ແກ່ນທ້າວ ປິດງານບັນພະຊາສາມະເນນ ອົບຮົມສິນລະທໍາແກ່ເດັກ ແລະເຍົາວະຊົນ

ເມືອງແກ່ນທ້າວ ຈັດພິທີປິດງານບັນພະຊາສາມະເນນ ແລະ ອົບຮົມສິນລະທໍາແກ່ເດັກ ແລະ ເຍົາວະຊົນຄັ້ງທີ II ໃນວັນທີ 17 ສິງຫາ 2022 ຢູ່ວັດປ່າຈອມແກ້ວ ພາຍຫລັງເລີ່ມເປີດໂຄງການມາແຕ່ວັນທີ 9 ສິງຫາຜ່ານມາ ໂດຍມີ ພຣະອາຈານ ເຮົ້າ ຈັນທະວົງ ປະທານ ອພສ ເມືອງ ແລະ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ທ່ານ ປະເສີດ ອິນວົງຄໍາ ປະທານແນວລາວສ້າງຊາດເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມໂດຍໄດ້ມີການຕັກບາດຍາດນໍ້າແດ່ພະສົງ-ສາມະເນນ ຈໍານວນ 80 ອົງ ແລະ ມອບໃບວຸດທິບັດໃຫ້ສາມະເນນທີ່ຜ່ານການຝຶກອົບຮົມ.

ການຈັດງານບັນພະຊາສາມະເນນ ແລະອົບຮົມສິນລະທໍາແກ່ເດັກ ແລະເຍົາວະຊົນໃນຄັ້ງນີ້ ຊຶ່ງນັບແຕ່ວັນທີ 10-16 ສິງຫາ 2022 ຕອນເຊົ້າແຕ່ລະມື້ສາມະເນນແມ່ນໄດ້ອອກບິນທະບາດ ແລະຕອນບ່າຍໄດ້ແບ່ງອອກເປັນ 4 ກຸ່ມ ເພື່ອສິດສອນຕາມສະຖານທີ່ຕ່າງໆພາຍໃນວັດຊຶ່ງປະກອບມີວິຊາສາສະໜາພິທີ, ພຸດທະປະຫວັດ, ທັມມະວິໄນ ແລະວິຊາກໍາມະຖານ, ຮັບຟັງການບັນລະຍາຍໃນຫົວຂໍ້ຄວາມຮູ້ພື້ນຖານກ່ຽວກັບສິ່ງແວດລ້ອມ ແລະ ຮັບຟັງການບັນລະຍາຍທັມຈາກພະວິທະຍາກອນຕື່ມອີກ.

ໂອກາດນີ້, ທ່ານ ອໍາຄາ ລັດສະໝີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ, ພະວິທະຍາກອນ, ສາມະເນນ, ອົງການປົກຄອງ, ພໍ່ແມ່ຜູ້ປົກຄອງ ແລະ ປະຊາຊົນທຸກຊັ້ນຄົນຜູ້ມີສັດທາໃຈບຸນທັງຫລາຍ ທີ່ໄດ້ຮ່ວມແຮງຮ່ວມໃຈ ສາມັກຄີກັນເອົາໃຈໃສ່ຈັດຕັ້ງປະຕິບັດ ເຮັດໃຫ້ງານດັ່ງກ່າວດໍາເນີນໄປໄດ້ດ້ວຍດີ ແລະສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ສໍາລັບສາມະເນນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ອົງໃດຢາກຈະຢູ່ຕໍ່ເພື່ອສືບທອດພຸດທະສາສະໜາ ແລະສຶກສາ ໃນສາຍທໍາຕໍ່ໄປ ໃຫ້ຊ່ວຍກັນອຸປະຖໍາເບິ່ງແຍງໂດຍສະເພາະເຈົ້າອະທິການແຕ່ລະວັດ ແລະການຈັດຕັ້ງພາຍໃນບ້ານເທສະບານ ແບ່ງເບົາພາລະຄວາມຮັບຜິດຊອບເພື່ອເປັນການສົ່ງເສີມວຽກງານການສຶກສາສົງຢູ່ພາຍໃນເມືອງ.

ຂ່າວ: ແກ່ນທ້າວ