ໂຮງຮຽນພອນສະຫວັນໄດ້ຮັບການສະໜັບສະໜູນພິມປຶ້ມມູນຄ່າ 6,300,000 ກີບ

ຕອນບ່າຍວັນທີ 18 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ (ຮພຊ) ໄດ້ມີພິທີມອບ-ຮັບປຶ້ມແບບຮຽນວິຊາຟີຊິກສາດ ລວມມູນຄ່າທັງໝົດ 6,300,000 ກີບ; ຕ່າງໜ້າເຊິ່ງກ່າວມອບໃນຄັ້ງນີ້ໂດຍ ທ່ານ ປອ. ເຫວດປານີ ສີວົງໄຊ ແລະທ່ານ ພຸດທະວັນ ບຸນຍະສານ ແລະກ່າວຮັບໂດຍແມ່ນທ່ານ ຮສ.ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການໂຮງຮຽນພ້ອມດ້ວຍຄະນະ.


ປຶ້ມທີ່ນໍາມາມອບໃນຄັ້ງນີ້ມີທັງໝົດ 200 ຫົວ ເຊິ່ງມີ 2 ເຫຼັ້ມຄື: ເຫຼັ້ມທີໜຶ່ງແມ່ນປຶ້ມແບບຮຽນວິຊາຟີຊິກເພີ່ມເຕີມ 30% ຈາກຫຼັກສູດກະຊວງສຶກສາທິການ ແລະ ກິລາ; ປຶ້ມເຫຼັ້ມທີສອງແມ່ນປຶ້ມສັງລວມບົດຝຶກຫັດບໍາລຸງນັກຮຽນເກັ່ງວິຊາຟິຊິກສາດຂັ້ນ ມ4.


ປຶ້ມດັ່ງກ່າວແມ່ນໄດ້ຮຽບຮຽງໂດຍບັນດາຄູ-ອາຈານທີ່ສອນວິຊາຟີຊິກສາດທີ່ມີປະສົບການໃນການສອນນັກຮຽນພອນສະຫວັນແຕ່ໂຮງຮຽນຂາດງົບປະມານໃນການຈັດພິມອອກມາເປັນເຫຼັມເພື່ອນໍາມາຮັບໃຊ້ເຂົ້າໃນການສິດສອນນັກຮຽນພອນສະຫວັນ.

ທ່ານ ອາຈານ ອຈ. ຄຳຫຼ້າ ຂັນທະວີ ຜູ້ຮຽບຮຽງປຶ້ມໄດ້ກ່າວວ່າ ປຶ້ມທັງສອງເຫຼັ້ມໄດ້ຄົ້ນຄວ້າມາໄດ້ຫຼາຍປີແລ້ວແຕ່ເນື່ອງຈາກພວກເຮົາຂາດງົບປະມານແລະແຫຼ່ງທຶນໃນການພິມອອກມາສະນັ້ນຈຶ່ງໄດ້ຂໍການຊຸກຍູ້ຈາກ ທ່ານ ປອ. ເຫວດປານີ ສີວົງໄຊ ແລະທ່ານ ພຸດທະວັນ ບຸນຍະສານ ເພື່ອຊ່ວຍສະໜັບສະໜູນໃນການພິມປຶ້ມນີ້ອອກມາມາມື້ນີ້ຈຶ່ງໄດ້ຈັດພິທີມອບຢ່າງເປັນທາງການ.


ທ່ານ ປອ. ເຫວດປານີ ສີວົງໄຊ ແລະທ່ານ ພຸດທະວັນ ບຸນຍະສານ ທັງສອງທ່ານໄດ້ກ່າວວ່າ: ພວກເຮົາສຸດທີ່ດີໃຈ ແລະພວກເຮົາສຸດທີ່ດີໃຈ ແລະປະທັບໃຈທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊຸກຍູ້ພິມປຶ້ມດັ່ງກ່າວອອກມາ ສິດສອນເດັກນ້ອຍຄົນລາວໄດ້ຮໍ່າຮຽນ, ໄດ້ຄົ້ນຄວ້າເພີ່ມເຕີມ; ໂດຍອາໄສເຫື່ອແຮງ ແລະ ການຊຸກຍູ້ຂອງພວກເຮົາສອງຄົນກໍເປັນໄປໄດ້ຍາກທີ່ຈະມີຕົ້ນທຶນດັ່ງກ່າວ, ສະນັ້ນພວກເຮົາກໍຂໍຂອບໃຈເພື່ອຮ່ວມງານ, ໝູ່ເພື່ອນທັງຫຼາຍ ແລະ ຜູ້ທີ່ໄດ້ປະກອບສ່ວນຊຸກຍູ້ຊ່ວຍເຊັ່ນ: ທ່ານ ນາງ ສາຍຄິມ ສີຫາວົງ, ທ່ານ ວິລະວຸດ ລັດຕະນະວົງ, ທ່ານ ສໍາພັນ ໂພທິສາດ, ທ່ານ ບຸນນະຜົນ ອິນທະຊຸມ, ທ່ານ ນາງ ໄພວັນ ທອງວິໄລ, ທ່ານ ສຸພາວັນ ວົງພົມ, ທ່ານ ຈັນທະສັກ ແກ້ວມຸກດາ, ທ່ານ ນາງ ພູວຽງ ຂຸນສໍານານ, ທ່ານ ນາງ ປານຕາວັນ ແກ້ວບໍລິດ, ທ່ານ ຄັດທະພອນ ສົມວໍລະຈິດ, ທ່ານ ຈັນນະລົງ ວົງເດືອນ, ທ່ານ ຄໍາເຫຼັກ ແກ້ວມີໄຊ, ທ່ານ ອໍາຄາ ວັນນະວົງ, ທ່ານ ອຸດຕະມະ ບຸດພົມວິຫານ, ທ່ານ ລ໋ອງ ພອນພະຈັນ ແລະ ໂຮງຮຽນເຈນນິດາ ແຂວງຊຽງຂວາງ. ຍ້ອນພວກເຮົາມີຄວາມສາມັກຄີ, ສະໝັກໃຈຢາກຊຸກຍູ້ການສຶກສາ ໂດຍໄດ້ປະກອບສ່ວນຊຸກຍູ້ຜູ້ລະເລັກລະນ້ອຍປະກອບເປັນກ້ອນທຶນເພື່ອພິມປຶ້ມດັ່ງກ່າວອອກມາໃນມື້ນີ້, ພວກເຮົາຂໍຕາງໜ້າພວກທັງໝົດທຸກທ່ານ ຂໍມອບປຶ້ມທັງສອງເຫຼັ້ມນີ້ນີ້ໃຫ້ໂຮງຮຽນເພື່ອໃຫ້ນັກຮຽນໄດ້ນໍາໃຊ້ເຂົ້າໃນການສິດສອນສ້າງສັບພະຍາກອນມະນຸດ, ເດັກນ້ອຍລາວໃຫ້ຮຽນດີ-ຮຽນເກັ່ງ ຕະຫຼອດໄປ.

ທ່ານ ຮສ.ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການໂຮງຮຽນກ່າວວ່າ ຮພຊ ພວກເຮົາມີຄວາມຕ້ອງການຢາກພັດທະນາປຶ້ມຫຼັກສູດເປັນຂອງໂຮງຮຽນສະເພາະນັກຮຽນພອນສະຫວັນ ທຸກໆ ວິຊາ ແລະ ພວກເຮົາໄດ້ຄາດຫວັງມາຫຼາຍປີແລ້ວ. ມື້ນີ້ສຸດທີ່ດີໃຈທີ່ເຫັນ ປຶ້ມວິຊາຊິກສາດ ຂັ້ນ ມ3 ໄດ້ພິມອອກມາເປັນທີ່ປະຈັກຕາ, ເປັນວິຊາຫົວທໍາອິດ, ຫົວທໍາອິດຂອງໂຮງຮຽນພວກເຮົາກໍວ່າໄດ້, ຕໍ່ໄປວິຊາອື່ນໆ ເຊັ່ນ: ຄະນິດສາດມ1 ເຖິງ ມ7, ເຄມີສາດ ມ2 ເຖິງ ມ7, ຟີຊິກສາດ ມ4 ເຖິງ ມ7 ພວກເຮົາກໍາລັງຄົ້ນຄວ້າຮຽບຮຽງ ເພື່ອຈະພິມອອກມາໃນໄວໆນີ້ ແຕ່ຄືວ່ານັ້ນແຫລະພວກເຮົາຂາດທຶນຮອນໃນການຈັດພິມອອກມາ ຈໍາເປັນຕ້ອງໄດ້ຂໍການສະໜັບສະໜູນຈາກທາງນອກເຂົ້າມາຊ່ວຍ. ການຊ່ວຍເຫຼືອໃນຄັ້ງນີ້ພວກເຮົາຂໍຈົດຈໍາ ແລະ ຈາລຶກການປະກອບສ່ວນຂອງພວກທ່ານໃນຄັ້ງນີ້ໄວ້ໃນປື້ມຄໍາປະຫວັດຂອງໂຮງຮຽນພວກເຮົາ; ໃນໂອກາດໜ້າຫວັງຢ່າງຍິ່ງວ່າພວກທ່ານພ້ອມດ້ວຍພິມງານຄົງຈະໄດ້ໃຫ້ການສະໜັບສະໜູນວຽກງານວິຊາການ ຮພຊ ຈາກບັນດາທ່ານຕື່ມອີກ. ຂໍຝາກຄວາມຂອບອົກຂອບໃຈຈາກການຈັດຕັ້ງໂຮງຮຽນສົ່ງເຖິງບັນດາທ່ານທີ່ໄດ້ຊຸກຍູ້ປະກອບທຶນດັ່ງກ່າວຈົ່ງມີແຕ່ຄວາມສຸກ, ປາສະຈາກໂລກໄພໄຂ້ເຈັບຕ່າງໆ, ໂຊກດີ, ມີໄຊ, ຮັ່ງມີ ແລະ ສືບຕໍ່ສະໜັບສະໜູນສັງຄົມລາວກໍຄືການສຶກສາປະເທດລາວຕໍ່ໆໄປ. ຂໍຂອບໃຈ.

ຂຽນຂ່າວໂດຍ: ຄຳຫອງ ສີບຸນເຮືອງ