ທົ່ວເມືອງສາມັກຄີໄຊ ປັກດໍາເຂົ້ານາປີໄດ້ 4.600 ເຮັກຕາ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນລະດູຝົນປີ 2022 ນີ້ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ເປັນເຈົ້າການຊຸກຍູ້, ສົ່ງເສີມກະສິກອນພາຍໃນເມືອງສຸມໃສ່ການຜະລິດໃຫ້ຫລາຍຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງການບໍລິໂພກຢູ່ພາຍໃນເມືອງທັງເປັນການຫລຸດຜ່ອນການນໍາເຂົ້າໂດຍສະເພາະເຂົ້າ ແລະພືດຜັກອື່ນ, ປັດຈຸບັນທົ່ວເມືອງສາມັກຄີໄຊ ສາມາດປັກດຳເຂົ້ານາປີໄດ້ທັງໝົດ 4.600 ເຮັກຕາ.

ທ່ານນາງ ລັດສະໄໜ ຄໍາພິລາວົງ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ ເມືອງສາມັກຄີໄຊ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນລະດູຝົນປີນີ້, ຂະບວນການຜະລິດເຂົ້ານາປີຂອງກະສິກອນໃນຂອບເຂດທົ່ວເມືອງສາມັກຄີໄຊ ແມ່ນດໍາເນີນໄປຢ່າງເປັນຂະບວນການຟົດຟື້ນ ເຊິ່ງມາຮອດປັດຈຸບັນ ການປັກດໍາແມ່ນສໍາເລັດແລ້ວ 95% ໃນເນື້ອທີ່ທັງໝົດ 4.600 ເຮັກຕາ, ທຽບໃສ່ເນື້ອທີ່ແມ່ນບັນລຸໄດ້ຕາມແຜນການໃນນັ້ນ, ເຂົ້ານາຢອດ ມີ 13 ເຮັກຕາກວ່າ, ນາຫວ່ານ 3 ເຮັກຕາ, ນອກນັ້ນແມ່ນເຂົ້ານາດໍາ ໂດຍນຳໃຊ້ແນວເຂົ້າພັນປັບປຸງ ທັງໝົດ 276 ໂຕນ ເປັນຕົ້ນ ແນວພັນເຂົ້າ 450 ປີ, ທ່າດອກຄໍາ 8, ທ່າດອກຄໍາ11 ແລະ ເຂົ້າຫອມມະລິ,ຄາດຄະເນສະເລ່ຍສະມັດຕະພາບຜົນຜະລິດຈະບັນລຸໄດ້ຫລາຍກວ່າ 3 ໂຕນຕໍ່ເຮັກຕາ.

ທ່ານ ລັດສະໄໜ ຄໍາພິລາວົງ ຍັງໃຫ້ຮູ້ອີກວ່າ: ນອກຈາກການປູກເຂົ້ານາປີແລ້ວ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຍັງໄດ້ຊຸກຍູ້ປະຊາຊົນສຸມໃສ່ປູກພືດສຳຮອງອື່ນໆ ໃນເນື້ອທີ່ທັງໝົ້ດ 1.763 ກວ່າເຮັກຕາ, ໃນນັ້ນ ພືດສະບຽງອາຫານ 165 ເຮັກຕາ, ພືດເປັນສິນຄ້າ ປະເພດ: ມັນຕົ້ນ ມີ 1.300 ເຮັກຕາ, ປັດຈຸບັນຫ້ອງການກະສິກໍາ ແລະປ່າໄມ້ເມືອງໄດ້ແຕ່ງຕັ້ງພະນັກງານວິຊາການລົງຕິດຕາມໃນແຕ່ລະເຂດການຜະລິດເພື່ອນໍາພາປະຊາຊົນບົວລະບັດຮັກສາຜົນຜະລິດໂດຍການແນະນໍາວິທີການປ້ອງສັດຕູພືດ,ແມງໄມ້ ແລະກຽມຮັບມືກັບໄພພິບັດຕ່າງໆ ທີ່ອາດຈະເກີດຂຶ້ນໄດ້.

ຂ່າວ: ວັດທະນາ