ຄະນະຮັບຜິດຊອບລະດັບຊາດ ຈັດງານກິລາແຫ່ງຊາດ ຄັ້ງທີ XI ເຫັນດີຮັບຮອງເອົາມື້ເປີດ-ປິດ “ຊຽງຂວາງ ເກມ” ແລະຕັດເຫຼືອ 25 ປະເພດກິລາ

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ V ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ເຫັນດີເປັນເອກະພາບກໍານົດງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃຫ້ເປີດໃນວັນທີ 13 ທັນວາ 2022 ແລະ ປິດວັນທີ 22 ທັນວາ 2022. ພ້ອມດຽວກັນກໍເຫັນດີຕັດປະເພດກິລາເຮືອຊ່ວງ, ກິລາບີລຽດ-ສະນຸກເກີ ແລະກິລາໂບລິ້ງອອກ. ຂະນະທີ່ລາຍການສະແດງໃນພິທີເປີດ-ປິດ ແມ່ນໃຫ້ປັບປຸງຕາມທິດກະທັດຮັດເໝາະສົມກັບສະພາບຄວາມເປັນຈິງ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງແຂວງຊຽງຂວາງທັງເປັນປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແລະທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ທັງເປັນປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI, ມີຄະນະຮັບຜິດຊອບລະດັບຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະຮັບຜິດຊອບລະດັບຊາດຊຸດເກົ່າ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າກໍາມະການ, ວິຊາການແຕ່ລະພາກສ່ວນທີ່ເຮັດວຽກຮັບໃຊ້ກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມແມ່ນໄດ້ຮັບຟັງການລາຍງານຂອງບັນດາກໍາມະການຝ່າຍຕ່າງໆ ເຊັ່ນ: ວຽກງານກອງເລຂາ, ກໍາມະການຝ່າຍເຕັກນິກ-ຈັດການແຂ່ງຂັນ, ກໍາມະການເປີດ-ປິດ, ກໍາມະການເສດຖະກິດ-ລະດົມທຶນ, ກໍາມະການສະຖານທີ່ພັກ-ອາຫານ, ກໍາມະການການແພດ-ສຸຂະພາບ ແລະ ລາຍງານການກະກຽມການຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ລາຍງານການຈັດຕັ້ງປະຕິບັດການກະກຽມຄວາມພ້ອມໃນການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃນໄລຍະຜ່ານມາ, ວຽກຈຸດສຸມທີ່ຈະຕ້ອງຮີບດ່ວນ ແລະ ບາງຫົວຂໍ້ ເພື່ອນໍາສະເໜີຂໍຄວາມເປັນເອກະພາບຕົກລົງຈາກກອງປະຊຸມ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປະກອບຄໍາເຫັນຕໍ່ກັບບັນດາກໍາມະການທີ່ໄດ້ລາຍງານ ພ້ອມທັງໃຫ້ຄໍາເຫັນດ້ານວິທີການ, ຮູບແບບ ແລະ ທາງອອກ ເພື່ອການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມນັ້ນ,ກອງປະຊຸມໄດ້ຮັບຟັງຄໍາເຫັນຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຮ່ວມຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ໄດ້ໃຫ້ທິດທາງແຕ່ລະບັນຫາ ແລະ ຄໍາເຫັນຊີ້ນໍາຂອງ ທ່ານ ບຸນຈັນ ສີວົງພັນ ແຂວງຊຽງຂວາງ ປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃນການຈັດຕັ້ງປະຕິບັດບັນດາໜ້າວຽກຂອງແຕ່ລະກໍາມະການ ແລະວຽກງານຈຸດສຸມເພື່ອກະກຽມຄວາມພ້ອມໃນການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ທັນເວລາ.

ຜ່ານການປະກອບຄໍາເຫັນຂອງຄະນະຮັບຜິດຊອບລະດັບຊາດຊຸດໃໝ່ ແລະຊຸດເກົ່າ ແລະ ຂອງບັນດາຜູ້ແທນ ແລະແຂກທີ່ເຂົ້າຮ່ວມກອງປະຊຸມມີຄວາມເປັນເອກະພາບມີມະຕິ ດັ່ງນີ້: ເຫັນດີເປັນເອກະພາບ ປັບປຸງກໍານົດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ມື້ເປີດແມ່ນເຫັນດີ ວັນທີ 13 ທັນວາ 2022 ແລະ ມື້ປິດແມ່ນວັນທີ 22 ທັນວາ 2022; ເຫັນດີຮ່າງໜັງສືສະເໜີຈາກແຂວງເຈົ້າພາບຊຽງຂວາງ ແລະ ກະຊວງສຶກສາທິການ ແລະ ກິລາ ເພື່ອລາຍງານຂໍອະນຸມັດ ນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ສໍາເລັດ ພາຍໃນທ້າຍເດືອນ ກໍລະກົດ 2022; ກອງເລຂາ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ກໍານົດລະບອບແບບແຜນວິທີເຮັດວຽກ, ກົນໄກການປະສານງານ ໂດຍສົມທົບກັບກຳມະການຝ່າຍຕ່າງໆ ກໍານົດແຜນການ, ກໍານົດໜ້າວຽກ, ປະຕິທິນການເຮັດວຽກໃຫ້ລະອຽດຈະແຈ້ງ, ກໍານົດຜູ້ປະຈໍາການກອງເລຂາ ເພື່ອສາມາດປະສານງານໃຫ້ມີຄວາມວ່ອງໄວທັນການ; ໃຫ້ແຂວງເຈົ້າພາບ ຮີບຮ້ອນປັບປຸງຂໍ້ຕົກລົງແຕ່ງຕັ້ງບັນດາກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆ ໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ຕາມງົບປະມານຕົວຈິງ ແລະ ຕາມທິດປະຢັດຂອງລັດຖະບານໃຫ້ສໍາເລັດພາຍໃນຕົ້ນເດືອນສິງຫາ 2022; ເຫັນດີຕາມການລາຍງານຂອງຫົວໜ້າກໍາມະການເຕັກນິກ-ຈັດການແຂ່ງຂັນ ຮູບແບບການຈັດການແຂ່ງຂັນກິລາ ກໍານົດເປັນ 5 ໝວດປະເພດກິລາ, ແບ່ງການແຂ່ງຂັນເປັນແຕ່ລະໄລຍະເລີ່ມແຕ່ວັນທີ 8-15 ພະຈິກ 2022, ວັນທີ 17-21 ພະຈິກ 2022, ວັນທີ 23–28 ພະຈິກ 2022, ວັນທີ 30 ພະຈິກ ຫາ 10 ທັນວາ 2022 ແລະ ວັນທີ 9-22 ທັນວາ 2022; ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃນເມື່ອກ່ອນ ໄດ້ກໍານົດການຈັດການແຂ່ງຂັນກິລາ ຈໍານວນ 28 ປະເພດ ແລະ ໄດ້ຕັດອອກ 3 ປະເພດ ຄື: ກິລາເຮືອຊ່ວງ, ກິລາບີລຽດ-ສະນຸກເກີ, ກິລາໂບລິ້ງ ແລະ ໄດ້ກໍານົດການແຂ່ງຂັນ 25 ປະເພດກິລາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI.

ສ່ວນລາຍການສະແດງພິທີເປີດ ແລະພິທີປິດແມ່ນໃຫ້ປັບປຸງຕາມທິດກະທັດຮັດເໝາະສົມກັບສະພາບຄວາມເປັນຈິງໂດຍມີການຕັດຮອນບາງລາຍການສະແດງ ແລະ ຈໍານວນພົນໃຫ້ໜ້ອຍລົງ ໂດຍນໍາໃຊ້ສິລະປະພື້ນເມືອງ ທີ່ມີທ່າແຮງໃນທ້ອງຖິ່ນ ພາຍໃນແຂວງ ແລະ ການສະແດງມືອາຊີບ ແຕ່ໃຫ້ຮັກສາໄດ້ຈິດໃຈເນື້ອໃນຂອງຊຽງຂວາງເກມ, ມອບໃຫ້ກໍາມະການກ່ຽວຂ້ອງປັບປຸງ, ຮີບຮ້ອນອອກແບບມາໃໝ່ ເພື່ອໃຫ້ຄະນະຮັບຜິດຊອບພິຈາລະນາຕົກລົງ; ອະນຸກໍາມະການສວນສະໜາມໃຫ້ຄົ້ນຄວ້າປັບປຸງຮູບແບບ ພິທີຂໍໄຟສັກສິດ ແລະ ຮູບແບບພິທີຈຸດທວນໄຟໃນພິທີເປີດງານຄືນໃໝ່ ແລ້ວນໍາສະເໜີຂໍການຕົກລົງເພື່ອດໍາເນີນການຕົວຈິງ; ມອບໃຫ້ຄະນະຮັບຜິດຊອບຕິດຕາມການກໍ່ສ້າງ ແລະ ສ້ອມແປງ, ຮີບຮ້ອນສົມທົບກັບກໍາມະການເຕັກນິກ-ຈັດການແຂ່ງຂັນ ຮີບຮ້ອນລົງກວດກາສະໜາມແຂ່ງຂັນ, ສະໜາມຝຶກຊ້ອມ, ສະຖານທີ່ພັກຂອງຄູຝຶກ, ນັກກິລາຂອງບັນດາແຂວງ, ນະຄອນຫຼວງ, ກະຊວງຕ່າງໆ ທີ່ຈະມາເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາເລັດພາຍໃນເດືອນສິງຫາ 2022; ມອບໃຫ້ກໍາມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປັບປຸງແຜນຕາມສະພາບການຕົວຈິງ ເພື່ອຮັບປະກັນຄວາມສະຫງົບປອດໄພ ໃຫ້ໄດ້ 100%; ເພີ່ມທະວີຂອດການປະສານງານ ລະຫວ່າງເຈົ້າພາບ, ສູນກາງ, ກະຊວງ ແລະ ບັນດາແຂວງ ເພື່ອຮັບປະກັນໃຫ້ການຮ່ວມມື, ປະສານງານ, ການຈັດສົ່ງຂໍ້ມູນໃຫ້ທົ່ວເຖິງ ແລະ ທັນການ, ຮັບປະກັນການຈັດຕັ້ງປະຕິບັດຢ່າງມີຜົນແຕ່ລະໜ້າວຽກ; ແຜນການກໍານົດວັນ, ເວລາ ການເຄື່ອນໄຫວຂອງກອງປະຊຸມຕ່າງໆ ແລະ ການກໍານົດແຜນວຽກຂອງຄະນະກໍາມະການ ແລະ ອະນຸກໍາມະການຕ່າງໆ ແມ່ນໃຫ້ຮີບຮ້ອນປັບປຸງໃຫ້ສໍາເລັດ ຕົ້ນເດືອນສິງຫາ 2022 ເພື່ອໃຫ້ກໍາມະການຝ່າຍຕ່າງໆ ຈະໄດ້ເອົາໄປຜັນຂະຫຍາຍປັບເປັນແຜນລະອຽດຂອງຕົນ; ກໍາມະການ ການແພດ ແລະ ສຸຂະພາບ ຕ້ອງວາງແຜນດ້ານອຸປະກອນການແພດ, ຢາ, ພາຫະນະຮັບໃຊ້ຄົນເຈັບໃຫ້ພຽງພໍ ແລະ ທັນການ ພ້ອມທັງວາງມາດຕະການຕອບໂຕ້ພະຍາດ ໂຄວິດ-19 ຢ່າງເຂັ້ມງວດ; ເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຕ້ອງໄດ້ຮ່າງໜັງສືແຈ້ງເຊີນເຖິງບັນດາກະຊວງ, ແຂວງ ແລະນະຄອນຫຼວງ ເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ພາຍຫຼັງທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອະນຸມັດ; ດ້ານວັດຖຸ-ອຸປະກອນ ຮັບໃຊ້ຕ່າງໆ ທີ່ໄດ້ຈັດຊື້ມາແລ້ວ ເຖິງຈະເປັນເນື້ອໃນ ແລະ ວັນທີເກົ່າ ແມ່ນເຫັນດີໃຫ້ສືບຕໍ່ນໍາໃຊ້ໃນປີ 2022; ການຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນເຫັນດີຕາມການສະເໜີຂອງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຊຶ່ງຈະໄດ້ຈັດການແຂ່ງຂັນກິລາ 7 ປະເພດ, ໄລຍະການແຂ່ງຂັນ ແລະ ມື້ເປີດ-ປິດ ລະຫວ່າງວັນທີ 14-18 ມີນາ 2023, ສໍາລັບພິທີເປີດ-ປິດ ແມ່ນກໍານົດວັນເວລາດຽວກັນ, ການແຕ່ງຕັ້ງຄະນະຮັບຜິດຊອບງານກິລາຄົນພິການ ສະເໜີຫ້ອງວ່າການສໍານັກງານນາຍົກລັດຖະມົນຕີພິຈາລະນາແຕ່ງຕັ້ງ ກ່ຽວກັບແຜນງົບປະມານຮັບໃຊ້ງານກິລາຄົນພິການທົ່ວປະເທດແມ່ນໃຫ້ກົມກິລາມວນຊົນ, ພະລະ ແລະສິລະປະສຶກສາໃຫ້ສົມທົບກັບກົມການເງິນກະຊວງສຶກສາທິການ ແລະກິລາ, ກະຊວງການເງິນ ແລະແຂວງຊຽງຂວາງ.