ນະໂຍບາຍເອື້ອອຳນວຍຂອງ RCEP ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນເລັ່ງລັດການເຕີບໂຕ

ຫວ່າງບໍ່ດົນມານີ້, ອົງການພາສີແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ແຕ່ເດືອນມັງກອນຫາເດືອນກໍລະກົດ 2022 ນີ້, ການຄ້າຂາເຂົ້າຂາອອກຂອງຈີນຕໍ່ອາຊຽນມີມູນຄ່າ 3.530ຕື້ຢວນ, ເພີ່ມຂຶ້ນ 13,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ການຄ້າຂາເຂົ້າຂາອອກກັບປະເທດສະມາຊິກອື່ນໃນສັນຍາສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ໄດ້ເພີ່ມຂຶ້ນ 7,5%. ເຊິ່ງຈັງຫວະການເຕີບໂຕສອງດ້ານນີ້ລ້ວນແຕ່ສູງກວ່າລະດັບໃນຫົກເດືອນຕົ້ນປີນີ້.

ເຖິງວ່າສະຖານະການສາກົນມີຄວາມສັບສົນແລະຂ້ຽວຂາດ, ການແຜ່ລະບາດຂອງພະຍາດໂຄວິດ-19 ຟື້ນຄືນຊໍ້າແລ້ວຊໍ້າອີກ, ນັບແຕ່ສັນຍາ RCEP ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022 ເປັນຕົ້ນມາໄດ້ນຳໃຊ້ນະໂຍບາຍເອື້ອອຳນວຍຢ່າງຕໍ່ເນື່ອງ, ເຊິ່ງໄດ້ເພີ່ມແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການລົງເລິກການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະອາຊຽນ.

ປັດຈຸບັນນີ້, ຈີນແລະອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນ ແລະກັນ, ການລົງທຶນໂດຍກົງລະຫວ່າງສອງຝ່າຍມີມູນຄ່າຫຼາຍກວ່າ 310 ຕື້ໂດລາ. ຫຼັງຈາກສັນຍາ RCEP ມີຜົນບັງຄັບໃຊ້ແລ້ວ, ມີນະໂຍບາຍເອື້ອອຳນວຍຕ່າງໆ, ເຊັ່ນ: ຫຼຸດພາສີລະບຽບການສະສົມໃນການກຳນົດແຫຼ່ງກຳເນີດສິນຄ້າແລະອື່ນໆ, ຈີນ ແລະອາຊຽນໄດ້ໄປມາຫາສູ່ກັນຢ່າງມີຄວາມສະໜິດແໜ້ນກວ່າເກົ່າ.

ນັກວິເຄາະຊີ້ອອກວ່າ, RCEP ໄດ້ບັນລຸການປະສານສົມທົບກັນໃນລະບຽບການດ້ານເສດຖະກິດການຄ້າພາຍໃນພາກພື້ນ, ເລັ່ງລັດການເຊື່ອມໂຍງເຂົ້າກັນຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງໃນພາກພື້ນ, ສະໜອງແຮງຊຸກຍູ້ໃຫ້ແກ່ການລົງເລິກສາຍພົວພັນເສດຖະກິດການຄ້າລະຫວ່າງຈີນ ແລະອາຊຽນ, ພ້ອມທັງໄດ້ສະໜອງແຮງຂັບເຄື່ອນອັນເຂັ້ມແຂງເຂົ້າໃນການພັດທະນາເສດຖະກິດຂອງພາກພື້ນ.

ທ່ານ ອອງຕີເຄັດ ປະທານສູນຄົ້ນຄວ້າຍຸດທະສາດອາຊີໃໝ່ຂອງມະເລເຊຍກ່າວວ່າ, RCEP ໄດ້ປະສານງານລະບຽບການແລະຂໍ້ກຳນົດກ່ຽວກັບແຫຼ່ງກຳເນີດສິນຄ້າ, ໄດ້ສ້າງຕະຫຼາດທີ່ເປັນເອກະພາບກັນໃຫ້ແກ່ຜະລິດຕະພັນກາງຫຼືເຄິ່ງສຳເລັດຮູບ, ຊຸກຍູ້ການສ້າງຕ່ອງໂສ້ການສະໜອງຂອງພາກພື້ນ, “ຈະສ້າງໂອກາດປະກອບອາຊີບຫຼາຍກວ່າເກົ່າການເຕີບໂຕດ້ານເສດຖະກິດທີ່ສູງກວ່າເກົ່າ ແລະປະສິດທິຜົນດ້ານການຫຼຸດຜ່ອນຄວາມທຸກຍາກຫຼາຍກວ່າເກົ່າໃນພາກພື້ນ, ສິ່ງນີ້ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ປະເທດອາຊຽນ.”

ທ່ານລິນຊູຊິ່ນປະທານສະພາການຄ້າຈີນປະຈຳໄທກ່າວວ່າ, RCEP ໄດ້ກວມລວມການຫຼຸດພາສີ, ເປີດຕະຫຼາດ, ຫຼຸດຜ່ອນກຳແພງດ້ານມາດຕະຖານ, ຄັດຄ້ານລັດທິຝ່າຍດຽວ, ລັດທິປົກປ້ອງ ແລະອື່ນໆ, ມີຜົນດີຕໍ່ການສ້າງລະບຽບການດ້ານການຄ້າຫຼາຍຝ່າຍທີ່ມີຄວາມໝັ້ນຄົງໂດຍທຽບຖານໃນພາກພື້ນອາຊີປາຊີຟິກ, ກະຕຸກຊຸກຍູ້ຄວາມໝັ້ນໃຈດ້ານການຄ້າ ແລະ ການລົງທຶນ, ເພີ່ມຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງ ແລະຕ່ອງໂສ້ອຸດສາຫະກຳຕື່ມອີກ, ສິ່ງນີ້ແມ່ນມີຄວາມໝາຍສຳຄັນແລະ ເລິກເຊິ່ງຍາວໄກຕໍ່ການສ້າງລະບຽບການດ້ານເສດຖະກິດການຄ້າຂອງໂລກໃນອະນາຄົດ.