7 ເດືອນນັກທ່ອງທ່ຽວ 22 ພັນກວ່າຄົນ ເລາະຊົມຫຼວງພະບາງ

ຫຼວງພະບາງເມືອງຍອດນິຍົມແຫ່ງການທ່ອງທ່ຽວຫຼັງເປີດປະເທດນັກທ່ອງທ່ຽວທັງພາຍໃຍ ແລະຕ່າງປະເທດພາກັນຫຼັ່ງໄຫຼເຂົ້າທ່ຽວຊົມຫຼວງພະບາງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໃນ 7 ເດືອນປີ 2022 ນີ້ສາມາດດຶງດູດໄດ້ທັງໝົດ 2,22 ແສນເທື່ອຄົນ, ເທົ່າກັບ 32,89% ຂອງແຜນການ3 ແສນກວ່າ ເທື່ອຄົນສະເລ່ຍລາຍຮັບໄດ້ 13,96 ລ້ານໂດລາສະຫະລັດ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ເປີດເຜີຍວ່າ: ເພື່ອກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວຕໍ່ການເປີດປະເທດໄດ້ສຸມໃສ່ສຳຫຼວດແຫຼ່ງທ່ອງທ່ຽວທີ່ສຳຄັນເປັນຕົ້ນຕາດກວາງຊີ, ພູສີ, ຫໍພິພິດທະພັນແຫ່ງຊາດ ແລະແຫຼ່ງອື່ນໆ ເພື່ອປັບປຸງສິ່ງອຳນວຍຄວາມສະດວກໄວ້ຕ້ອນຮັບການເປີດການທ່ອງທ່ຽວພື້ນທີ່ສີຂຽວໃນແຕ່ລະໄລຍະ ແລະເສັ້ນທາງທ່ອງທ່ຽວສີຂຽວຢູ່ 4 ເມືອງ.

ໃນໄລຍະ7 ເດືອນ ປີ 2022 ສາມາດດຶງດູດນັກທ່ອງທ່ຽວພາຍໃນເຂົ້າມາທ່ຽວຊົມ ແຂວງຫຼວງພະບາງ ທັງໝົດ 222.153 ເທື່ອຄົນ, ເທົ່າກັບ32,89%ຂອງແຜນການ (300.141ເທື່ອຄົນ) : ມີນັກທ່ອງທ່ຽວຕ່າງປະເທດ 306 ຄົນ ແລະນັກທ່ອງທ່ຽວພາຍໃນ 98.411 ຄົນ,ສະເລ່ຍລາຍຮັບໄດ້ 13,96 ລ້ານໂດລາສະຫະລັດ, ເທົ່າກັບ 26,07% ຂອງແຜນການ (53,54 ລ້ານໂດລາສະຫະລັດ).

ປະຈຸບັນຫຼວງພະບາງມີແຫຼ່ງທ່ຽວທ່ອງທັງໝົດ 228 ແຫ່ງ; ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ111 ແຫ່ງ,ວັດທະທຳ78 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ 39 ແຫ່ງ ພ້ອມດຽວກັນນັ້ນຍັງໄດ້ຊຸກຍູ້ສົ່ງເສີມການສ້າງບ້ານໃຫ້ເປັນບ້ານທ່ອງທ່ຽວໄດ້ 4 ບ້ານບັນລຸໄດ້ຕາມແຜນການປີ ລົງສຳຫຼວດ ແລະເກັບກໍາຂໍ້ມູນແຫຼ່ງທ່ອງທ່ຽວເຊັ່ນ ຜາສະນິນເມືອງຊຽງເງິນ ແລະ 5ພູ 5ຜາ 5ແມ່ນໍ້າ (ແຄມເປນຫຼວງພະບາງ 555) ຢູ່ເມືອງຈອມເພັດແລະເມືອງປາກອູ; ການທ່ອງທ່ຽວທາງນໍ້າ (ສອງຝັ່ງຂອງ); ຈັດກິດຈະກຳຖີບລົດຮ່ວມກັບເມືອງຈອມເພັດ ແລະ ເມືອງປາກອູ;ໂຄສະນາແລະສະໜອງຂໍ້ມູນເພື່ອສົ່ງເສີມການທ່ອງທ່ຽວຜ່ານຫຼາຍຊ່ອງທ່າງເຊັ່ນສ້າງ ແລະພີມແຜນທີ່,ປຶ້ມແນະນໍາ, ຕິດຕັ້ງປ້າຍ, ສາລະຄະດີ, ສ້າງເວບໄຊ້ ແລະຖານຂໍ້ມູນການທ່ອງທ່ຽວ ແລະຜ່ານທາງສື່ອອນລາຍຕ່າງໆ.

ພ້ອມນັ້ນ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ແລະ ຄວາມເປັນລະບຽບຮຽບຮ້ອຍທັງໝົດ 39 ຄັ້ງ; ມີຫົວໜ່ວຍທຸລະກິດມີບ້ານພັກຂໍຢຸດເຊົາຖາວອນ 2 ແຫ່ງ,ຢຸດເຊົາຊົ່ວຄາວ 7ແຫ່ງ, ໂຮງແຮມຫັນມາເປັນເຮືອນພັກ 2 ແຫ່ງ, ເຮືອນພັກຫັນມາເປັນລີສອດ 1 ແຫ່ງ; ໄດ້ອອກໃບອະນຸຍາດດຳເນີນທຸລະກິດບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານທັງໝົດ 15 ກໍລະນີ, ຕໍ່ໃໝ່ 102 ກໍລະນີ ແລະ ອອກອະນຸຍາດຮ້ານບັນເທີງ-ຄາລະໂອເກະ 6 ກໍລະນີ.

ຂ່າວ: ບຸນນິກ ມະນີ