຫຍາຍພັນໄດ້ດີໃນສະພາບແວດລ້ອມຂອງທ້ອງຖິ່ນ.

 

ຜ່ານມາພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງເພື່ອປຸກລະດົມ ແລະສ້າງຂະບວນການປ່ອຍປາລົງສູ່ແມ່ນໍ້າທຳມະຊາດ, ຫ້ວຍ, ຮ່ອງ, ຄອງ, ບຶງ ຊຶ່ງໃນປີຜ່ານມາແມ່ນສາມາດປ່ອຍປາໄດ້ທັງໝົດ 2,7 ລ້ານກວ່າໂຕ ແລະ ໃນປີ 2022 ນີ້ ຄາດຄະເນຈະປ່ອຍໄດ້ 2,8 ລ້ານກວ່າໂຕ. ເຊິ່ງຕາມການເກັບກຳສະຖິຕິ ມາຮອດວັນທີ 11 ກໍລະກົດ 2022 ໃນທົ່ວແຂວງຄຳມ່ວນມີພໍ່ແມ່ປະຊາຊົນ ແລະການຈັດຕັ້ງຕ່າງໆ ສາມາດປ່ອຍປາລົງສູ່ສາຍນໍ້າທຳມະຊາດ ແລະໜອງລ້ຽງຂອງຕົນໄດ້ແລ້ວ 3 ແສນກວ່າໂຕ. ນອກນີ້ພະແນກກະສິກຳ ແລະປ່າໄມ້ແຂວງຍັງໄດ້ເຄື່ອນໄຫວເຜີຍແຜ່ກ່ຽວກັບລະບຽບການ ແລະຂໍ້ຫ້າມຕ່າງໆໃນການຫາປາເຊັ່ນ: ການໃສ່ຕາໜ່າງ, ໃສ່ໂຕ່ງຕັນຫ້ວຍ, ຮ່ອງ ຫຼືບ່ອນທີ່ປາຂຶ້ນວ່າງໄຂ່, ການໃຊ້ເຄື່ອງມືການຫາປາແບບດັບສູນ.