ໂຮງແຮມ M&M ຈຸດຊົມທິວທັດທີ່ສວຍງາມຂອງເມືອງວັງວຽງ

ໂຮງແຮມ M&M ເປັນອີກໜຶ່ງສະຖານທີ່ພັກທີ່ເພິ່ນອອກແບບຕົບແຕ່ງຖືວ່າສວຍງານລູຫຼາລາຄ່າກັນເອງທີ່ສຳຄັນຢູ່ໃຈກາງ ເມືອງວັງວຽງ ເປັນໂຮງແຮມ 5 ຊັ້ນມີຊັ້ນດາດຟ້າ ເປັນຈຸດຊົມທິວທັດ ແບບ 360 ອົງສາ ພ້ອມນີ້ຍັງມີບໍລິການອາຫານ ແລະເຄື່ອງດື່ມບອກໄວ້ເລີຍສະຖານທີ່ເໝາະແກ້ການຜັກຜ່ອນທີ່ສຸດ.

ທ່ານ ສົມມິດ ໝັ້ນທີເລີດ ເຈົ້າຂອງໂຮງແຮມ M&M ໃຫ້ຮູ້ວ່າ: ສໍາລັບນັກທ່ອງທ່ຽວທີ່ມັກຖ່າຍຮູບມູມສູງ ຫລືຊົມທິວທັດທຳມະຊາດທີ່ສວຍງາມທົ່ວເມືອງວັງວຽງຕ້ອງມາພັກທີ່ໂຮງແຮມ M&M ເພາະຕັ້ງຢູ່ໃຈກາງເມືອງວັງວຽງ ໃກ້ກັບສະຖານີລົດໄຟ ແລະທາງດ່ວນໃຫ້ບໍລິການຫ້ອງພັກພ້ອມອາຫານມີສິ່ງອໍານວຍຄວາມສະດວກທີ່ໄດ້ມາດຕະຖານ ແລະເປັນມີອາຊີບຄື ມີບ່ອນຈອດລົດ, ອິນເຕີເນັດ (wifi) ແລະ ສູນອອກກໍາລັງກາຍ ໄວ້ບໍລິການ, ເປັນໂຮງແຮມສູງ 5 ຊັ້ນ, ມີຊັ້ນດາດຟ້າເປັນຈຸດຊົມທິວທັດ ແບບ 360 ອົງສາ ພ້ອມນີ້ຍັງມີບໍລິການອາຫານ ແລະເຄື່ອງດື່ມ.

ໂຮງແຮມ M&M ຕັ້ງຢູ່ໃກ້ກັບສະຖານທີ່ທ່ອງທ່ຽວຫລາຍແຫ່ງ, ຮ້ານອາຫານ, ທະນາຄານ ແລະໂຮງໝໍ ແລະອື່ນໆ. ສຳລັບທ່ານໃດທີ່ຕ້ອງການໄປພັກສາມາດສອບຖາມຂໍ້ມູນເພີ່ມຕື່ມຜ່ານເບີ ໂທ 020 23788777,020 57378777 ຫລື ເຟດບຸກ M&M Hotel ໄດ້.

ພາຍຫລັງມີການລະບາດຂອງພະຍາດໂຄວິດ-19 ການທ່ອງທ່ຽວ ຢູ່ແຂວງຕ່າງໆໂດຍສະເພາະຢູ່ເມືອງວັງວຽງ ແຂວງວຽງຈັນ ກໍໄດ້ຮັບຜົນກະທົບ ເຊັ່ນດຽວກັນ ແຕ່ພາຍຫລັງລັດຖະບານປະກາດນະໂຍບາຍເປີດປະເທດຢ່າງເຕັມຮູບແບບທຸລະກິດດ້ານການບໍລິການການທ່ອງທ່ຽວຂອງເມືອງວັງວຽງ ກໍາລັງຟື້ນຟູ ແລະປັບປຸງຄືນໃໝ່ ແລະມີນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດຫລັ່ງໄຫລມາຢ້ຽມຢາມ, ເຊັ່ນດຽວກັນກັບ ໂຮງແຮມ M&M Hotell ທີ່ກຽມພ້ອມໃຫ້ບໍລິການແບບມືອາຊີບ ແລະຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານ.

ຂ່າວ ບຸນນິກ