ມອບ-ຮັບໂຄງການກໍ່ສ້າງຫໍຫລັກເມືອງ ແຂວງໄຊສົມບູນ

 

ພິທີມອບ-ຮັບ ໂຄງການກໍ່ສ້າງຫໍຫລັກເມືອງ ແຂວງໄຊສົມບູນ ລະຫວ່າງບໍລິສັດພັດ ທະນາພູເບ້ຍ ຈໍາກັດຜູ້ດຽວ ແລະພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນ ວັນທີ 22 ສິງຫາ 2022 ພາຍຫລັງດໍາເນີນການກໍ່ສ້າງມາແຕ່ປີ 2016 ປະກອບມີ 2 ຊັ້ນ, ກວ້າງ 31x31 ແມັດ, ສູງ 25 ແມັດ, ເປັນໂຄງການກໍ່ສ້າງທີ່ປະກອບດ້ວຍການຕົບແຕ່ງທາງດ້ານສະຖາປັດຕະຍະກຳປະຕິມະກຳທີ່ມີຄວາມລະອຽດອ່ອນ.

ໂອກາດນີ້, ທ່ານ ຄໍາກອນ ມາລາວົງ ປະທານບໍລິສັດ ພີເອັມ ສໍາຫລວດອອກແບບ-ເຄຫາສະຖານ ຈໍາກັດ ໄດ້ໃຫ້ຮູ້ວ່າ: ສຳລັບຮູບຊົງຂອງອາຄານເປັນລັກສະນະຊົງລາວ, ທັງພາຍໃນ ແລະ ພາຍນອກ ຕົບແຕ່ງດ້ວຍລວດລາຍຕ່າງໆ ທີ່ພົວພັນເຖິງວິຖີຊີວິດ, ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າຊຶ່ງປະກອບມີ 13 ໜ້າວຽກຕາມສັນຍາເດີມ ແລະ 4 ໜ້າ ວຽກດັດແກ້ລວມມູນຄ່າການກໍ່ສ້າງຕົວຈິງທັງໝົດ 25 ຕື້ກວ່າກີບ ແລະມາຮອດປັດຈຸບັນ, ໂຄງການດັ່ງກ່າວແມ່ນໄດ້ສໍາເລັດແລ້ວ 100%.

ໂອກາດນີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໃຫ້ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ຈົ່ງເປັາເຈົ້າການໃນການສ້າງກົດລະບຽບເພື່ອຄຸ້ມຄອງ, ປົກປັກຮັກສາ ແລະນໍາໃຊ້ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງຕະຫຼອດໄປ, ທັງມອບໃຫ້ເຈົ້າເມືອງອະນຸວົງ, ນາຍບ້ານເທສະບານແຂວງຈົ່ງເອົາໃຈໃສ່ປຸກລະດົມພໍ່ແມ່ປະຊາຊົນໃຫ້ເປັນເຈົ້າການສຶກສາອົບຮົມລູກຫຼານຂອງຕົນໃຫ້ພ້ອມກັນອະນຸລັກ ແລະປົກປັກຮັກສາມູນເຊື້ອວັດທະນະທໍາທີ່ເປັນເອກະລັກຂອງປະຊາຊົນ ແຂວງໄຊສົມບູນກໍຄືການປົກປັກຮັກສາຫໍຫຼັກເມືອງແຫ່ງນີ້ໃຫ້ມີຄວາມສວຍງາມຕະຫຼອດໄປ.