ບໍລິສັດ ໂຊກທະວີ ຂະຫຍາຍສາຂາໜອງບອນ

ໃນວັນທີ 29 ກໍລະກົດ ຜ່ານມາເປີດຢ່າງເປັນທາງການແລ້ວ ຮ້ານໂຊກທະວີ ສາຂາ ໜອງບອນ ພ້ອມຈັດໂປຣໂມຊັ່ນສຸດພິເສດຂອງແຈກຂອງລາງວັນໃຫ້ລູກຄ້າມາຮ່ວມກິດຈະກຳ ໂດຍໃຫ້ກຽດເຂົ້າຮ່ວມທ່ານ ໂຊກທະວີ ຫຼວງລາດ ໃຫ້ກຽດເປັນປະທານ, ທ່າ ນນາງ ຄຳຜົງ ຫຼວງລາດ, ຮອງປະທານ ບໍລິສັດ ໂຊກທະວີການຄ້າ, ທ່ານ ນາງ ກິດຕິຍາ ຫຼວງລາດ, ກຳມະການບໍລິຫານ ບໍລິສັດໂຊກທະວີການຄ້າ ທ່ານ ສິນທະນູ ຜູ້ອຳນວຍການໃຫຍ່ບໍລິສັດໂຊກທະວີການຄ້າພ້ອມແຂກຖືເຊີນເຂົ້າຮ່ວມສະແດງຄວາມຍິນດີ.

ບໍລິສັດ ໂຊກທະວີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ເປັນທຸລະກິດທີ່ສະໜອງສິນຄ້າອຸປະໂພກ-ບໍລິໂພກ ທັງຂາຍສົ່ງ-ຂາຍຍ່ອຍ ແລະເປີດໃຫ້ບໍລິການ Super market ໃຫ້ແກ່ສັງຄົມມາຕັ້ງແຕ່ປີ 2018 ໂດຍເປີດໃຫ້ບໍລິການມີທັງໝົດ8ສາຂາຄື: ສາຂາ 1 ດອນໜູນ, ສາຂາ 2 ໜອງວຽງຄຳ, ສາຂາ 3 ທົ່ງຂັນຄຳ, ສາຂາ4ໜອງປີງ, ສາຂາ 5 ທ່າງ່ອນ, ສາຂາ 6 ໜອງບອນ, ສາຂາ 7 ວັງຊາຍ ແລະ ສາຂາ 8 ດອນໜູນ Fresh Mart. ແລະ ສຳລັບໃນມື້ນີ້ບັນດາທ່ານແຂກຜູ້ມີກຽດຈະໄດ້ຮ່ວມກັນເປັນສັກຂີພະຍານໃນການເປີດໃຫ້ບໍລິການໂຊກທະວີ Super market ສາຂາໜອງບອນນີ້ເຊິ່ງໄດ້ມີການເປີດໃຫ້ບໍລິການມາແລ້ວໄລຍະໜຶ່ງ ແລະ ເຮົາມີການກໍ່ສ້າງຕໍ່ເຕີມໃຫ້ກວ້າງຂວາງພ້ອມທັງອຳນວຍຄວາມສະດວກທັນສະໄໝຂື້ນກ່ວາເກົ່າ ແລະພ້ອມເປີດໃຫ້ບໍລິການຢ່າງເປັນທາງການ (ສຽງດົນຕີ Grand). ໃນວາລະໂອກາດອັນມີຄວາມໝາຍຄວາມສໍາຄັນນີ້ຂໍອະນຸຍາດຮຽນເຊີນທ່ານປະທານ ໂຊກທະວີ ຫຼວງລາດ ປະທານບໍລິສັດ ໂຊກທະວີການຄ້າ ຂາອອກ-ຂາເຂົ້າ ຈຳກັດ ຂຶ້ນໃຫ້ກຽດກ່າວເປີດງານຢ່າງເປັນທາງການດ້ວຍຂໍຮຽນເຊີນ.

ໂອກາດດັ່ງກ່າວ ທ່ານ, ໂຊກທະວີ ກ່າວວ່າ: ພວກຂ້າພະເຈົ້າດຳເນີນທຸລະກິດມາເປັນໄລຍະເວລາ 4 ປີ ດ້ວຍວິໄສທັດວ່າຈະເປັນຮ້ານຄ້າຂອງຄົນລາວທີ່ສະໜອງສິນຄ້າແລະການບໍລິການທີ່ມີຄຸນນະພາບພ້ອມດ້ວຍທາງເລືອກທີ່ຫຼາກຫຼາຍພາຍໃຕ້ຄຳຂວັນຄົບຖືກດີມາທີ່ໂຊກທະວີເທົ່ານັ້ນ.

ພວກຂ້າພະເຈົ້າດຳເນີນທຸລະກິດໂດຍໃຫ້ຄວາມສຳຄັນກັບການພັດທະນາຢ່າງບໍ່ຢຸດຢັ້ງເພື່ອໃຫ້ຜູ້ບໍລິໂພກໄດ້ຮັບການບໍລິການທີ່ດີຂຶ້ນຕະຫຼອດເວລາ, ພັດທະນາຄວາມສຳພັນກັບຄູ່ຄ້າໃຫ້ທຸລະກິດຂອງທັງສອງຝ່າຍຂະຫຍາຍໂຕຢ່າງຕໍ່ເນື່ອງ ແລະພັດທະນາພະນັກງານຂອງພວກເຮົາໃຫ້ມີຄວາມກ້າວໜ້າໃນອາຊີບ.

ເຊັ່ນດຽວກັບສາຂາໜອງບອນນີ້ເຖິງແມ່ນວ່າຈະເລີ່ມເປີດໃຫ້ບໍລິການມາກ່ອນໄລຍະນຶ່ງແລ້ວແຕ່ທາງໂຊກທະວີກໍໄດ້ທຳການພັດທະນາຂະຫຍາຍພື້ນທີ່ຂາຍ ແລະ ປັບປຸງລະບົບຕ່າງໆພາຍໃນຮ້ານເພື່ອໃຫ້ລູກຄ້າໄດ້ຮັບປະສົບການການຈັບຈ່າຍໃຊ້ສອຍທີ່ຄົບຄືມີສິນຄ້າໃຫ້ທ່ານເລືອກຊື້ຢ່າງຫຼາກຫຼາຍ, ຖືກຄືລາຄາທີ່ເໝາະສົມແຂ່ງຂັນໄດ້ ແລະດີທັງດ້ານຄຸນນະພາບສິນຄ້າ, ຄວາມສະດວກສະບາຍທັນສະໄໝ ແລະການບໍລິການທີ່ປະທັບໃຈ.

ຂ່າວ ບຸນນິກ ມະນີ