ທາບທາມຄວາມຄິດເຫັນໃສ່ຮ່າງນິຕິກຳລຸ່ມກົດໝາຍຂະແໜງເຕັກໂນໂລຊີ ແລະການສື່ສານ

ວັນທີ 21 ກໍລະກົດ 2022 ພະແນກເຕັກໂນໂລຊີແລະການສື່ສານ ແຂວງເຊກອງ ໄດ້ຈັດກອງປະຊຸມ ທາບທາມຄຳຄິດຄຳເຫັນໃສ່ຮ່າງນິຕິກໍາລຸ່ມກົດໝາຍຂະແໜງເຕັກໂນໂລຊີ ແລະການສື່ສານ ຄື: “ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງແລະນຳໃຊ້ວິທະຍຸສື່ສານໂຟນີ ຢູ່ແຂວງເຊກອງ“ , ຊຶ່ງກອງປະຊຸມໄດ້ຈັດຂຶ້ນທີ່ພະແນກດັ່ງກ່າວ ໂດຍເຂົ້າຮ່ວມຂອງທ່ານ ສຸດສະນະ ສີຫາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານ (ພຕສ) ແຂວງ, ມີບັນດາຄະນະກຳມະການ ແລະຜູ້ປະກອບການພ້ອມດ້ວຍພະແນກການທີ່ກ່ຽວຂ້ອງອອ້ມຂ້າງແຂວງເຂົ້າຮ່ວມ.

ໂອກາດນີ້, ທ່ານ ສຸດສະນະ ສີຫາວົງ ຫົວໜ້າ ພຕສ ກ່າວວ່າ: ການທາບທາມຄວາມຄິດເຫັນຈາກຜູ້ປະກອບການໃສ່ນິຕິກໍາລຸ່ມກົດໝາຍຂະແໜງເຕັກໂນໂລຊີ ແລະການສື່ສານໃນຄັ້ງນີ້ເພື່ອຊອກໃຫ້ເຫັນຈຸດທີ່ບໍ່ສອດຄ່ອງ ແລະເພີ່ມເຕີມຈຸດທີ່ສໍາຄັນເພື່ອໃຫ້ຂໍ້ຕົກລົງສະບັບນີ້ຄົບຖ້ວນ, ສົມບູນສາມາດເປັນເຄື່ອງມືທີ່ມີປະສິດທິຜົນສູງໃນການເຄື່ອນໄຫວຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ ຢູ່ແຂວງເຊກອງມີຄວາມຖືກຕ້ອງສອດຄ່ອງ ໃນຕໍ່ໜ້າ ແລະ ຍາວນານ.
ຊຶ່ງຂໍ້ຕົກລົງສະບັບນີ້ ປະກອບມີ 11 ໝວດ, 38 ມາດຕາ ເຊິ່ງໄດ້ກໍານົດຫຼັກການ, ລະບຽບການ ແລະມາດຕະການ ກ່ຽວກັບການຄຸ້ມຄອງການນໍາເຂົ້າ, ຈໍາໜ່າຍ, ຄອບຄອງ ແລະນໍາໃຊ້ວິທະຍຸສື່ສານຄື້ນຄວາມຖີ່ວິທະຍຸສື່ສານໂຟນີໃຫ້ສອດຄ່ອງຕາມກົດໝາຍ, ລະບຽບການກໍານົດໄວ້ ແລະມີຄວາມເປັນເອກະພາບໃນທົ່ວແຂວງ, ແນໃສ່ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຈາກນັ້ນຜູ້ເຂົ້າຮ່ວມ ; ບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນຕໍ່ຮ່າງຂໍ້ຕົກລົງດັ່ງກ່າວຢ່າງຄົບຖ້ວນເຊິ່ງເປັນເອກະພາບປະກອບຄໍາເຫັນໃສ່ບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະຮັດກຸມເພື່ອຮັບປະກັນດ້ານເນື້ອໃນໃຫ້ມີຄວາມຖືກຕ້ອງຄົບຖ້ວນ ແລະສອດຄ່ອງກັບການຄຸ້ມຄອງ ແລະນໍາໃຊ້ຕົວຈິງ.
ຂ່າວ: ພຸດທະສອນ