ນາຍົກ ສຳເລັດການຢ້ຽມຢາມຫຼວງພະບາງ

ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໃນໂອກາດຢ້ຽມຢາມແຂວງຫຼວງພະບາງໃນວັນທີ 7 ສິງຫາ 2022 ນີ້ ຢູ່ສະຖານີ ລົດໄຟລາວ-ຈີນ ບ້ານຊຽງລ້ອມ ນະຄອນ-ຫຼວງພະບາງ.

ຈາກນັ້ນ, ທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະກໍໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບຢູ່ສະຖານີລົດໄຟຫຼວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ສະຖານີຫຼວງພະບາງ ເປັນສະຖານີລະດັບສອງ ຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫຼວງວຽງຈັນ, ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ, ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກສອດຄ່ອງກັບມໍລະດົກໂລກຫຼວງພະບາງ, ມີພະນັກງານທັງໝົດ ເກືອບ 100 ຄົນ,ໃນນັ້ນ ເປັນຄົນລາວສ່ວນໃຫຍ່ ແລະພະນັກງານຄົນລາວທີ່ຜ່ານການຝຶກອົບຮົມກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ, ປັດຈຸບັນພວມສືບຕໍ່ໃນການປັບປຸງສິ່ງອຳນວຍຄວາມສະດວກ, ເປັນຕົ້ນຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂຶ້ນລົດໄຟ ແລະອຶ່ນໆ, ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈຳໜ່າຍປີ້ລົດໄຟແລ້ວເກືອບ 200.000ປີ້, ສະເພາະເດືອນກໍລະກົດເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່ຊຶ່ງມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ, ສ່ວນສະຖານີຂົນສົ່ງສິນຄ້າ ແມ່ນມີ 2 ຊ່ອງທາງສຳລັງຄ່ຽນຖ່າຍສິນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສິນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສິນຄ້າປະມານ 10.000 ຕາແມັດ ສາມາດຮອງຮັບຕູ້ສິນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕນຕໍ່ປີ, ປັດຈຸບັນມີສິນຄ້າສົ່ງອອກປະເພດແຮ່ເຫຼັກ, ແປ້ງມັນຕົ້ນ ແລະຢາງພາລາ, ສ່ວນສິນຄ້ານຳເຂົ້າປະກອບມີປະເພດປຸ໋ຍ ແລະເຫຼັກຈຳນວນໜຶ່ງ, ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ໄດ້ມີສິນຄ້າສົ່ງອອກ 3.519 ຕູ້, ນ້ຳໜັກ 146.662ໂຕນ.

ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໃຫ້ຄະນະຮັບຜິດຊອບຢູ່ສະຖານີລົດໄຟຫຼວງພະບາງພ້ອມກັນຄົ້ນຄວ້າ,ປັບປຸງຂອດບໍລິການຢູ່ສະຖານີຫຼວງພະບາງ ເປັນຕົ້ນແມ່ນລະບົບການຂາຍປີ້ຂຶ້ນລົດໄຟທີ່ທັນສະໄໝ ແລະ ສະດວກສະບາຍກວ່າເກົ່າ, ການໃຫ້ບໍລິການປິ່ນອ້ອມສະຖານີ້, ຈຸດບໍລິການຜ່ານທາງໂດຍສານ, ຮ້ານອາຫານ, ຈຸດກວດກາຄົນເຂົ້າອອກ, ດ່ານພາສີ ແລະອື່ນໆ.

ຕໍ່ມາໃນວັນທີ 8 ສິງຫາ ທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ໄປເຄື່ອນໄຫວເຮັດວຽກ ແລະພົບປະໂອ້ລົມການນຳຫຼັກແຫຼ່ງແຂວງຫຼວງພະບາງໂດຍໃຫ້ການຕ້ອນຮັບຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງພາຍໃນແຂວງ.

ທ່ານນາຍົກ ໄດ້ຍົກໃຫ້ເຫັນເງື່ອນໄຂສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປ່ຽນແປງຢ່າງສັບສົນຊຶ່ງໄດ້ສົ່ງຜົນກະທົບໃຫຍ່ຫຼວງຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຫຼາຍປະເທດໃນໂລກ ລວມທັງຢູ່ ສປປ ລາວ ເຮົາແລະດ້ວຍຄວາມເອົາໃຈໃສ່ບຸກບືນ ແລະຕັດສິນໃຈສູງຂອງການນໍາພັກ-ລັດ ຕາມທິດຫັນປ່ຽນໃໝ່ ຢ່າງແຂງແຮງ ເລິກເຊິ່ງ ແລະຮອບດ້ານ ຈຶ່ງໄດ້ພ້ອມກັນຜ່ານຜ່າອຸປະສັກດັ່ງກ່າວ, ພ້ອມດຽວກັນນີ້ກໍໄດ້ຕີລາຄາຕໍ່ການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນການຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແຂວງຫຼວງພະບາງ ຊຶ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ອັນໄດ້ປະກອບສ່ວນເຮັດໃຫ້ແຂວງສືບຕໍ່ຮັກສາສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ; ເສດຖະກິດໄດ້ຮັບການຂະຫຍາຍຕົວດີຂຶ້ນເປັນລໍາດັບ. ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງ ແລະເປັນແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີຍັງໄດ້ມີຄໍາເຫັນຊີ້ນໍາ ແລະເນັ້ນໜັກໃຫ້ການນໍາ ແລະພະນັກງານຫຼັກແຫຼ່ງພາຍໃນແຂວງຫຼວງພະບາງສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທຳຢ່າງຮີບດ່ວນ,ສຸມໃສ່ຊຸກຍູ້ ແລະຕິດຕາມ ບັນດາໂຄງການທີ່ສໍາຄັນເປັນທ່າແຮງຂອງແຂວງ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ປະສົບຜົນສໍາເລັດ ຕາມແຜນການທີ່ກຳນົດໄວ້ ແລະໃຫ້ໄດ້ຕາມມາດຕະຖານສາກົນ; ທີ່ສໍາຄັນແມ່ນໃຫ້ອົງການປົກຄອງແຂວງຫຼວງພະບາງສືບຕໍ່ຄຸ້ມຄອງເສດຖະກິດໃຫ້ມີຄວາມໝັ້ນທ່ຽງ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນງົບປະມານແຫ່ງລັດ, ຕາມຄາດໝາຍແຜນການທ້າຍປີຢ່າງມີຜົນສໍາເລັດ, ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ,ປະສານສົມທົບກັບຜູ້ພັດທະນາດ້ານຕ່າງໆຢູ່ພາຍໃນແຂວງ ໃນການຈັດເກັບລາຍຮັບໃຫ້ຖືກຕ້ອງ ແລະ ໄດ້ຕາມແຜນການທີ່ວາງໄວ້. ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ ແລະບັນຫາທີ່ສັງຄົມໃຫ້ຄວາມສົນໃຈ;ເພື່ອປັບປຸງແກ້ໄຂໃຫ້ທັນການແລະພ້ອມກັນສົມທົບກັບຄະນະຮັບຜິດຊອບທາງລົດໄຟ ໂດຍສະເພາະແມ່ນຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງໃນການປັບປຸງຂອດບໍລິການຕ່າງໆທີ່ປິ່ນອ້ອມເປັນຕົ້ນແມ່ນການຂາຍປິ້ລົດໄຟໃຫ້ເປັນລະບົບທັນສະໄໝ,ຈຸດບໍລິການພາຍໃນສະຖານີ ແລະການບໍລິການອ້ອມນອກສະຖານີໃຫ້ເປັນລະບຽບຮຽບຮ້ອຍຄົບຊຸດ, ສ້າງຈຸດເຊື່ອມຕໍ່-ເຊື່ອມຈອດ ແລະຄ່ຽນຖ່າຍສິນຄ້າໃຫ້ມີຄຸນນະພາບໂດຍການມີສ່ວນຮ່ວມຂອງແຂວງຫຼວງພະບາງ.