ເປົ້າໝາຍ ແລະຈຸດສຸມ ພັດທະນາຂະແໜງການເງິນເປັນທັນສະໄໝ

  ຍຸດທະສາດການພັດທະນາວຽກງານການເງິນຮອດປີ 2025, ລັດຖະບານລາວໄດ້ກໍານົດເອົາການພັດທະນາຂະແໜງການເງິນເປັນທັນສະໄໝທຽບທັນພາກພື້ນ ແລະສາກົນໂດຍເລັງໃສ່ການຫັນກົນໄກການຄຸ້ມຄອງ, ການພັດທະນາລະບົບ, ການປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງເປັນຕົ້ນ.

ອີງຕາມຂໍ້ມູນຈາກກະຊວງການເງິນໃຫ້ຮູ້ວ່າ: ການພັດທະນາຂະແໜງການເງິນເປັນທັນສະໄໝທຽບທັນພາກພື້ນ ແລະສາກົນແມ່ນໜຶ່ງໃນບັນດາຍຸດທະສາດ ການພັດທະນາວຽກງານການເງິນຮອດປີ 2025 ຊຶ່ງໃນຍຸດທະສາດນີ້ລັດຖະບານໄດ້ກໍານົດເອົາ 2 ເປົ້າໝາຍ ແລະ 2 ຈຸດສຸມໃຫຍ່ເຂົ້າໃນການພັດທະນາຂະ ແໜງການເງິນເປັນທັນສະໄໝທຽບທັນພາກພື້ນ ແລະ ສາກົນ. ໃນນັ້ນເປົ້າໝາຍທີ 1) ແມ່ນຫັນກົນໄກການຄຸ້ມຄອງວຽກງານວິຊາສະເພາະຂອງຂະແໜງການເງິນໄປສູ່ທັນສະໄໝຮອບດ້ານທຽບທັນກັບພາກພື້ນ; ສ່ວນເປົ້າໝາຍທີ 2) ແມ່ນການພັດທະນາລະບົບ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເພື່ອຄຸ້ມຄອງການເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະທັນຕາມກຳນົດເວລາ.

  ສ່ວນວຽກຈຸດສຸມ: 1) ແມ່ນສຶບຕໍ່ປັບປຸງ ແລະຍົກລະດັບພື້ນຖານໂຄງລ່າງລະບົບຖານຂໍ້ມູນ-ຂ່າວ ສານລວມສູນໃຫ້ມີຄວາມຖືກຕ້ອງຊັດເຈນ, ວ່ອງໄວ, ມີຄວາມທັນສະ ໄໝ  ແລະຮັບປະກັນຄວາມປອດ ໄພ; ສ້າງພະນັກງານໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານໄອທີ ແລະການເງິນທີ່ແນ່ນອນດ້ວຍການຍົກລະດັບທາງດ້ານວິຊາສະ ເພາະທັງພາຍໃນ ແລະຕ່າງປະ ເທດ; ສ້າງບຸກຄະລາກອນຜູ້ສືບ ທອດໃນໄລຍະກາງ ແລະໄລຍະ ຍາວ; ຈຸດສຸມທີ 2) ແມ່ນພັດທະ ນາລະບົບທີ່ທັນສະໄໝເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍງົບປະມານໃຫ້ຖືກຕ້ອງ, ໂປ່ງໃສ, ຄົບຖ້ວນ ແລະທັນຕາມກຳນົດເວລາ.

  ສະເພາະໃນຈຸດສຸມທີ 2 ນີ້ ແມ່ນປະກອບດ້ວຍ, 1) ແມ່ນລວມສູນການພັດທະນາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍຂອງຂະແໜງການເງິນແຫ່ງລັດທັງ ໝົດທົ່ວປະເທດຫັນໄປໃຊ້ລະບົບທີ່ທັນສະໄໝ ແລະເປັນມາດຕະຖານສາກົນໂດຍການນຳໃຊ້ລະບົບທີ່ຖືກພັດທະນາຄົບຊຸດ ຫຼື Comercial Off-the-She lf (COTS); 2) ສ້າງພື້ນຖານໂຄງລ່າງໄອທີ ແລະ ລະບົບຖານຂໍ້ມູນຂະແໜງການເງິນພາກລັດລວມສູນໃຫ້ມີຄຸນນະພາບ, ທັນສະໄໝ, ມີສະຖຽນລະພາບ ແລະຄວາມປອດໄພສູງ 3) ສ້າງມາດຕະຖານທາງດ້ານເຕັກນິກໃນການເຊື່ອມໂຍງຂໍ້ມູນທາງດ້ານການເງິນກັບຂະແໜງການອື່ນໆທີ່ກ່ຽວຂ້ອງ; 4) ສ້າງສູນລະບົບສຳຮອງຂໍ້ມູນຂ່າ ວສານ ເພື່ອຮັບປະກັນໃນການໃຊ້ລະບົບ ບໍລິຫານຄຸ້ມຄອງການເງິນບໍ່ໃຫ້ ມີຜົນກະທົບ ຫຼື ໃຫ້ມີຜົນກະທົບໜ້ອຍທີ່ສຸດໃນກໍລະນີທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ 5) ພັດທະນາການເຊື່ອມຕໍ່ຂໍ້ມູນກັບບັນດາຫົວໜ່ວຍງົບປະມານ, ທະນາຄານ, ກະຊວງ /ອົງການທີ່ກ່ຽວຂ້ອງໃຫ້ຄົບຊຸດ ແລະເຕັມຮູບແບບລະຫວ່າງລັດກັບລັດ,ລັດກັບພາກທຸລະກິດເພື່ອກວດກາຄວາມຖືກຕ້ອງ, ຊັດເຈນຂອງຂໍ້ມູນຊຶ່ງກັນ ແລະກັນທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ ຜູ້ປະກອບການໃນການມອບພັນ ທະເຂົ້າງົບປະມານ, ການຊໍາລະ ສະສາງ ແລະອື່ນໆ; 6) ພັດທະນາລະບົບການຈັດເກັບລາຍຮັບຈາກ ພາສີໃຫ້ສະດວກ, ວ່ອງໄວ ແລະ ທັນສະໄໝນຳໃຊ້ລະບົບການແຈ້ງ ພາສີແບບອິເລັກໂທຣນິກ, ການ ຊໍາລະຄ່າພາສີ-ອາກອນຜ່ານລະບົບທະນາຄານ, ຕິດຕັ້ງລະບົບຈັດເກັບຄ່າທຳນຽມຜູ້ໂດຍສານ ແລະພາຫະນະເຂົ້າ-ອອກ (RFID) ຢູ່ບັນດາດ່ານພາສີໃນທົ່ວປະເທດ; ສືບຕໍ່ຈັດຕັ້ງປະຕິບັດວຽກງານບໍລິການແຈ້ງເອກະສານຜ່ານລະບົບປະຕູດຽວແຫ່ງຊາດ (LNSW) ເພື່ອໃຫ້ເຊື່ອມໂຍງກັບລະບົບແຈ້ງເອກະສານຜ່ານປະຕູດຽວອາຊຽນ (ASW);

  ສຳລັບ 7) ພັດທະນາລະບົບການຄຸ້ມຄອງ ແລະການຈັດເກັບລາຍຮັບສ່ວຍສາອາກອນໃຫ້ທັນສະໄໝໃນຂອບເຂດທົ່ວປະເທດ,ໃຊ້ເຄື່ອງມືຕິດຕາມການເກັບອາ ກອນມູນຄ່າເພີ່ມຢູ່ໃນທຸກຂອດ ການຊື້-ຂາຍຢູ່ທຸກໆຮ້ານຄ້າໃຫ້ ຄົບຖ້ວນ, ປັບປຸງກົນໄກການບໍລິ ການໃຫ້ແກ່ ຜູ້ປະກອບການໃຫ້ ສະດວກວ່ອງໄວຂຶ້ນ; 8) ນຳໃຊ້ ລະບົບທີ່ທັນສະໄໝ ເພື່ອຄຸ້ມຄອງ ແລະສັງລວມຂໍ້ມູນຊັບສິນຂອງລັດ ໃຫ້ຄົບຖ້ວນ ແລະຊັດເຈນໃນຂອບ ເຂດທົ່ວປະເທດ ເພື່ອຄຸ້ມຄອງຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະເພື່ອຄຸ້ມຄອງເກັບລາຍຮັບຈາກຊັບສິນຂອງລັດໃຫ້ໄດ້ຄົບຖ້ວນ, ຖືກຕ້ອງຕາມກໍານົດເວລາ,ມີຄວາມໂປ່ງໃສ, ສະດວກ, ວ່ອງໄວ ແລະສາມາດກວດສອບໄດ້. 9) ພັດທະນາລະບົບເພື່ອຕິດຕາມ ກວດກາບັນຊີເງິນກູ້ຢືມຕໍ່ຂອງລັດວິສາຫະກິດໃຫ້ມີຄວາມຊັດເຈນເພື່ອເປັນພື້ນຖານໃນການເກັບ ດອກເບ້ຍ ແລະຕົ້ນທຶນເງິນກູ້ຢືມຕໍ່ ໃຫ້ທັນຕາມກຳນົດເວລາ; 10) ພັດທະນາລະບົບ ແລະເຄື່ອງມືການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດໄປສູ່ທັນສະໄໝ, ເຊື່ອມໂຍງລະບົບຂໍ້ມູນຂ່າວສານ ດ້ານການເງິນ-ງົບປະມານລະ ຫວ່າງກະຊວງການເງິນກັບບັນ ດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ, ລະຫວ່າງກະຊວງການເງິນກັບລະບົບທະນາຄານເລີ່ມຈາກການສ້າງແຜນງົບປະມານ, ການຈັດຕັ້ງປະຕິບັດ, ການສະຫຼຸບລາຍງານ ແລະການກວດສອບ, ນຳໃຊ້ລະບົບຄຸ້ມຄອງ ແລະວິໄຈໜີ້ສິນສາທາລະນະ (DMFAS).

ໂດຍ: ກິ່ງລັດຕະນະ