ບໍລິສັດ ທິບພະຈັນ ມອບເຄື່ອງກິລາ 40 ຊຸດ ໃຫ້ສະມາຄົມກິລາ-ກາຍະກຳ ນວ ແລະຫ້ອງວ່າການເມືອງນາຊາຍທອງ

ບໍລິສັດ ທິບພະຈັນ ຈໍາກັດ ກໍຄືສູນກິລາ ທີພີຊີ ຄົບວົງຈອນ ມອບເຄື່ອງກິລາ ຈຳນວນ 40 ຊຸດ ລວມມູນຄ່າ 5,3 ລ້ານກີບ ໃຫ້ກັບສະມາຄົມກິລາ-ກາຍະກຳນະຄອນຫຼວງວຽງຈັນ (ນວ) ແລະຫ້ອງວ່າການປົກຄອງເມືອງນາຍຊາຍທອງເພື່ອນຳໃຊ້ເຂົ້າໃນການແຂ່ງຂັນເຕະບານມິດຕະພາບລະຫວ່າງສະມາຄົມກິລາ-ກາຍະກຳ ນວ ແລະ ຫ້ອງວ່າການປົກຄອງເມືອງນາຍຊາຍທອງແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນວັນສື່ມວນຊົນແຫ່ງຊາດ ແລະການພິມຈຳໜ່າຍ ຄົບຮອບ 72 ປີ,ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ແລະວັນຍຶດອຳນາດທົ່ວປະເທດ ຄົບຮອບ 47 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະເບີກບານມ່ວນຊື່ນ.

ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 10 ສິງຫາ 2022 ທີ່ສູນກິລາກິລາ ທີພີຊີ ຄົບວົງຈອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍເປັນກຽດກ່າວມອບຂອງ ທ່ານ ສົມບູນ ເນຕິບັນດິດ ປະທານບໍລິສັດ ທິບພະຈັນ ຈໍາກັດ ທັງເປັນປະທານສູນກິລາ ທີພີຊີ ຄົບວົງຈອນ (ເດີ່ນບານເຕະ, ດອກປີກໄກ່, ຟິດເນັດ ແລະສະລອຍນໍ້າ) ແລະກ່າວຮັບແມ່ນທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ແລະ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ, ຜູ້ຊີ້ນໍາວຽກງານກິລາພ້ອມດ້ວຍຄະນະນັກກິລາ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ສົມບູນ ເນຕິບັນດິດ ກ່າວວ່າ: ສຳລັບເຄື່ອງກິລາ ຈຳນວນ 40 ຊຸດ ລວມມູນຄ່າ 5,3 ລ້ານກີບ ທີ່ມອບໃຫ້ໃນຄັ້ງນີ້ແມ່ນເພື່ອໃຫ້ທັງ 2 ພາກສ່ວນນຳໃຊ້ເຂົ້າໃນການແຂ່ງຂັນກິລາເຕະບານມິດຕະພາບເພື່ອຮັດແໜ້ນຄວາມສາມັກຄີຮັກແພງເຊິ່ງກັນ ແລະກັນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນທັງນີ້ກໍເພື່ອແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນເດືອນສິງຫານີ້ເປັນຕົ້ນແມ່ນວັນສື່ມວນຊົນແຫ່ງຊາດ ແລະການພິມຈຳໜ່າຍ ຄົບຮອບ 72 ປີ (13 ສິງຫາ 1950-13 ສິງຫາ 2022), ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ (15 ສິງຫາ 1991-15 ສິງຫາ 2022) ແລະວັນຍຶດອຳນາດທົ່ວປະເທດ ຄົບຮອບ 47 ປີ (23 ສິງຫາ 1975-23 ສິງຫາ 2022) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ໂອກາດດຽວກັນ, ທ່ານເຈົ້າເມືອງນາຊາຍທອງ ແລະທ່ານຮອງຫົວໜ້າພະແນກສຶກສາທິການ ແລະກິລາ ນວ ໄດ້ກ່າວສະແດງຄວາມຂອບໃຈ ແລະຮູ້ບຸນຄຸນເປັນຢ່າງສູງນຳທ່ານປະທານບໍລິສັດ ທິບພະຈັນ ຈໍາກັດ ກໍຄືສູນກິລາ ທີພີຊີ ຄົບວົງຈອນ ທີ່ໄດ້ມອບເຄື່ອງໃຫ້ພວກເຮົາເພື່ອນຳໃຊ້ເຂົ້າໃນກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ແລະຫວັງເປັນຢ່າງຍິ່ງວ່າຈະຮັບການສະໜັບສະໜູນຈາກທ່ານອີກໃນຕໍ່ໜ້າ.

ພາຍຫຼັງສຳເລັດພິທີມອບ-ຮັບເຄື່ອງແລ້ວ ໃນບັນຍາກາດດັ່ງກ່າວກໍໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ທີມສະມາຄົມກິລາ-ກາຍະກຳ ນະຄອນຫຼວງວຽງຈັນ ແລະ ທີມຫ້ອງວ່າການປົກຄອງເມືອງນາຊາຍທອງ. ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງທີມເຮັດໄດ້ພຽງສະເໝີກັນ 12-12 ປະຕູ. ຊຶ່ງໃນໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະເບີກບານມ່ວນຊື່ນ, ນັກກິລາທັງສອງຝ່າຍຫຼິ້ນກັນໄດ້ໄມຕີຈິດມິດຕະພາບ, ຮູ້ໄດ້, ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນແລະກັນສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບຢ່າງແທ້ຈິງ.