ປະກາດການຈັດຕັ້ງພະແນກ ຖວທ ແຂວງບໍລິຄຳໄຊ

ພິທີປະກາດການຈັດຕັ້ງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ ຜ່ານມາ ທີ່ຫ້ອງປະຊຸມຂອງພະແນກ ຊຶ່ງມີ ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງທີ່ກ່ຽວຂ້ອງເຂົ້າຮ່ວມ.

 ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຍົກຍ້າຍທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະ ນາອົບຮົມແຂວງ, ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ຕົກລົງບົ່ງຕົວແຕ່ງຕັ້ງ ທ່ານ ສົນທອງ ວີບຸນກວ້າງ ເປັນເລຂາຄະນະພັກຮາກຖານ ເປັນຫົວໜ້າພະແນກ ຖວທ ແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງ ທ່ານ ພູວັນ ໄຊຍະສານ ເປັນຮອງຫົວໜ້າພະແນກ ຖວທ ແຂວງ.

 ໃນໂອກາດດັ່ງກ່າວ, ທ່ານ ຄຳແຫວນ ປັນຍານຸວົງ ກ່າວວ່າ: ການຍົກຍ້າຍສັບປ່ຽນບ່ອນປະຈຳ ການຂອງພະນັກງານແມ່ນວຽກງານປົກກະຕິ ຊຶ່ງໄດ້ກາຍເປັນຫຼັກການ ເປັນລະບຽບການຂອງພັກໄດ້ ກຳນົດໄວ້, ພ້ອມເນັ້ນໜັກໃຫ້ຄະນະເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດ ເພື່ອໃຫ້ທຸກຄົນເຂົ້າໃຈ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນດັ່ງກ່າວ, ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນ ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ, ສະມາຊິກພັກ, ເອົາໃຈໃສ່ໃນການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະ          ໄຕ, ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ມີຈັນຍາບັນ, ຈັນຍາທຳຕໍ່ວຽກງານທີ່ຕົນຮັບຜິດຊອບເປັນຕົ້ນ ການໂຄສະນາ, ອອກຂ່າວວຽກງານຂອງພັກ-ລັດ ແລະ ຂ່າວອື່ນໆ ຕ້ອງມີການກວດກາ-ກັ່ນຕ້ອງໃຫ້ຖືກຕ້ອງຕາມຄວາມເປັນຈິງ ແລະ ຊັດເຈນ, ການຄຸ້ມຄອງ ແລະ ປົກປັກຮັກສາດ້ານວັດທະນະທຳຕ້ອງໃຫ້ມີຄວາມຍືນຍົງ, ລວມທັງການຍາດແຍ່ງເອົາການພັດທະນາດ້ານການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນພ້ອມທັງຄຸ້ມຄອງບັນດາຜູ້ປະກອບການໃຫ້ຢູ່ພາຍໃຕ້ລະບຽບ–ກົດໝາຍ.