ແຈ້ງເຕືອນພາຍຸເຂດຮ້ອນ ວັນທີ 09-12 ສິງຫາ 2022

ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານເຂດພາກກາງ ແລະພາກໃຕ້ຂອງປະເທດລາວ ປ່ອງເຂົ້າສູ່ລົມພາຍຸດີເປລຊັນທີ່ຢູ່ເຂດ ທະເລຈີນໃຕ້ ແລະມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸໝຸນເຂດຮ້ອນ ຫົວທີ 8 ແລະເຄື່ອນທີ່ໄປທາງພາກເໜືອ ຂອງປະເທດຫວຽດນາມ.

ໃນວັນທີ 9-10 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະພາກໃຕ້ ຄື: ແຂວງສາລະວັນ, ຈໍາປາສັກ, ອັດຕະປື ແລະເຊກອງ.

ໃນວັນທີ 11-13 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂງພາກເໜືອ ແລະ ພາກກາງ ຄື: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະສະຫວັນນະເຂດ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະຝົນຕົກຕິດຕໍ່ກັນຫລາຍວັນທີ່ຈະເຮັດໃຫ້ມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງທີ່ຈະເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະອຸທົກກະສາດ ໃນໄລຍະ ວັນທີ 9-13 ສິງຫາ 2022 ນີ້.