ງານວາງສະແດງສິນຄ້າ ສະຫຼອງວັນສຳຄັນປະຫວັດສາດ

ສູນກາງແນວລາວສ້າງຊາດຮ່ວມກັບສະມາຄົມໃຫຍ່ຊາວຫວຽດນາມ ປະຈໍາ ສປປ ລາວ, ສະມາຄົມຄຸນຄ່າລາວເປີດງານວາງສະແດງສິນຄ້າ ແລະອາຫານເພື່ອສະເຫຼີມສະຫຼອງປີສາມັກຄີ ມິດຕະພາບລາວ-ຫວຽດນາມ 2022 ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ (13/08/1950-13/08/2022) ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດໃນວັນທີ 12-13 ສິງຫາ 2022 ໂດຍມີທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາພັນລະຍາຂອງການນຳ ພ້ອມດ້ວຍແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ແກ້ວມະນີວອນ ຜາລີຂັນ ກໍາມະການສູນກາງແນວລາວສ້າງຊາດ, ປະທານສະມາຄົມຄຸນຄ່າລາວໄດ້ໃຫ້ຮູ້ວ່າ: ໃນພິທີເປີດງານວາງສະແດງສິນຄ້າ ແລະອາ ຫານຄັ້ງນີ້ແມ່ນເນັ້ນໃສ່ການສົ່ງເສີມຜະລິດຕະພັນພາຍໃນປະເທດຂອງສອງຊາດລາວ-ຫວຽດນາມ ເປັນຕົ້ນເຄື່ອງຫັດຖະກໍາຈັກສານ, ຕໍ່າຫູກທໍໄໝ, ຫຍິບປັກທັກແສ່ວ, ແກະສະລັກແບບລາວໆ, ຜົນຜະລິດກະສິກໍາສະອາດ-ປອດສານພິດ, ອາຫານ ແລະ ເຄື່ອງດື່ມ, ລວມທັງການຕົບແຕ່ງເວທີນີ້ກໍຕິດພັນກັບການຊົມໃຊ້ທໍາມະຊາດ ທີ່ອຸດົມສົມບູນຂອງປະເທດລາວເປັນຕົ້ນໄມ້ປ່ອງ, ອຸປະກອນ ແລະການປະດັບເອ້ທີ່ມີເອກະລັກຂອງສອງຊາດ ລາວ-ຫວຽດນາມ ພ້ອມກັນນີ້, ກໍຍັງມີການວາງສະແດງການບໍລິການຂອງບໍລິສັດປະກັນໄພ ແລະທະນາຄານຈໍານວນໜຶ່ງ.

ພາຍໃນງານຄັ້ງນີ້, ມີຮ້ານສະແດງສິນຄ້າ 35 ຮ້ານ ແລະ 25 ຫົວໜ່ວຍທຸລະກິດຈາກພາກລັດ ແລະຜູ້ປະກອບການທຸລະກິດມາວາງສະແດງໃນນັ້ນມີເຄື່ອງຫັດຖະກໍາ 9 ຮ້ານ, ກະສິກໍາ 3 ຮ້ານ, ອາຫານ ແລະເຄື່ອງດື່ມ 9 ຮ້ານ, ການບໍລິການ 2 ຫ້ອງ ແລະອື່ນໆ.