ເມືອງເງິນ ຮ່ວມກັບໄຟຟ້າຫົງສາ ຄົ້ນຄວ້າແຜນພັດທະນາເສດຖະກິດ-ສັງຄົມ

ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ຮ່ວມກັບໄຟຟ້າຫົງສາ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເງິນແຕ່ນີ້ຮອດປີ 2024 ຂຶ້ນຫວ່າງບໍ່ດົນມານີ້ທີ່ຫ້ອງວ່າການເມືອງດັ່ງກ່າວໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ທະວິສັກ ໄຊຍະວົງ ວ່າການເຈົ້າເມືອງໆເງິນ ແລະ ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອຳນວຍການຝ່າຍສື່ສານອົງກອນບໍລິສັດ ໄຟຟ້າຫົງສາ ຈຳກັດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ ແລະທີມງານບໍລິສັດໄຟຟ້າຫົງສາເຂົ້າຮ່ວມ.

ທ່ານ ທະວິສັກ ໄຊຍະວົງ ໄດ້ກ່າວຈຸດປະສົງ ແລະລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງເມືອງໃນໄລຍະຜ່ານມາໂດຍຫຍໍ້. ຈາກນັ້ນ, ທ່ານ ຍຸດທະນາ ຈຸນພັນທອງ ກໍໄດ້ກ່າວຈຸດປະສົງຂອງການພົບປະໃນຄັ້ງນີ້ກໍເພື່ອຮ່ວມກັນຄົ້ນຄວ້າແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະກັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເງິນ ແຕ່ນີ້ຮອດປີ 2024 ໂດຍການມີສ່ວນຮ່ວມສະໜັບສະໜູນທຶນພັດທະນາຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ຈຳນວນໜຶ່ງ ທີ່ຈະມອບໃຫ້; ຈາກນັ້ນທ່ານ ຊູລິສິດ ຄຳພູວົງ ຫົວໜ້າຫ້ອງວ່າການເມືອງກໍໄດ້ລາຍງານແຜນພັດທະນາເສດຖະກິດຂອງເມືອງ 2 ປີເຄິ່ງ ເປັນຕົ້ນແມ່ນບັນດາໂຄງການ, ກິດຈະກຳຕ່າງໆ ທີ່ບັນດາຂະແໜງການຂອງເມືອງໄດ້ຂຶ້ນແຜນໄວ້ກໍຄືບັນດາໂຄງການ, ກິດຈະກຳທີ່ເປັນບຸລິມະສິດ ແລະຈຳເປັນອັນຮີບດ່ວນແມ່ນຈະໄດ້ຮັບທຶນສະໜັບສະໜູນຈຳນວນໜຶ່ງຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ເພື່ອເປັນການຍູ້ແຮງຊ່ວຍພັດທະນາເມືອງເງິນໃຫ້ມີຄວາມເຂັ້ມແຂງ ແລະສີວິໄລ.

ໃນວາລະກອງປະຊຸມໄດ້ສົນທະນາແລກປ່ຽນບົດຮຽນ ແລະປະກອບຄຳຄິດເຫັນເຂົ້າໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງກໍຄືບັນດາກິດຈະກຳ, ໂຄງການທີ່ຈະຈັດຕັ້ງປະຕິບັດໃນປີ 2023 ນີ້.