ເມືອງນອງ ຂຸ້ນຂ້ຽວປັກດຳເຂົ້ານາປີໃຫ້ທ່ວງທັນຕາມລະດູ

ການປັກດຳເຂົ້ານາປີຂອງເມືອງນອງ ແຂວງສະຫວັນນະເຂດ ໃນປີນີ້ມີຄວາມລ່າຊ້າກວ່າປີຜ່ານມາເນື່ອງຈາກພໍ່ແມ່ປະຊາຊົນໄດ້ຫັນໃສ່ການປູກມັນຕົ້ນເປັນສິນຄ້າຢ່າງເປັນຂະບວນການຟົດຟື້ນ.

ຕາມການລາຍງານຈາກຫ້ອງການກະສິກຳ ແລະປ່າໄມ້ ເມືອງນອງ ຫວ່າງບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ, ຊາວນາ - ຊາວກະສິກອນໃນທົ່ວເມືອງໄດ້ສຳເລັດການໄຖຮຸດນາ ແລະ ຕົກກ້າ 100%, ການປັກດຳເຂົ້ານາປີປະຕິບັດໄດ້ 80% ຂອງເນື້ອທີ່ທັງໝົດ, ທຽບໃສ່ແຜນປີເພີ່ມຂຶ້ນ 7 ເຮັກຕາ, ການຜະລິດເຂົ້າໄຮ່-ສວນ ມີເນື້ອທີ່ທັງໝົດ 1.250 ເຮັກຕາ, ຖ້າທຽບໃສ່ແຜນປີແມ່ນຫຼຸດລົງຍ້ອນປະຊາຊົນສ່ວນໃຫຍ່ ແມ່ນສຸມໃສ່ການປູກມັນຕົ້ນເປັນຫຼັກ, ທົ່ວເມືອງມີເນື້ອທີ່ປູກມັນຕົ້ນ 3.626 ເຮັກຕາ, ປະຕິບັດໄດ 3.540 ເຮັກຕາ, ໂດຍທາງບໍລິສັດໄດ້ສະໜອງແນວພັນໃຫ້ 1.958 ເຮັກຕາ ແລະສ່ວນຈຳນວນ 1.581 ເຮັກຕາ ແມ່ນເປັນແນວພັນຂອງປະຊາຊົນຊື້ປູກເອງ, ໄປຄຽງຄູ່ກັບການຜະລິດເຂົ້ານາປີແລ້ວ, ຊາວນາ-ຊາວກະສິກອນໃນທົ່ວເມືອງນອງກໍໄດ້ພ້ອມກັນລົງມືປູກພືດສຳຮອງລະດູຝົນ ແລະການປູກໄມ້ໃຫ້ໝາກ ບໍ່ວ່າຈະເປັນໝາກອາໂວຄາໂດ້, ໝາກມີ້, ໝາກມ່ວງ, ໝາກເງາະນອກຈາກນັ້ນ ກໍຍັງມີພືດລົ້ມລຸກນຳອີກເຊັ່ນ: ໝາກສາລີ, ໝາກໂມ, ໝາກເຜັດ, ໝາກເຂືອ ແລະອຶ່ນໆ.