8 ແຂວງພາກເໜືອ ທາບທາມ ແລະປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ

ກອງປະຊຸມທາບທາມ ເພື່ອເປີດກວ້າງການປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ (ສະບັບປັບປຸງ) ຮ່ວມກັບ 08 ແຂວງພາກເໜືອ ໄດ້ຈັດຂຶ້ນວັນທີ 12 ກໍລະກົດ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫຼວງພະບາງ ໂດຍມີທ່ານ ພູທອງ ສີສະຫວັດ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະການສື່ສານ ( ຕສ ), ທ່ານ ລັດສະຫມີ ພົງພັນ ຮອງພະແນກ ຕສ ແຂວງຫຼວງພະບາງ, ພ້ອມດ້ວຍຕາງໜ້າພະແນກ ຕສ 8 ແຂວງພາກເໜືອ ແລະຕາງໜ້າພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ລັດສະໝີ ພົງພັນ ຮອງຫົວໜ້າພະແນກ ຕສ ແຂວງຫຼວງພະບາງ ກ່າວວ່າ: ປະຈຸບັນເຕັກໂນໂລຊີດິຈິຕ໋ອນ ຫຼືໄອຊີທີໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະໄວທີ່ສຸດເກີດມີເຕັກໂນໂລຊີຕ່າງໆຂຶ້ນ ເຊັ່ນ: ເຕັກໂນໂລຊີບລັອກເຊນ, AI, BigData, ແລະ ອື່ນໆ. ໃນ ສປປ ລາວ, ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນນັບມື້ນັບຫຼາຍຂຶ້ນ ແລະລັດຖະບານກໍໄດ້ໃຫ້ຄວາມສຳຄັນຊຶ່ງເຫັນໄດ້ຈາກການທີ່ສະພາແຫ່ງຊາດໄດ້ຮັບຮອງວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040),ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025), ເຊິ່ງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ປີ 2012 ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ແລະທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ປະກາດນຳໃຊ້ໃນວັນທີ 17 ມັງກອນ 2013. ກົດໝາຍສະບັບດັ່ງກ່າວຖືວ່າເປັນນິຕິກໍາທີ່ຮັບຮອງຂັ້ນພື້ນຖານຕໍ່ກັບການເຮັດທຸລະກໍາ ຫຼື ການເຮັດຂໍ້ຕົກລົງ ຫຼື ສັນຍາ ໃນຮູບແບບເອເລັກໂຕຣນິກ ຫຼືທາງອອນລາຍໂດຍມີພື້ນຖານມາຈາກກົດໝາຍສາກົນຂອງສະຫະປະຊາຊາດ (UNCITAL Model Law) ກ່ຽວກັບການຄ້າທາງເອເລັກໂຕຣນິກ ແລະລາຍເຊັນເອເລັກໂຕຣນິກ.ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ມາເຖິງປະຈຸບັນ ຊຶ່ງເປັນເວລາເກືອບຮອດ 10 ປີ ເຫັນໄດ້ວ່າບົດບັນຍັດ ຫຼືກົດລະບຽບບາງຢ່າງທີ່ໄດ້ກໍານົດໄວ້ໃນກົດໝາຍ ແມ່ນບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ ເຊັ່ນ: ອົງການຄຸ້ມຄອງ, ລາຍເຊັນເອເລັກໂຕຣນິກ ແລະອື່ນໆ. ແລະເມື່ອມາເບິ່ງບົດຮຽນຂອງບັນດາປະເທດອ້ອມຂ້າງ ເຊັ່ນ: ສສ.ຫວຽດນາມ, ປະເທດໄທ ກໍເຫັນວ່າເຂົາເຈົ້າແມ່ນໄດ້ມີການປັບປຸງກົດໝາຍທຸລະກຳທາງເອເລັກໂຕຣນິກຄືກັນ. ສະນັ້ນ, ລັດຖະບານກໍຄືກະຊວງເຕັກໂນໂລຊີ ແລະການສື່ສານເຫັນວ່າຮອດເວລາທີ່ກົດໝາຍດັ່ງກ່າວຕ້ອງໄດ້ຮັບການປັບປຸງ.

ທ່ານ ພູທອງ ສີສະຫວັດ ຮອງຫົວໜ້າກົມເຕັກໂນໂລຊີດີຈິຕ໋ອນ ກ່າວຕື່ມວ່າ: ຈຸດປະສົງຫຼັກກໍເພື່ອປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນກັບບັນດາພະແນກການກ່ຽວຂ້ອງ ຢູ່ 8 ແຂວງພາກເໜືອເຊິ່ງຈະເປັນປະໂຫຍດໃຫ້ຄະນະຮັບຜິດຊອບປັບປຸງເນື້ອໃນທີ່ເດີນທາງມາຈາກສູນກາງຈະໄດ້ນຳເອົາໄປຄົ້ນຄວ້າປັບປຸງເນື້ອໃນຂອງກົດໝາຍສະບັບໃໝ່ນີ້ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ຊັດເຈນຂຶ້ນກວ່າເກົ່າ.

ວາລະກອງປະຊຸມກໍໄດ້ນຳສະເໜີຄວາມເຂົ້າໃຈກ່ຽວກັບທຸລະກໍາທາງເອເລັກໂຕຣນິກ, ສະພາບລວມການປັບປຸງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ,ຜ່ານເນື້ອໃນ ແລະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ (ສະບັບປັບປຸງ).

ສໍາລັບກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ (ສະບັບປັບປຸງ) ສະບັບນີ້ ປະກອບມີ 12 ພາກ ແລະ 68 ມາດຕາ. ກອງປະຊຸມແມ່ນດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.

ຂ່າວ: ເພັດສາຄອນ ສິມມະວົງ